ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ກີ​ສຖານ​​ວ່າ ທະຫານ​ຂອງ​ຕົນ ບໍ່ໄດ້ລະດົມ​ຍິງ​ໃສ່ ທະຫານເນໂຕ້ກ່ອນ


ພວກຊາວປາກີສຖານປະທ້ວງເນໂຕ້ຍ້ອນການໂຈມຕີທາງອາກາດ ທີ່ເຮັດໃຫ້ທະຫານປາກີສຖານເສຍຊີວິດນັ້ນ
ພວກຊາວປາກີສຖານປະທ້ວງເນໂຕ້ຍ້ອນການໂຈມຕີທາງອາກາດ ທີ່ເຮັດໃຫ້ທະຫານປາກີສຖານເສຍຊີວິດນັ້ນ

ປາ​ກີ​ສຖານ​ປະຕ​ເສດ​ຂ່າວ​ທີ່​ວ່າ ທະຫານ​ຂອງ​ຕົນ​ເປັນ​ຜູ້​ລະດົມ​ຍິງ​ໃສ່​ກໍາລັງ​ອັຟກາ​ນີສຖານ
ແລະ​ເນ​ໂຕ້​ກ່ອນ ທີ່​ໄດ້ເປັນ​ຕົ້ນ​ເຫດ​ໃຫ້ມີ​ການ​ໂຈມ​ຕີ​ທາງອາກາດ​ຂ້າມ​ເຂດ​ຊາຍ​ແດນ ທີ່ໄດ້
ສັງຫານ​ທະຫານ​ປາ​ກີ​ສຖານ 24 ຄົນ.

ພົນ​ຕີ Athar Abbas ​ໂຄສົກ​ກອງທັບ​ປາ​ກີີ​ສຖານ​ກ່າວໃນວັນ​ຈັນ​ມື້​ນີ້ ທີ່ວ່າການ​ກ່າວ​ອ້າງ​
ທີ່​ວ່າ ທະຫານ​ປາ​ກີ​ສຖານ​ໄດ້​ເປີດ​ສາກ​ຍິງ​ກ່ອນ​ນັ້ນ​ແມ່ນ​ບໍ່​ມີ​ຄວາມ​ຈິງ.

ພວກ​ເຈົ້າໜ້າ​ທີ່​ປາ​ກີ​ສຖານ​ກ່າວ​ເມື່ອ​ວັນ​ອາທິດ​ວານ​ນີ້​ວ່າ ທະຫານ​ເນ​ໂຕ້ ​ແລະທະຫານ​ອັຟ
ກາ​ນີຖສານ ທີ່ກໍາລັງ​ທໍາ​ການ​ລາດຕະ​ເວນ​ຢູ່ໃກ້ຊາຍ ​ແດນ​ຕິດ​ກັບ​ປາກີສຖານ ​ໄດ້​ຖືກ​ຍິງ​ໃສ່
ກ່ອນ​ທີ່​ພວກ​ເຂົາ​ເຈົ້າຈະ​ເອີ້ນ​ໃຫ້​ ເນ​ໂຕ້ ມາ​ໂຈມ​ຕີ​ທາງ​ອາກາດ ທີ່ໄດ້​ສັງຫານທະຫານ​ປາ
ກີ​ສຖານ​ເມື່ອ​ວັນ​ເສົາ ຜ່ານ​ມາ​ນັ້ນ.

ຄໍາ​ບອກ​ເລົ່າ​ເມື່ອ​ວັນ​ອາທິດ​ວານ​ນີ້ ຂອງ​ພວກເຈົ້າໜ້າ​ທີ່​ອັຟກາ​ນີສຖານທີ່ຂໍ​ບໍ່​ໃຫ້ບົ່ງ​ຊື່ນັ້ນ
ແມ່ນ​ຂັດ​ກັນ​ກັບ​ຄໍາ​ອ້າງ​ຂອງ​ອີສລາມາ​ບັດ ທີ່​ວ່າການ​ໂຈມ​ຕີ​ຄ້າຍ​ທະຫານ​ປາ​ກີ​ສຖານ​ສອງ
ແຫ່ງນັ້ນ ​ບໍ່ໄດ້ມີ​ການກໍ່ກວນ​ແຕ່​ຢ່າງ​ໃດ​ເລີຍ.

XS
SM
MD
LG