ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ່ວຍທຸລະກິດລາວ ຫຼາຍກວ່າ 90 ເປີເຊັນ ຜະລິດສິນຄ້າ ເພື່ອຕອບສະໜອງ ພຽງແຕ່ ຕະຫຼາດພາຍໃນ


ນາຍົກລັດຖະມົນຕີ ສປປ ລາວ ທ່ານທອງສິງ ທຳມະວົງ ຊົມຜະລິດຕະພັນ ສິນຄ້າ ຊີ້ນງົວ ແລະ ຊີ້ນໝູ ຂອງຫົວໜ່ວຍທຸລະກິດແຫ່ງໜຶ່ງ.
ນາຍົກລັດຖະມົນຕີ ສປປ ລາວ ທ່ານທອງສິງ ທຳມະວົງ ຊົມຜະລິດຕະພັນ ສິນຄ້າ ຊີ້ນງົວ ແລະ ຊີ້ນໝູ ຂອງຫົວໜ່ວຍທຸລະກິດແຫ່ງໜຶ່ງ.

ຫົວໜ່ວຍທຸລະກິດຫຼາຍກວ່າ 90 ເປີເຊັນ ຂອງຈຳນວນຫົວໜ່ວຍ
ທຸລະກິດທັງໝົດ ໃນລາວຜະລິດສິນຄ້າ ເພື່ອຕອບສະໜອງການ
ບໍລິໂພກພາຍໃນ ຈຶ່ງມີພຽງສ່ວນນ້ອຍ ທີ່ຜະລິດສິນຄ້າເພື່ອສົ່ງ
ອອກໄປຕ່າງປະເທດ.

ທ່ານສະໄໝ ຈັນບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການແລະການລົງທຶນ
ໄດ້ຖະແຫລງວ່າ ການສຳຫລວດກຽວກັບການຜະລິດສິນຄ້າ ແລະ ບໍລິການຂອງຫົວໜ່ວຍ
ພື້ນຖານທາງເສດຖະກິດຈຳນວນທັງໝົດ 124,830 ຫົວໜ່ວຍໃນທົ່ວປະເທດລາວ ພົບວ່າ
94 ເປີເຊັນ ເປັນຫົວໜ່ວຍທຸລະກິດທີ່ໄດ້ທຳການຜະລິດສິນຄ້າ ແລະ ບໍລິການເພື່ອຕອບ
ສະໜອງການບໍລິໂພກພາຍໃນປະເທດເປັນດ້ານຫຼັກ.

ຍິ່ງໄປກວ່ານັ້ນ ການສຳຫລວດຍັງພົບດ້ວຍວ່າ ມີຫົວໜ່ວຍທຸລະກິດພຽງ 630 ຫົວໜ່ວຍ ຫຼື
ຄິດເປັນ 0.5 ເປີເຊັນ ເທົ່ານັ້ນທີ່ເນັ້ນໜັກການຜະລິດສິນຄ້າ ເພື່ອສົ່ງອອກຕ່າງປະເທດ ສ່ວນ 1,700 ກວ່າຫົວໜ່ວຍທີ່ຄິດເປັນ 1.4 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດດັ່ງກ່າວ ກໍ
ເນັ້ນໜັກທັງການຜະລິດສິນຄ້າເພື່ອສົ່ງອອກ ແລະ ຕອບສະໜອງການບໍລິໂພກພາຍໃນ
ປະເທດຄຽງຄູ່ກັນໄປ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ກຳລັງຊົມຜະລິດຕະພັນ ກະສິກຳ ໃນງານວາງ ສະແດງສິນຄ້າກະສິກຳ.
ເຈົ້າໜ້າທີ່ຂັ້ນສູງຂອງລາວ ກຳລັງຊົມຜະລິດຕະພັນ ກະສິກຳ ໃນງານວາງ ສະແດງສິນຄ້າກະສິກຳ.

ພ້ອມກັນນີ້ ການສຳຫລວດ ຍັງພົບວ່າ 28.2 ເປີເຊັນ ຂອງຫົວ
ໜ່ວຍທຸລະກິດ ທັງໝົດດັ່ງກ່າວນີ້ ຕັ້ງຢູ່ໃນເຂດນະຄອນຫລວງ
ວຽງຈັນ ຮອງລົງມາກໍແມ່ນຫົວໜ່ວຍທຸລະກິດ ທີ່ຕັ້ງຢູ່ໃນແຂວງ
ສະຫວັນນະເຂດ ຄິດເປັນ 11 ເປີເຊັນ ແລະ ຈຳປາສັກ 9.2 ເປີ
ເຊັນ ສ່ວນເຂດທີ່ມີຫົວໜ່ວຍທຸລະກິດນ້ອຍທີ່ສຸດນັ້ນ ກໍຄືແຂວງ
ເຊກອງ ຜົ້ງສາລີ ແລະ ຫລວງນ້ຳທາ ຊຶ່ງມີຫົວໜ່ວຍທຸລະກິດຄິດ
ເປັນ 1.2 ເປີເຊັນ 1.3 ເປີເຊັນ ແລະ 1.8 ເປີເຊັນ ຕາມລຳດັບ.

ກະຊວງແຜນການ ແລະ ການລົງທຶນ ລາຍງານດ້ວຍວ່າ ໂຄງ
ການໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ODOP ທີ່ໄດ້ຮັບການຊ່ວຍ
ເຫຼືອ ຈາກອົງການເພື່ອການຮ່ວມມືສາກົນຂອງລັດຖະບານຍີ່ປຸ່ນ ຫຼື JICA ນັບຈາກປີ
2008 ເປັນຕົ້ນມາ ສາມາດພັດທະນາຜະລິດຕະພັນ ເປັນສິນຄ້າໄດ້ແລ້ວ 165 ລາຍການ
ຊຶ່ງສ່ວນໃຫຍ່ເປັນສິນຄ້າ ທີ່ແປຮູບໃນພາກກະສິກຳ ເຊັ່ນ ເຂົ້າກ່ຳ ນ້ຳເຜິ້ງລ້ຽງ ແລະ ນ້ຳ
ເຜິ້ງທຳມະຊາດ ເກືອໂບຮານ ຊີ້ນສະຫວັນ ນ້ຳຫວານຕົ້ນຫາງແຂ້ ນ້ຳມາກຍໍ ຜະລິດຕະພັນ
ຈາກຫວາຍ ຜະລິດຕະພັນຈາກເສັ້ນໃຍກ້ວຍ ນ້ຳມາກໄມ້ປອດສານພິດ ເຄື່ອງປັ້ນດິນເຜົາ
ແລະ ທູບຫອມ ເປັນຕົ້ນ.

ແຕ່ຢ່າງໃດກໍຕາມ ການພັດທະນາຜະລິດຕະພັນດັ່ງກ່າວກໍຖືວ່າ ໄດ້ມີການຂະຫຍາຍຕົວ
ຢ່າງຊັກຊ້າຫຼາຍ ເນື່ອງຈາກວ່າ ຜະລິດຕະພັນທັງ 165 ລາຍການນີ້ ເປັນຜົນຜະລິດຂອງ
45 ຫົວໜ່ວຍການຜະລິດ ທີ່ນອນຢູ່ໃນ 45 ບ້ານຂອງ 29 ເມືອງໃນເຂດ 12 ແຂວງ ໂດຍ
ຫົວໜ່ວຍການຜະລິດສ່ວນໃຫຍ່ ກໍນອນຢູ່ໃນ 4 ແຂວງເປົ້າໝາຍເທົ່ານັ້ນອີກດ້ວຍ ກໍຄື
ແຂວງສະຫວັນນະເຂດ ຈຳປາສັກ ວຽງຈັນ ແລະ ແຂວງຄຳມ່ວນ.

ທາງດ້ານກະຊວງອຸດສາຫະກຳ ແລະ ການຄ້າ ກໍລາຍງານການສຳຫລວດ ກ່ຽວກັບຄວາມ
ພ້ອມໃນການແຂ່ງຂັນ ຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນລາວ
ວ່າ ຫຼາຍກວ່າ 37,000 ແຫ່ງທີ່ບໍ່ມີຄວາມພ້ອມຈະແຂ່ງຂັນທາງດ້ານ ການຕະຫລາດ ພາຍ
ຫຼັງຈາກ 10 ປະເທດສະມາຊິກຂອງອາຊຽນໄດ້ເຊື່ອມຕໍ່ເສດຖະກິດເຂົ້າດ້ວຍກັນ ນັບແຕ່
ວັນທີ 31 ທັນວາ 2015 ເປັນຕົ້ນໄປ.

ໂດຍມີສາເຫດມາຈາກ ການທີ່ບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງເຫຼົ່ານີ້
ຍັງມີການຜະລິດສິນຄ້າທີ່ມີລະດັບຄຸນນະພາບຕ່ຳ ເພາະຍັງຂາດຄວາມຮູ້ຄວາມເຂົ້າໃຈ
ແລະ ບໍ່ມີທັກສະໃນການຜະລິດສິນຄ້າ ທີ່ເປັນທີ່ຕ້ອງການຂອງຕະຫລາດ ແລະ ຍັງບໍ່ມີ
ຫຼັກວິຊາການໃນການຜະລິດສິນຄ້າ ທີ່ໄດ້ມາດຕະຖານອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ
ຂອງລາວໄດ້ໃຫ້ການຊີ້ແຈງວ່າ.

“ຄວາມເຂົ້າໃຈ ລະດັບຝີມືການອອກແຮງງານ ຂອງປະຊາຊົນເນາະ ຍັງຈຳນວນໜຶ່ງ
ຍັງບໍ່ທັນຮູ້ຜະລິດສິນຄ້າ ປູກກະປູກໄປນຳໝູ່ ຈັ່ງຊັ້ນຫລະ ຈັກໃສ່ຝຸ່ນຫຍັງ ປູກອັນໃດ
ເປັນສິນຄ້າບໍ່ເປັນ ປູກຜັກກະບາງເທື່ອ ກະປູກພໍກຸ້ມກິນ ຈັ່ງຊັ້ນມາຮອດນີ້ນິ ສິ່ງທີ່ຍັງ
ຄ້າງຄາກໍຄືມີຈຳນວນໜຶ່ງບໍ່ທັນເຂົ້າໃຈວິທີຜະລິດ ສອງມາ ຫລະແມ່ນວິຊາການ ພວກ
ເຮົາໄປບໍ່ທັນທົ່ວ ບໍ່ທັນເຖິງ.”

ໂດຍການທີ່ຈະປ້ອງກັນບໍ່ໃຫ້ບັນຫາດັ່ງກ່າວນີ້ ເກີດຂຶ້ນກໍຈຳເປັນຈະຕ້ອງໃຊ້ເງິນທຶນ ໃນ
ມູນຄ່າລວມຫຼາຍກວ່າ 7,000 ຕື້ກີບເຫຼືອປະມານ 875 ລ້ານໂດລາ ເພື່ອນຳໃຊ້ເຂົ້າໃນ
ການພັດທະນາ-ປັບປຸງ ແລະ ຍົກລະດັບຄຸນນະພາບ ທັງໃນການບໍລິຫານ ແລະ ການຜະ
ລິດສິນຄ້າຂອງ SME ໃນລາວໃຫ້ດີຂຶ້ນ ຫາກແຕ່ວ່າ ລັດຖະບານລາວກໍມີເງິນທຶນ ທີ່ໄດ້ຮັບ
ການຈັດສັນຈາກທະນາຄານໂລກພຽງແຕ່ 96 ຕື້ກີບເທົ່ານັ້ນ.

XS
SM
MD
LG