ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໖ ພະຈິກ ໒໐໒໔

ລາວຕ່າງແດນ ເປັນເຈົ້າຂອງດິນ ໃນລາວໄດ້ ໂດຍບໍ່ຕ້ອງ ລົງທຶນ ເຖິງ 5 ແສນໂດລາ


ຊົງຣິດ ໂພນເງິນ ນັກຂ່າວວີໂອເອ ປະຈໍາບາງກອກ ຂະນະສໍາພາດ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກ ງານດ້ານເສດຖະກິດຂອງລາວ.
ຊົງຣິດ ໂພນເງິນ ນັກຂ່າວວີໂອເອ ປະຈໍາບາງກອກ ຂະນະສໍາພາດ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກ ງານດ້ານເສດຖະກິດຂອງລາວ.
ຮອງ​ນາຍົກລັດຖະມົນຕີລາວ ຢືນຢັນ​ວ່າຄົນ​ລາວ​ໃນ​ຕ່າງປະ​ເທດ​
ມີ​ສິດ​ທີ່​ຈະ​ເປັນ​ເຈົ້າ ຂອງ​ທີ່​ດິນ ​ແລະ​ອະສັງຫາລິມະ​ຊັບ​ໃນລາວ
​ໂດຍ​ບໍ່​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ມີ​ເງິນ​ລົງທຶນ​ໃນ​ລາວເຖິງ 500,000 ​ໂດ​
ລ່າ ​ແຕ່​ຢ່າງ​ໃດ.

please wait

No media source currently available

0:00 0:04:10 0:00
ລິງໂດຍກົງ

ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​
ນໍາ​ວຽກ​ງານ​ດ້ານເສດຖະກິດ ຂອງ​ຄະນະ​ລັດຖະບານ​ລາວ ​ໃຫ້
ການ​ຢືນຢັນ​ກັບ​ VOA ຢູ່ທີ່ນະຄອນວຽງຈັນວ່າ ມາດຕະການນຶ່ງ
ທີ່ຈະຊວ່ຍສົ່ງເສີມ ແລະອໍານວຍຄວາມສະດວກ ໃຫ້ຄົນເຊື້ອ
ຊາດລາວໃນຕ່າງປະເທດຕ້ອງການທີ່ຈະກັບຄືນມາອາໄສຢູ່ໃນ
ປະເທດລາວ ຢ່າງຖາວອນໃຫ້ ຫຼາຍຂຶ້ນນັ້ນ ກໍຄື ການຍົກເວັ້ນ ໃຫ້ຄົນເຊື້ອຊາດລາວໃນຕ່າງປະເທດ ບໍ່ຈໍາເປັນທີ່ຈະຕ້ອງ ມີ
ການລົງທຶນໃນລາວ ຄິດເປັນມູນຄ່າຕັ້ງແຕ່ ຫ້າແສນໂດລ່າຂຶ້ນ
ໄປ ດັ່ງທີ່ທ່ານກ່າວວ່າ:

“ກະຍິນດີທີ່ສຸດແລ້ວ ລັດຖະບານນີ້ກະ ຍາມໃດ ຜູ້ນໍາ
ຂອງພວກເຮົາກ່າວຄໍາປາໄສບໍ່ ຫຼືວ່າ ຢູ່ໃນງານສໍາຄັນໃດກະຮຽກຮ້ອງພີ່ນ້ອງ ຊາວລາວຂອງພວກເຮົາ ຖ້າວ່າ​ເຂົາ​ເຈົ້າ ສົນ​ໃຈຢາກ ກັບຄືນມາ ບ້ານເກີດ ເມືອງນອນ ພວກເຮົາກະຍິນດີ ໃຫ້ ເຂົ້າມາ ບໍ່ໄດ້ຂັດຂ້ອງຫຍັງ ລະບຽບການນີ້ ມັນຍັງແຕ່ອັນດຽວ ອັນນີ້ຍັງບໍ່ ທັນ ຕົກລົງກັນໄດ້ເທື່ອ ແມ່ນຄົນລາວເຮົາຢູ່ຕ່າງ ປະເທດຢາກສະເໜີຢາກຂໍມີ ສອງສັນຊາດອັນນີ້ແມ່ນຍັງບໍ່ທັນຕົກລົງກັນໄດ້.”


ທັງ​ນີ້​ໂດຍ ອິງຕາມ​ດໍາລັດ​ຂອງ​ນາຍົກລັດຖະມົນຕີລາວ ທີ່​ຜ່ານ​ມະຕິ​ຮັບຮອງ​ຂອງ​ຄະນະ​ລັດຖະບານ​ລາວ​ ນັບ​ຈາກ​ປີ 2011 ​ເປັນ​ຕົ້ນ​ມາ​ແລ້ວ​ນັ້ນ ​ໄດ້​ກໍານົດ​ວ່າ​ຊາວ​ຕ່າງ​ຊາດ​ທີ່​ມີ​ສິດ​ຢູ່ ອາ​ໄສ​ໃນ​ລາວ​ໄດ້​ຢ່າງ​ຖາວອນ ​ແລະ​ມີ​ສິດ​ເປັນ​ເຈົ້າຂອງ​ທີ່​ດິນ​ແລະ​ສິ່ງ​ປຸກ​ສ້າງ​ຕ່າງໆ​ໃນ​ລາວ​ໄດ້​ນັ້ນ ຈະ​ຕ້ອງ​ມີ​ການ​ລົງທຶນ​ໃນ​ລາວ​ ທີ່​ມີ​ທຶນ​ຈົດ​ທະບຽນ​ ຕັ້ງ​ແຕ່ 500,000 ໂດລ່າ ຂຶ້ນ​ໄປ ​ແລະ​ດໍາ​ເນີນ​ທຸລະ​ກິດ​ຢູ່​ໃນ​ລາວ​ມາ​ແລ້ວ ​ເປັນ​ລະຍະ​ເວລາ​ບໍ່​ໜ້ອຍ​ກວ່າ 5 ປີຕິ​ດຕໍ່​ກັນ ກັບ ທັງ​ຍັງ​ໄດ້​ຊໍາລະ​ພາສີ​ອາກອນ​ຕ່າງໆ​ຕາມ​ກົດໝາຍ​ຂອງ​ລາວ​ຢ່າງ​ຄົບ​ຖ້ວນ​ແລ້ວ. ​

ໂດຍສໍາລັບ​ຊາວ​ຕ່າງ​ຊາດ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ພັກ​ອາ​ໄສ​ຢູ່​ໃນ​ລາວ​ຢ່າງ​ຖາວອນ​ແລ້ວ​ນັ້ນ ກໍ​ມີ​ສິດ ທີ່​ຈະ​ຊື້​ແລະ​ເປັນ​ເຈົ້າຂອງ​ທີ່​ດິນ​ໃນ​ລາວ​ຄິດ​ເປັນ​ເນື້ອ​ທີ່​ບໍ່​ເກີນ 800 ​ແມັດ​ມົນທົນ​ຕໍ່ ລາຍ ທັງກໍ​ຍັງ​ມີ​ສິດ​ເປັນ​ເຈົ້າຂອງ​ສິ່ງ​ປຸກ​ສ້າງ​ຕ່າງໆ​ ໃນ​ທີ່​ດິນ​ດັ່ງກ່າວ​ດ້ວຍ ​ໂດຍ​ທາງ​ການ​ລາວຈະ​ກໍານົດ​ພື້ນ​ທີ່​ເພື່ອ​ຮອງ​ຮັບ​ສິດທິ ລວມ​ເຖິງ​ການ​ພິດ​ຈາລະ​ນາ​ເພື່ອ​ສັ່ງ​ໃຫ້​ຖອນ​ສິດ​ດັ່ງ ກ່າວ​ດ້ວຍ​ຖ້າ​ຫາກ​ກວດ​ພົບ​ວ່າ​ຊາວ​ຕ່າງ​ຊາດ​ໄດ້​ທໍາ​ການ​ທີ່​ຂັດ​ຕໍ່​ລັດຖະທໍາ​ມະນູນແລະ​ກົດ ໝາຍ​ທີ່​ເປັນຄວາມ​ຜິດ​ທາງ​ອາຍາ ຫຼື​ຂັດຂວາງ​ຜົນ​ປະ​ໂຫຍ​ດ ​ແລະ​ບ່ອນ​ທໍາລາຍ​ຄວາມ​ສະ ຫງົບ​ຮຽບຮ້ອຍ​ຂອງ​ຊາດ​ລາວ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ຍັງ​ມີ​ອີກ​ບັນຫາ​ນຶ່ງ ທີ່​ລັດຖະບານ ​ແລະ​ສະພາ​ແຫ່ງ​ຊາດ​ລາວ ຍັງ​ບໍ່​ສາມາດ​ຕົກລົງ​ຢ່າງ​ເປັນ​ເອກ​ກະພາບ​ກັນ​ໄດ້​ຈົນ​ເຖິງ​ປັດຈຸບັນ​ນີ້ ກໍ​ຄື​ບັນຫາ​ກ່ຽວ​ກັບ​ການ​ຖື​ສັນຊາດ​ລາວ​ໃນ​ຕ່າງປະ​ເທດ ທີ່​ຕ້ອງການ​ຈະ​ເດີນທາງ​ກັບຄືນ​ມາ​ຢູ່​ໃນ​ລາວ​ຢ່າງ​ຖາວອນ ຫາກ​ແຕ່​ວ່າ​ກໍ​ຍັງ​ຕ້ອງການ​ຈະ​ຖື​ສັນຊາດ​ຕ່າງປະ​ເທດ​ຕໍ່​ໄປ ທັງ​ກໍ​ຍັງ​ຢາກ​ຈະ​ຖື​ສັນຊາດ​ລາວ​ດ້ວຍ ຫາກ​ແຕ່​ຕາມ​ກົດໝາຍ​ລາວ ອະນຸຍາດ​ໃຫ້​ຖື​ໄດ້​ພຽງສັນຊາດ​ດຽວ​ເທົ່າ​ນັ້ນ.

ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ລະຫວ່າງ​ພາກສ່ວນ​ທີ່​ເຫັນ​ສົມ ຄວນ ​ໃຫ້​ມີ​ການ​ດັດ​ແກ້​ກົດໝາຍ​ ວ່າ​ດ້ວຍ​ສັນຊາດ​ເພື່ອ​ຮອງ​ຮັບ​ຄວາມ​ຕ້ອງການ​ດັ່ງ ກ່າວ​ ຂອງ​ຄົນ​ລາວ​ໃນ​ຕ່າງປະ​ເທດ​ກັບ​ອີກ​ພາກສ່ວນ​ນຶ່ງ​ທີ່​ບໍ່​ເຫັນ​ດ້ວຍ ທີ່​ຈະ​ຕ້ອງ​ດັດ​ແກ້​ກົດໝາຍ ​ເພາະເຫັນ​ວ່າ ການ​ຖື​ສັນ​ຊາດ​ດຽວ​ນັ້ນ ​ເປັນ​ຫຼັກການ​ສາກົນ​ຢູ່​ແລ້ວ.

​ເພາະສະ​ນັ້ນ ທັງ​ລັດຖະບານ ​ແລະ​ສະພາ​ແຫ່ງ​ຊາດ​ລາວ ຈຶ່ງ​ຕ້ອງການ​ເວລາ​ເພື່ອ​ພິດ​ຈາລະ​ນາ​ກໍລະນີ​ດັ່ງກ່າວ​ນີ້ ຢ່າງຮອບ​ຄອບ ດັ່ງ​ທີ່​ທ່ານ ສົມ​ສະຫວາດ ​ໄດ້​ຊີ້​ແຈງ​ວ່າ:

ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນໍາ​ວຽກ​ງານ​ດ້ານເສດຖະກິດ
ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນໍາ​ວຽກ​ງານ​ດ້ານເສດຖະກິດ

“ອັນ​ນີ້​ກະ​ຫວັງ​ວ່າ​ເຮົາ​ບໍ່​ທັນ​ມີ​ກົດໝາຍ ກະ​ຂໍ​ໃຫ້​ພີ່ນ້ອງ​ລາວ​ເຂົ້າ​ໃຈ​ແດ່ ​ເຫັນ​ອົກ​ເຫັນ​ໃຈ​ລັດຖະບານ ມັນ​ບໍ່​ແມ່ນ​ກົດ​ໝາຍ​ສະບັບ​ນຶ່ງ​ແລ້ວ​ ສອງ​ສາມ​ມື້​ແລ້ວ ມັນ​ບໍ່​ເປັນ​ຈັ່ງ​ຊັ້ນ ມັນ ຕ້ອງ​ໄດ້​ສຶກສາຄົ້ນຄວ້າ ຫຼາ​ຍອັນ​ຫຼາຍ​ແນວ​ຊັ້ນ​ໜາ ສະ​ນັ້ນ ພວກ​ເຮົາ​ກໍ​ມີ​ນະ​ໂຍບາຍ​ໄວ້ວ່າ ຄັນ​ມາ​ແລ້ວ ພວກ​ເຮົາ​ກໍ​ເຫັນ​ດີ​ໃຫ້​ມາ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ສົມ​ສະຫວາດ ກໍ​ບໍ່​ສາມາດ​ທີ່​ຈະ​ຄາດໝາຍ​ໄດ້​ວ່າ ການ​ພິດ​ຈາ ລະ​ນາ​ດັ່ງກ່າວ​ນີ້ ຈະ​ແລ້ວ​ສໍາ​ເລັດ​ເມື່ອ​ໃດ​ແທ້ ​ເພາະ​ຂຶ້ນຢູ່​ກັບ​ປະສິດທິພາບ​ຂອງ​ສະພາ​ແຫ່ງ​ຊາດ​ລາວ​ເປັນ​ສໍາຄັນ.
XS
SM
MD
LG