ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Oxfam ກ່າວວ່າ ຄົນຮັ່ງມີທີ່ສຸດ 1 ເປີເຊັນ ຈະເປັນເຈົ້າຂອງ ຄວາມຮັ່ງມີ ເຄິ່ງນຶ່ງຂອງໂລກ ພາຍໃນປີ 2016


ຮູບພາບຄຳແທ່ງ ແລະເງິນດອນລາສະຫະລັດ ໃນຕູ້ນິລະໄພ ໃນທະນາຄານແຫ່ງນຶ່ງ ທີ່ນະຄອນ Vienna ວັນທີ 21 ກໍລະກົດ 2009.
ຮູບພາບຄຳແທ່ງ ແລະເງິນດອນລາສະຫະລັດ ໃນຕູ້ນິລະໄພ ໃນທະນາຄານແຫ່ງນຶ່ງ ທີ່ນະຄອນ Vienna ວັນທີ 21 ກໍລະກົດ 2009.

ອີງ​ຕາມ​ອົງການ​ພັດທະນາ​ທີ່​ບໍ່​ຫາ​ຜົນ​ກຳ​ໄລ Oxfam ກໍ​ແມ່ນ​ວ່າ
ຄົນຮັ່ງມີ​ທີ່​ສຸດ​ໃນ​ຈຳນວນ 1 ​ເປີ​ເຊັນ​ຂອງ​ປະຊາກອນ​ໂລກ ຈະ
​ມີ​ຄວາມ​ຮັ່ງມີ​ເປັນ​ສ່ວນ​ຫຼາຍ​ຢູ່​ໃນ​ໂລກ​ໃນ​ປີ​ຕໍ່ໜ້າ​ນີ້.

ສ່ວນ​ແບ່ງ​ທີ່​ລ້ຳ​ລວຍ​ທີ່​ສຸດ​ຂອງ​ຄວາມ​ຮັ່ງມີ​ຂອງ​ໂລກໄດ້​ເພີ້​ມ
ຂຶ້ນ​ເປັນ 48 ​ເປີ​ເຊັນ​ໃນ​ປີ 2014 ​ເມື່ອ​ສົມ​ທຽບ​ໃສ່​ກັບ 44 ​ເປີ
​ເຊັນ​ໃນ​ປີ 2009​ແລະ​ເບິ່ງ​ຄື​ວ່າ​ຈະ​ກາຍ 50 ​ເປີ​ເຊັນ​ໃນ​ປີ 2016.

ລາຍ​ງານ​ຂອງ​ອົງການ​ດັ່ງກ່າວ​ໄດ້​ຖືກ​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ຈັນ​
ມື້​ນີ້ ກ່ອນ​ກອງ​ປະຊຸມ​ປະຈຳ​ປີ​ວ່າ​ດ້ວຍ​ເສດຖະກິດ​ໂລກ​ໄຂ​ຂຶ້ນ
​ທີ່​ນະຄອນ Davos ປະ​ເທດ Switzerland.

ອົງການ Oxfam ​ເຕືອນ​ວ່າ “ການລະ​ເບີດ​ຂຶ້ນ ​ຂອງ​ຄວາມ​ບໍ່ເທົ່າທຽມ​ກັນ” ກຳລັງ​ຢັບ ຢັ້ງການ​ຕໍ່ຕ້ານ​ຄວາມທຸກ​ຈົນ​ຂອງໂລກ​ເອົາ​ໄວ້ໃນ​ເວລາ​ທີ່​ນຶ່ງ​ໃນ​ເກົ້າ​ຄົນ​ໃດ​ບໍ່​ມີ​ອາຫານ​ການ​ກິນພຽງພໍ ​ແລະ​ປະຊາຊົນຈຳນວນ​ຫລາຍ​ກວ່າ 1 ຕື້​ຄົນ​ຢູ່​ກິນ​ຈາກລາຍ​ຮັບ​ບໍ່​ຮອດ 1 ດອນ​ລາ​ກັບ 25 ​ເຊັນ​ຕໍ່​ມື້.

ລາຍ​ງານ​ສະບັບ​ນີ້​ກ່າວ​ວ່າ ຄົນ​ຮັ່ງມີ​ທີ່​ສຸດ​ 80 ຄົນ​ຢູ່ໃນ​ໂລກມີ​ເງິນ 1 ພັນ 900 ຕື້​ດອນ​ລາ ຊຶ່ງ​ເປັນ​ຈຳນວນ​ເກືອບ​ເທົ່າໆ​ກັນ​ກັບ​ຈຳນວນ​ສ່ວນ​ແບ່ງ​ຂອງ​ຈຳນວນ​ພົນລະ​ເມືອງ​ທີ່​ທຸກ​ຍາກ​ 3500ລ້ານ​ຄົນ​ເຄິ່ງນຶ່ງ​ຂອງອັດຕາ​ສ່ວນ​ລາຍ​ຮັບ​ຂອງ​ໂລກ​.

ທ່ານ​ນາງ Winnie Byanyima ຫົວໜ້າ​ບໍລິຫານ​ອົງການ​ລະຫວ່າງ​ຊາດ ຊຶ່ງຈະ​ເປັນ​ປະ
ທານ​ຮ່ວມ​ຂອງ​ກອງ​ປະຊຸມ​ທີ່​ນະຄອນ Davos ວາງ​ແຜນ​ທີ່​ຈະ​ໃຊ້​ຕຳ​ແໜ່​ງຂອງ​ທ່ານ​ນາງ​ທີ່​ກອງ​ປະຊຸມ ຮຽກຮ້ອງ​ໃຫ້ທຳ​ການ​ເຄື່ອນ​ໄຫວ​ຢ່າງ​ສຸກ​ເສີນ ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ກ້ຳ​ເກິ່ງ​ກັນ​ທີ່​ພວມ​ເພີ້​ມຂຶ້ນ​ນີ້.

​ເພື່ອ​ຄວບ​ຄຸມ​ຄວາມ​ບໍ່​ກ້ຳ​ເກິ່ງ​ກັນ​ຢ່າງ​ຫລວງ​ຫຼາຍ​ທີ່​ສຸດ​ນີ້ ອົງການ OXFAM ກຳລັງ​ຮຽກ
ຮ້ອງ​ໃຫ້​ທຸກໆ​ປະ​ເທດ​ແກ້​ໄຂ​ເລື້ອງ​ການ​ຫຼີກ​ລ້ຽງ​ເສຍ​ພາສີ​ໃຫ້ລັດ ປັບປຸງການ​ບໍລິການ​ດ້ານ
ສາທາລະນະ​ໃຫ້​ດີ​ຂຶ້ນ ​ເກັບ​ພາສີ​ການ​ລົງທຶນ ​ແທນ​ທີ່​ຈະ​ເກັບ​ນຳ​ພວກ​ແຮງ​ງານ ​ແລະ​ສະ​ເໜີ​ຄ່າ​ແຮງ​ງານ​ຕໍ່າ ສຸດ​ທີ່​ພໍ​ຢູ່​ໄດ້ ພ້ອມ​ກັບ​ການ​ເອົາ​ມາດ​ຕະການ​ອື່ນໆນຳ.

XS
SM
MD
LG