ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກິ​ສ​ຖານ ​ຈັບ​ກຸມ​ພວກ​ສະ​ໜັບ​ສະ​ໜູນ​ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄານ ຈຳ​ນວນ​ນຶ່ງ


​ພວກ​ສະ​ໜັບ​ສະ​ໜູນ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີປ​າ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ປີນ​ຂຶ້ນ​ເທິງ​ຫີບ​​ຄອນ​ເທນ​ເນີ້ ທີ່​ວາງ​ກີດ​ກັ້ນຖະໜົນ ລະ​ຫວ່າງ​ການ​ປະ​ທະ​ກັນ ກັບ​ຕຳ​ຫລວດໃນ​ນະ​ຄອນ​ອິ​ສ​ລາ​ມາ​ບັດ ວັນ​ທີ 18 ມີ​ນາ 2023
​ພວກ​ສະ​ໜັບ​ສະ​ໜູນ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີປ​າ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ ປີນ​ຂຶ້ນ​ເທິງ​ຫີບ​​ຄອນ​ເທນ​ເນີ້ ທີ່​ວາງ​ກີດ​ກັ້ນຖະໜົນ ລະ​ຫວ່າງ​ການ​ປະ​ທະ​ກັນ ກັບ​ຕຳ​ຫລວດໃນ​ນະ​ຄອນ​ອິ​ສ​ລາ​ມາ​ບັດ ວັນ​ທີ 18 ມີ​ນາ 2023

ຕຳ​ຫລວດ​ໃນ​ປາ​ກິ​ສ​ຖານໄດ້ທຳການ​ຈັບ​ກຸມ​ພວກ​ປະ​ທ້ວງປະ​ມານ 300 ຄົນທີ່ສະ​ໜັບ​ສະ​ໜູນ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ອິມ​ຣານ ຄານ ໃນ​ການ​ກ່າວ​ຫາ​ພົວ​ພັນ​ການ​ປະ​ທະ​ກັນ​ຫວ່າງ​ມໍ່ໆ​ມາ​ນີ້ ​ກັບ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ແລະ​ການ​ວາງ​ເພີ​ງ.

​ພວກ​ເຈົ້າ​ໜ້າ​ທີ່ແລະພັກ​ຝ່າຍ​ຄ້ານ​ຂອງ​ທ່ານ​ຄານ ​ເຕ​ເຣັກ-ອີ-ອິ​ນ​ຊາ​ຟ (PTI) ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ຈັບ​ກຸມ​ໄດ້​ເກີດ​ຂຶ້ນ​ ໃນ​ນະ​ຄອນ​ຫລວງ​ອິ​ສ​ລ​າ​ມາ​ບັດ ແລະ​ນະ​ຄອນລາ​ຮໍທາງ​ພາກ​ຕາ​ເວັນ​ອອກ​ຂອງປະ​ເທດ.

​ຖະ​ແຫລ​ງ​ການ​ຂອງ​ຕຳ​ຫລວດ​ໄດ້​ຢືນ​ຢັນ​ການ​ບ​ບຸກກວດ​ຄົ້ນ​ໃນ​ຕອນ​ກາງ​ຄືນ ທີ່​ໄດ້​ອ້ອມ​ເອົາພວກ​ສະ​ໜັບ​ສະ​ໜູນ​ພັກ PTI ​ປະ​ມານ 300 ຄົນ ຢູ່​ໃນ​ນະ​ຄອນ​ຫລວງ​ໃນ​ບົດ​ບາດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ວາ​ງ​ເພີງ ແລະ​ໂຈມ​ຕີ ທີີ່​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ຮັກ​ສາ​ຄວາມ​ປອດ​ໄພຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ. ​ສ່ວນ​ທີ່​ເຫລືອ​ຂອງ​ການ​ຈັບ​ກຸມ​ໄດ້​ເກີດ​ຂຶ້ນ​ຢູ່ນະ​ຄອນ​ລາ​ຮໍ. ​ພວກ​ທີ່​ຖືກ​ກັກ​ຂັງ​ປະ​ເຊີນ​ໜ້າ​ກັບ​ການ​ກໍ່​ການ​ຮ້າຍ ແລະ​ການ​ກະ​ທຳ​ຜິດ​ອື່ນໆ.

ພວກ​ຄົນງານ​ຂອງ​ພັກ​ທ່ານ​ຄານ ຍັງ​ໄດ້​ປະ​ທະ​ກັບ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ເປັນ​ເວ​ລາ​ສອງ​ມື້​ຕໍ່​ກັນ​ໃນ​ວັນ​ອັງ​ຄານ​ແລ້ວ​ນີ້ ຫລັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຈັບ​ຜູ້​ນຳຝ່າຍ​ຄ້ານ ອາ​ຍຸ 70 ປີ ຢູ່​ບ້ານ​ພັກ​ທີ່ນະ​ຄອນລາ​ຮໍ ທີ່​ບໍ່​ປາ​ກົດ​ໂຕ ​ຕໍ່​ໜ້າ​ສານ​ອິ​ສ​ລາ​ມາ​ບັດ ເພື່ອ​ຮັບ​ຟັງ​ການກ່າວ​ຫາ​ສໍ້​ໂກງ​ຕໍ່​ທ່ານ.

A police crackdown in Pakistan has led to the arrest of around 300 supporters of former Prime Minister Imran Khan for their alleged involvement in recent clashes with security forces and arson.

Authorities and Khan's opposition Pakistan Tehreek-e-Insaf (PTI) party said Monday that the arrests occurred in the capital, Islamabad, and the eastern city of Lahore.

A police statement confirmed overnight raids had rounded up some 200 PTI supporters in the capital for their role in arson and attacks that injured dozens of security forces. The rest of the arrests took place in Lahore. The detainees faced terrorism and other offenses.

Khan's party workers also clashed with security forces for two straight days starting last Tuesday after police officers attempted to arrest the 70-year-old opposition leader at his Lahore residence for failing to appear before an Islamabad court hearing graft charges against him.

XS
SM
MD
LG