ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັງກລາແດັສ ຈັບເຈົ້າໜ້າທີ່ ໂຮງງານຕັດຫຍິບ ທີ່ພັງລົງມາ (ສະໄລດ໌/ວີດີໂອ)



ອາສາສະມັກບັງກລາແດັສຄົນນຶ່ງ ຂຽນຊື່ໃສ່ຖົງສົບຄົນຕາຍ ຂະນະທີ່ຍາດພີ່ນ້ອງ ຊອກຫາສົບພວກຫາຍສາບສູນ ຢູ່ທີ່ເດິ່ນໂຮງຮຽນແຫ່ງນຶ່ງ ໃກ້ໆບ່ອນທີ່ຕຶກອາຄານພັງ ທີ່ໃຊ້ເປັນບ່ອນ ເກັບສົບຊົ່ວຄາວ (27 ເມສາ 2013)
ອາສາສະມັກບັງກລາແດັສຄົນນຶ່ງ ຂຽນຊື່ໃສ່ຖົງສົບຄົນຕາຍ ຂະນະທີ່ຍາດພີ່ນ້ອງ ຊອກຫາສົບພວກຫາຍສາບສູນ ຢູ່ທີ່ເດິ່ນໂຮງຮຽນແຫ່ງນຶ່ງ ໃກ້ໆບ່ອນທີ່ຕຶກອາຄານພັງ ທີ່ໃຊ້ເປັນບ່ອນ ເກັບສົບຊົ່ວຄາວ (27 ເມສາ 2013)
ຕຳຫຼວດບັງກລາແດັສໄດ້ຈັບກຸມເຈົ້າຂອງໂຮງງານຕັດຫຍິບທີ່ພັງ
ລົງມາເມື່ອ 3 ມື້ກ່ອນ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດຫຼາຍຮ້ອຍຄົນນັ້ນ.

ເຈົ້າໜ້າທີ່ ກ່າວໃນວັນເສົາມື້ນີ້ວ່າ ທ່ານ Bazlus Samad ຜູ້ອຳ ນວຍການບໍລິຫານຂອງບໍລິສັດເຄື່ອງນຸ່ງຄື້ນໃໝ່ຫຼື New Wave
Apparels ແລະ ທ່ານ Mahmudur Rahman Rapash ປະ ທານບໍລິສັດຂອງບໍລິສັດຖືກຄວບຄຸມໂຕໄວ້ແລ້ວ. ຍັງບໍ່ທັນເປັນ
ທີ່ຈະແຈ້ງເທື່ອວ່າບຸກຄົນທັງສອງໄດ້ຖືກຟ້ອງຮ້ອງຫຼືກ່າວຫາແລ້ວ
ຫຼືບໍ່.

ນອກນັ້ນ ຕຳຫຼວດຍັງໄດ້ຈັບ ວິສະວະກອນອີກ 2 ຄົນ ທີ່ພົວພັນ
ນຳການອອກແບບຕຶກ ອາຄານດັ່ງກ່າວ.



ຂະນະດຽວກັນ ໂຕເລກຜູ້ເສຍຊີວິດ ໄດ້ເພີ້ມຂຶ້ນເປັນ 325 ຄົນແລ້ວ ໃນຂະນະທີ່ພວກກູ້ໄພ
ທີ່ອິດເມື່ອຍຍັງສືບຕໍ່ປະຕິບັດໜ້າທີ່ແບບບໍ່ຢຸດເຊົາເພື່ອຊອກຄົ້ນຫາພວກທີ່ລອດຊີວິດມາໄດ້.

ໃນວັນເສົາມື້ນີ້ ມີຫຼາຍໆຄົນໄດ້ຖືກຊ່ອຍອອກມາຈາກຊາກຫັກພັງແລະພວກກູ້ໄພພະຍາຍາມ ທີ່ຈະເຂົ້າໄປເຖິງບຸກຄົນອື່ນໆ ທີ່ຮູ້ວ່າຍັງຕົກຄ້າງຢູ່ຂ້າງໃນ. ມີຫຼາຍກວ່າ 2,400 ຄົນແລ້ວ ໄດ້ ຖືກຊ່ອຍອອກມານັບຕັ້ງແຕ່ຕຶກອາຄານໄດ້ພັງລົງໂດຍທີ່ມີຢ່າງໜ້ອຍເຄິ່ງນຶ່ງຂອງຈຳນວນດັ່ງ ກ່າວ ແມ່ນໄດ້ຮັບບາດເຈັບ. ນອກນັ້ນແລ້ວ ຄະນະກູ້ໄພຍັງສືບຕໍ່ ກູ້ເອົາຊາກສົບຜູ້ເສຍຊີວິດ ອອກມາຈາກຕຶກອາຄານທີ່ຖືກທຳລາຍຫຼັງນີ້.

ຕຳຫຼວດເວົ້າວ່າ ເຈົ້າຂອງຕຶກອາຄານ ແລະພວກຜູ້ຈັດການໂຮງງານຕັດຫຍິບ ບໍ່ໄດ້ເອົາຫົວ ຊາຕໍ່ຄຳເຕືອນຂອງພວກເຈົ້າໜ້າທີ່ໆໃຫ້ຍົກຍ້າຍຜູ້ຄົນອອກໄປຈາກຕຶກ ລຸນຫລັງເຈົ້າໜ້າທີ່ ກວດກາພົບເຫັນຮອຍແຕກແຫງຫຼາຍບ່ອນ ໃນມື້ວັນອັງຄານຜ່ານມາ.

ວີດີໂອ ຕຶກອາຄານພັງ ທີ່ບັງກລາແດັສ
please wait

No media source currently available

0:00 0:00:39 0:00
XS
SM
MD
LG