ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ໂຈມຕີ ເດີ່ນເຮືອບິນ ນາໆຊາດ ທີ່ນະຄອນ ກາຣາຈີ ໃນ ປາກິສຖານ (ສະ​ໄລ​ດ໌/ວີດີໂອ)


ຕະຫລວດ ປາກິສຖານ ຢືນຍາມຢູ່ເດິ່ນເຮືອບິນນາໆຊາດ Jinna
ທີ່ ປາກິສຖານ ບ່ອນທີ່ພວກກໍ່ການຮ້າຍບຸກໂຈມຕີ
ຕະຫລວດ ປາກິສຖານ ຢືນຍາມຢູ່ເດິ່ນເຮືອບິນນາໆຊາດ Jinna ທີ່ ປາກິສຖານ ບ່ອນທີ່ພວກກໍ່ການຮ້າຍບຸກໂຈມຕີ
ພວກ​ຫົວ​ຮຸນ​ແຮງ​ ຕິດ​ອາວຸດເຕັມ​ອັດຕາ ​ໄດ້​ຖະຫລົ່ມ​ເດີ່ນ
​ເຮືອບິນ​ທີ່​ສຳຄັນ ຂອງ​ນະຄອນ Karachi ປະ​ເທດ​ປາ​ກິ​ສ
ຖານ ​ໃນ​ວັນ​ອາທິດ​ວານ​ນີ້ ພາໃຫ້​ມີ​ການ​ສູ້​ລົບ​ກັນ​ເປັນ​ເວ
ລາ​ຫ້າ​ຊົ່ວ​ໂມງ ກັບ​ຕຳຫລວດ ​ແລະ​ທະຫານ ​ເຮັດ​ໃຫ້ 28
​ຄົນ​ເສຍ​ຊີວິດ.

​ໄດ້​ມີສຽງ​ລະ​ເບີດ​ແຕກຂຶ້ນຫລາຍ​ຄັ້ງ ​ໃນ​ລະຫວ່າງ​ການຍິງ
​ຕໍ່​ສູ້ກັນ ກັບ​ເຈົ້າ​ໜ້າ​ທີ່​ຕຳຫລວດ ຈົນ​ຮອດ​ຕອນ​ເຊົ້າ​ວັນ​ຈັນ
​ມື້​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ມື​ປືນ ທັງ 10 ຄົນແມ່ນອາດຖືກ ຕຳຫລວດ​ຍິງຕາຍ ​ໂດຍ ​ ຫລື​ ບໍ່​ກໍ ລະ​ເບີດ​ຂ້າ​ຕົວ​ຕາຍຕົນ​ເອງ ​ດ້ວຍ​ເສື້ອ​ເກາະ​ຕິດ​ລະ​ເບີດຂອງ​ພວກ​ເຂົາ.

ພະນັກງານ​ຮັກສາ​ຄວາມ​ປອດ​ໄພ​ຫລາຍ​ຄົນກໍ​ໄດ້​ເສຍ​ຊີວິດ ພ້ອມ​ດ້ວຍພວກພະນັກງານ​
ເດີ່ນ​ເຮືອບິນ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງດ່ັງກ່າວ​ແມ່ນ​ໄດ້​ນຸ່ງ​ເຄຶ່ອງ​ແບບ ປອມ​ເປັນ​ເຈົ້າ
​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ເດີ່ນ​ເຮືອບິນ ​ແລະ​ໃຊ້​ລະ​ເບີດ​ມື ​ແລະ​ລູກ​ຈະ​ຫລວດ​ຍິງ​ສູ​ມ​
ເຂົ້າ​ໃສ່ ບ່ອນ​ລໍຖ້າ​ຂື້ນເຮືອບິນ ທີ່​ເດີ່ນ​ເຮືອບິນ​ນາ​ໆ​ຊາດ Jinnah.

ບັນດາ​ຜູ້​ໂດຍສານ ​ໄດ້​ຖືກ​ຍົກຍ້າຍ​ອອກ​ໄປຢູ່​ບ່ອນ​ປອດ​ໄພ ​ແລະ​ບໍ່​ໃຜ​ໄດ້​ຮັບ​ບາດ​ເຈັບ.
ພວກ​ຫົວຮຸນ​ແຮງ ປາ​ກິ​ສຕານ​ທາ​ລິ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນການ​ໂຈມ
​ຕີຄັ້ງ​ນີ້. ຫວ່າງ​ມໍໆ​ມາ​ນີ້ ກຸ່ມ​ດັ່ງກ່າວ​ໄດ້​ທຳ​ການ​ເຈລະຈາ​ສັນຕິພາບ ກັບ​ລັດຖະບານ
ປາ​ກິ​ສຖານ ​ແຕ່​ບໍ່​ໄດ້​ຮັບ​ຜົນສຳ​ເລັດ.
PAKISTAN AIRPORT ATTACK VO
please wait

No media source currently available

0:00 0:00:38 0:00
XS
SM
MD
LG