ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາກີສຖານ ເປີດເສັ້ນທາງ ລໍາລຽງ ສໍາພາລະ ເນໂຕ້ ຄືນໃໝ່ແລ້ວ


ລົດບັນທຸກສຳພາລະຂອງອົງການເນໂຕ້ ທີ່ຈອດຢູ່ໃນບໍລິເວນຊາຍແດນປາກິສຖານ (3 ກໍລະກົດ 2012)
ລົດບັນທຸກສຳພາລະຂອງອົງການເນໂຕ້ ທີ່ຈອດຢູ່ໃນບໍລິເວນຊາຍແດນປາກິສຖານ (3 ກໍລະກົດ 2012)

ຂະ​ບວນລົດ​ບັນທຸກສໍາພາລະ​ຂອງອົງການ​ເນ​ໂຕ້ ມີ​ກຳນົດ​ຈະ​ເລີ້ມການຂົນ​ສົ່ງ​ໄປ​ຍັງ​ອັຟກາ​ນີສຖານ​ຄືນ​ໃໝ່ ລຸນຫຼັງທີ່​ໄດ້​ມີ​ການ​ບັນລຸຂໍ້​ຕົກລົງ​ສະບັບ ນຶ່ງ​ລະຫວ່າງ​ສະຫະລັດ​ແລະ​ປາ​ກີ​ສຖານ ທີ່​ສິ້ນ​ສຸດ​ການ​ປິດ​ດ່ານ​ຊາຍ​ແດນ​ດັ່ງກ່າວ​ມາ​ເປັນ​ເວລາ​ດົນ​ນານ​ຂອງ​ປາ​ກີ​ສຖານນັ້ນ.

​ທີ່ເມືອງ​ທ່າ Karachi ຂອງ​ປາ​ກີ​ສຖານ ພະນັກງານ​ຂັບ​ລົດບັນທຸກ ​ແລະ ຄົນ​ງານ​ອື່ນໆ ​ໄດ້​ເລີ່​ມຕຽມ​ລົດ ​ເພື່ອອອກ​ໄປ​ປະຕິບັດ​ໜ້າ​ທີ່​ຂົນ​ສົ່ງສໍາພາລະ ຫຼັງຈາກ​ໄດ້​ຈອດ​ໄວ້ດົນ​ນານ.

ປາ​ກີ​ສຖານ​ຕົກລົ​ງທີ່​ຈະ​ເປີດ​ເສັ້ນທາງ​ລໍາລຽງ​ດັ່ງກ່າວ​ຄືນ​ໃໝ່​ເມື່ອ​ວັນ​ອັງຄານ​ວານ​ນີ້ ຫຼັງຈາກ​ສະຫະລັດ​ໄດ້​ກ່າວ​ຂໍຂະ​ມາ​ໂທດ​ສໍາລັບ​ການ​ໂຈມ​ຕີ​ທາງອາກາດ​ຂອງ​ສະຫະລັດ ​ທີ່​ໄດ້​ສັງຫານ​ທະຫານ​ປາ​ກີ​ສຖານ 24 ຄົນ ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ​ອັຟກາ​ນີສຖານ​ນັ້ນ.

​ເຫດ​ຮ້າ​ຍດັ່ງກ່າວ​ຍັງ​ຜົນ​ໃຫ້​ປາ​ກິ​ສຖານ​ອັດ​ເສັ້ນທາງ​ລຳລຽງ​ສາຍ​ຕ່າງໆ​ແລະເຮັດ​ໃຫ້​ຄວາມ​ສຳພັນລະຫວ່າງ​ປະ​ເທດ​ທັງ​ສອງ​ ທີ່​ເຄັ່ງ​ຕຶງ​ຢູ່​ແລ້ວ ນັ້ນ ຊຸດ​ໂຊມ​ລົງ​ໄປ​ຕື່ມ​ອີກ.

ປາ​ກີ​ສຖານ ​ໄດ້​ທວງໃຫ້​ສະຫະລັດ​ຂໍ​ຂະ​ມາ​ໂທດ​ໂດຍ​ເຕັມ ລຸນຫຼັງຈາກ​ເຫດຮ້າຍ​ທີ່​ເກີດ​ຂຶ້ນ ​ແຕ່​ບັນດາ​ເຈົ້າໜ້າ​ທີ່ສະຫະ​ລັດ​ພຽງ​ແຕ່​ສະ​ແດງ​ຄວາມ​ເສຍ​ໃຈ​ຢ່າງ​ເປັນ​ທີ່​ສຸດ ແລະ​ຄວາມ​ເສົ້າສະຫຼົດຢ່າງ​ຈິງ​ໃຈ ຈົນ​ເຖິງວັນ​ອັງ ຄານ​ວານ​ນີ້.

​ເມື່ອ​ວັນ​ອັງຄານ​ວານ​ນີ້ ລັດຖະມົນຕີການ​ຕ່າງປະ​ເທດ​ສະຫະລັດ​ ທ່ານ​ນາງຄລິນ​ຕັນ ກ່າວ​ວ່າ ທ່ານ​ນາງໄດ້ໂອ້​ລົມກັບ​ລັດຖະມົນຕີ​ຕ່າງປະ​ເທດ​ປາ​ກີ​ສຖານ ທ່ານ​ນາງ Hina Rabbani Khar ທາງ​ໂທລະ​ສັບ ​ແລະ ທ່ານ​ນາງ​ກ່າວ​ວ່າ ພວກ​ທ່ານທັງ​ສອງ​ໄດ້​ຮັບ​ຮູ້​ເຖິງຄວາມ​ຜິດພາດກ່ຽວ​ກັບ​ເຫດການ​ທີ່​ໄດ້​ເກີດ​ຂຶ້ນຊຶ່ງ​ເປັນ​ເຫດ​ໃຫ້​ທະຫານປາກີສຖານ 24 ຄົນ​ເສຍ ຊີວິດ​ໄປ​ນັ້ນ.

XS
SM
MD
LG