ຕໍາຫຼວດບັງກລາແດັສເວົ້າວ່າ ພວກເຂົາເຈົ້າໄດ້ຄວບຄຸມຕົວເຈົ້າຂອງຕຶກໂຮງງານທີ່ພັງ ລົງເມື່ອອາທິດຜ່ານມາ ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 350 ຄົນ.
ຕໍາຫຼວດເວົ້າເມື່ອວັນອາທິດມື້ນີ້ວ່າ ພວກເຂົາເຈົ້າໄດ້ກັກຂັງນາຍ Mohammed Sohel Rana ຢູ່ໃກ້ເຂດຊາຍແດນທີ່ຕິດກັບອິນເດຍ ຊຶ່ງ ນາຍ Rana ໄດ້ຫາຍສາບສູນໄປນັບຕັ້ງແຕ່ຕຶກດັ່ງກ່າວພັງລົງເມື່ອວັນພຸດຜ່ານມາ.
ຕໍາຫຼວດເວົ້າອີກວ່າ ນາຍ ຣານາ ແລະຜູ້ຈັດການໂຮງງານໄດ້ເມີນເສີຍຕໍ່ຄໍາເຕືອນຂອງ ເຈົ້າໜ້າທີ່ເພື່ອໃຫ້ຜູ້ຄົນໜີອອກຈາກຕຶກຫຼັງຈາກຄະນະກວດ ສອບ ພົບເຫັນຮອຍແຕກແຫງຂອງຕຶກເມື່ອວັນອັງຄານ ຄືມື້ນຶ່ງກ່ອນທີ່ຕຶກພັງ.
ນອກນີ້ ເມື່ອວັນອາທິດມື້ນີ້ ໜ່ວຍກູ້ໄພສຸກເສີນ ໄດ້ດຶງເອົາພວກທີ່ລອດຊີວິດມາໄດ້ ອີກຢ່າງໜ້ອຍສີ່ຄົນ ອອກມາຈາກຊາກຫັກພັງນັ້ນ.
ທີມກູ້ໄພສຸກເສີນ ໄດ້ປະຕິບັດງານດ້ວຍເຄຶ່ອງມື ເພື່ອຄົ້ນຫາຜູ້ລອດຊີວິດ ແລະກູ້ເອົາຊາກສົບ ແຕ່ເຈົ້າໜ້າທີ່ເວົ້າວ່າ ໃນບໍ່ຊ້ານີ້ ພວກເຂົາເຈົ້າຈະ ເລີ່ມໃຊ້ລົດຍົກເພື່ອເຂົ້າ ຊອກຫາຕາມຊາກຫັກພັງ. ເຈົ້າໜ້າທີ່ໄດ້ໂຈະການ ໃຊ້ອຸບປະກອນໜັກ ໂດຍຫວັງວ່າຈະປ້ອງກັນພວກທີ່ຍັງລອດຊີວິດ ທີ່ຕົກຄ້າງຢູ່ໃນຊາກຫັກພັງຂອງຕຶກດັ່ງກ່າວ.
ເມື່ອວັນເສົາວານນີ້ ຕໍາຫຼວດເວົ້າວ່າ ພວກເຂົາເຈົ້າໄດ້ຈັບກຸມຫົກຄົນ ທີ່ພົວພັນກັບເຫດຕຶກພັງນີ້ ໃນນັ້ນມີວິດສະວະກອນລັດຖະບານສອງຄົນທີ່ມີສ່ວນເປັນຜູ້ອະນຸມັດຕຶກ ແລະຫົວໜ້າໂຮງງານອີກສອງຄົນ ຄືຜູ້ອໍານວຍການບໍລິຫານຂອງບໍລິສັດເຄື່ອງນຸ່ງ New Wave Apparels ແລະປະທານບໍລິສັດດັ່ງກ່າວ.
ຕຶກທີ່ພັງລົງດັ່ງກ່າວ ຕັ້ງຢູ່ນອກນະຄອນຫຼວງ Dhaka ອອກໄປໜ້ອຍນຶ່ງ ທີ່ມີໂຮງງານຕັດຫຍິບຫ້າບໍລິສັດຢູ່ໃນນັ້ນ.
(ເບິ່ງວີດີໂອ)