ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີນກວ່າ 80 ເປີເຊັນຂອງຜູ້ຕິດໂຄວິດ-19 ແລະທີ່ເສຍຊີວິດທັງໝົດ ໃນລາວ ຄືກຸ່ມປະຊາກອນບໍ່ໄດ້ສັກຢາວັກຊີນ


ເຈົ້າໜ້າທີ່ສາທາລະນະສຸກ ຮັບເອົາພະນັກງານຄົນນຶ່ງທີ່ຕິດເຊື້ອໄວຣັສ ໂຄວິດ-19 ໄປກັກຕົວແລະຮັກສາປິ່ນປົວ.
ເຈົ້າໜ້າທີ່ສາທາລະນະສຸກ ຮັບເອົາພະນັກງານຄົນນຶ່ງທີ່ຕິດເຊື້ອໄວຣັສ ໂຄວິດ-19 ໄປກັກຕົວແລະຮັກສາປິ່ນປົວ.

ເກີນກວ່າ 80 ເປີເຊັນຂອງຈຳນວນຜູ້ທີ່ຕິດເຊື້ອໄວຣັສໂຄວິດ-19 ແລະເສຍຊີວິດທັງໝົດໃນລາວ ຄືກຸ່ມປະຊາກອນທີ່ບໍ່ໄດ້ຮັບການສັກຢາວັກຊີນ ຈຶ່ງເຮັດໃຫ້ມີຄວາມສ່ຽງສູງ ໃນການຕິດເຊື້ອແລະເສຍຊີວິດ ຊົງຣິດ ໂພນເງິນ ລາຍງານຈາກບາງກອກ.

ທ່ານນາງບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະແລະລະບາດວິທະຍາ ຖະແຫລງຢືນຢັນວ່າ ສາເຫດສຳຄັນປະການນຶ່ງທີ່ເຮັດໃຫ້ປະຊາຊົນລາວ ຕິດເຊື້ອໄວຣັສໂຄວິດ-19 ແລະເສຍຊີິວິດຫຼາຍຂຶ້ນນັບມື້ ກໍເພາະວ່າ ການສັກຢາວັກຊີນກັນໄວຣັສໂຄວິດ-19 ຍັງກະຈາຍໄປບໍ່ເຖິງກຸ່ມເປົ້າໝາຍທີ່ຈະຕ້ອງໄດ້ຮັບການສັກຢາວັກຊີນຢ່າງຮີບດ່ວນ ກໍຄືຜູ້ທີ່ອາຍຸແຕ່ 60 ປີຂຶ້ນໄປ ຜູ້ທີ່ມີໂຣກປະຈຳຕົວ ແມ່ຍິງທີ່ຖືພາເກີນ 12 ສັບປະດາ ແລະເຍົາວະຊົນທີ່ອາຍຸ 18 ປີລົງມາ ຊຶ່ງຈາກການສຶກສາວິໄຈໃນລາວ ພົບວ່າ 85 ເປີເຊັນຂອງຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ແລະ 84.6 ເປີເຊັນຂອງຈໍານວນຜູ້ເສຍຊີວິດທັງໝົດນັ້ນ ກໍຄືກຸ່ມປະຊາກອນລາວ ທີ່ຍັງບໍ່ທັນໄດ້ຮັບການສັກຢາວັກຊີນກັນໄວຣັສໂຄວິດ-19 ແຕ່ຢ່າງໃດ.

ພ້ອມກັນນີ້ ອີກປັດໄຈນຶ່ງທີ່ເຮັດໃຫ້ຈຳນວນຜູ້ຕິດໄວຣັສໂຄວິດ-19 ເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນນະຄອນວຽງຈັນ ທີ່ມີຈຳນວນຜູ້ຕິດໄວຣັສຫຼາຍທີ່ສຸດໃນລາວນັ້ນ ກໍເພາະວ່າ ໄວຣັສໂຄວິດ-19 ທີ່ລະບາດຢູ່ໃນລາວ ໃນເວລານີ້ ກໍຄືໄວຣັສສາຍພັນ ແດລຕາ (Delta) ທີ່ສາມາດຕິດຕໍ່ກັນໄດ້ງ່າຍ ແລະຢ່າງກວ້າງຂວາງ ທັງຍັງເປັນໄວຣັສທີ່ສາມາດລອຍໄປໃນອາກາດໄດ້ໄກອີກດ້ວຍ ຈຶ່ງເຮັດໃຫ້ສະຖານທີ່ທີ່ມີຜູ້ຄົນຢູ່ຮ່ວມກັນເປັນຈຳນວນຫຼາຍເຊັ່ນ ໂຮງງານຕ່າງໆ ມີຄວາມສ່ຽງສູງ ທີ່ຈະຕິດໄວຣັສສາຍພັນ Delta ທັງຍັງໄດ້ລະບາດເຂົ້າໄປໃນຊຸມຊົນຕ່າງໆອີກດ້ວຍ ດັ່ງທີ່ ທ່ານນາງບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວແລະຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໄດ້ໃຫ້ການຢືນຢັນວ່າ:

“ມີຂໍ້ມູນອອກມາວ່າ ໃນຂະນະທີ່ເຮົາແລ່ນອອກກໍາລັງກາຍແລະເຮົາຫາຍໃຈເອົາອາກາດຢູ່ລູ່ມສຸດຂອງຖົງປອດອອກມານີ້ ມັນສາມາດກະຈາຍເຊື້ອໄດ້ຮອດ 4 ແມັດຈາກຜູ້ທີ່ໄປອອກກຳລັງກາຍ ແລ້ວແລ່ນສວນທາງກັນ 4 ແມັດຍັງສາມາດຕິດຈາກແດລຕ້າແລ້ວ ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ ຄວາມອັນຕະລາຍໂຕນີ້ ມັນເປັນແນວໃດ ບ່ອນທີ່ມີຊຸມຊົນຫຼາຍ ຍົກຕົວຢ່າງວ່າ ຢູ່ບັນດາໂຮງຈັກໂຮງງານທີ່ມີອ້າຍເອື້ອຍນ້ອງກຳມະກອນຢູ່ຮວມກັນຫຼາຍໆຄົນຫັ້ນ ກໍຈະເຮັດໃຫ້ມີການຕິດເຊື້ອເປັນຈຳນວນຫຼວງຫຼາຍ.”

ການກວດ​ອຸນ​ຫ​ະ​ພູມ​ນັກ​ຮຽນ​ເພື່ອ​ກັນຄວາມ​ສ່ຽງ​ໃນ​ການ​ຕິດ​ໂຄວິດ-19 ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ​ແຫ່ງ​ນຶ່ງ​ຢູ່​ນະ​ຄອນ​ຫລວງ
ການກວດ​ອຸນ​ຫ​ະ​ພູມ​ນັກ​ຮຽນ​ເພື່ອ​ກັນຄວາມ​ສ່ຽງ​ໃນ​ການ​ຕິດ​ໂຄວິດ-19 ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ​ແຫ່ງ​ນຶ່ງ​ຢູ່​ນະ​ຄອນ​ຫລວງ

ພາຍໃຕ້ສະພາບການທີ່ນະຄອນວຽງຈັນ ເປັນເຂດທີ່ມີປະຊາຊົນຕິດໄວຣັສໂຄວິດ-19 ຫຼາຍທີ່ສຸດໃນລາວ ປະກອບກັບເຊື້ອໄວຣັສໄດ້ລະບາດເຂົ້າໄປໃນຊຸມຊົນຢ່າງກວ້າງຂວາງດ້ວຍແລ້ວ ກໍຍັງເຮັດໃຫ້ຈຳເປັນຢ່າງຍິ່ງທີ່ຈະຕ້ອງເລັ່ງການສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ໄດ້ເຖິງ 80 ເປີເຊັນຂອງປະຊາກອນທັງໝົດໃນເຂດນະຄອນວຽງຈັນພາຍໃນທ້າຍປີ 2021 ສ່ວນປະຊາຊົນທີ່ຈັດຢູ່ໃນກຸ່ມສ່ຽງ ກໍຄືຜູ້ທີ່ອາຍຸ 60 ປີຂຶ້ນໄປ ແລະຜູ້ທີ່ມີພະຍາດປະຈຳຕົວນັ້ນ ຈະຕ້ອງໄດ້ຮັບການສັກຢາວັກຊີນທຸກຄົນພາຍໃນເດືອນຕຸລາ 2021 ຈຶ່ງຈະສະກັດກັ້ນການລະບາດໄວຣັສໂຄວິດ-19 ໄດ້ຢ່າງມີປະສິດທິຜົນສູງຂຶ້ນ.

ສ່ວນທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ກໍຢືນຢັນວ່າ ລັດຖະບານລາວ ຈະສາມາດບັນລຸເປົ້າໝາຍໃນການສັກຢາວັກຊີນກັນໄວຣັສໂຄວິດ-19 ໄດ້ເຖິງ 50 ເປີເຊັນຂອງປະຊາກອນທັງໝົດພາຍໃນທ້າຍປີ 2021 ນີ້ ຢ່າງແນ່ນອນ ໝາຍຄວາມວ່າ ປະຊາຊົນລາວ 3.7 ລ້ານຄົນ ຈະໄດ້ຮັບການສັກຢາວັກຊີນກັນໄວຣັສໂຄວິດ-19 ຄົນລະ 2 ໂດສຢ່າງຄົບຖ້ວນ ທັງໝັ້ນໃຈວ່າ ນານາຊາດຈະໃຫ້ການຊ່ອຍເຫຼືອລາວຕໍ່ໄປ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ການລະບາດຂອງໄວຣັສໂຄວິດ-19 ທີ່ປະຊາຊົນລາວ ກຳລັງປະເຊີນຢູ່ໃນປັດຈຸບັນນັບເປັນການລະບາດຮອບທີ 3 ທີ່ມີລະດັບຄວາມຮຸນແຮງຫຼາຍກວ່າ 2 ຮອບກ່ອນໜ້ານີ້ ເພາະວ່າ ເປັນໄວຣັສຊະນິດກາຍພັັນທີ່ເອີ້ນວ່າ ແດລຕ້າ (Delta) ທີ່ສາມາດຕິດຕໍ່ໄດ້ຢ່າງວ່ອງໄວແລະແຜ່ລະບາດໄດ້ຢ່າງກວ້າງຂວາງກວ່າໄວຣັສໂຄວິດ-19 ຊະນິດອື່ນ ເພາະສະນັ້ນ ເພື່ອເປັນການຮັກສາຊີວິດຂອງປະຊາຊົນລາວຈາກການລະບາດດັ່ງກ່າວ ຈຶ່ງຈະຕ້ອງເລັ່ງສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ໄດ້ເກີນກວ່າເປົ້າໝາຍ 50 ເປີເຊັນຂອງປະຊາກອນລາວດັ່ງກ່າວ ກໍຄືເພີ້ມຂຶ້ນເປັນ 70 ເປີເຊັນຂອງປະຊາກອນລາວ ໃຫ້ໄດ້ໄວທີ່ສຸດ ໂດຍກຸ່ມເປົ້າໝາຍກໍຄືເຍົາວະຊົນທີ່ອາຍຸ ລະຫວ່າງ 12-17 ປີ ເພາະວ່າ ເປັນກຸ່ມສ່ຽງສູງທີ່ຈະຕິດໄວຣັສໂຄວິດ-19 ຈາກການໄປຮຽນໜັງສືຢູ່ທີ່ໂຮງຮຽນນັ້ນເອງ.

ທັງນີ້ ອົງການອະນາໄມໂລກ ຫຼື WHO ແລະນານາຊາດຕົກລົງໃຫ້ການຊ່ອຍເຫຼືອລັດຖະບານລາວ ດ້ານຢາວັກຊີນ 7.5 ລ້ານໂດສ ຊຶ່ງພຽງພໍສຳລັບ 50 ເປີເຊັນຂອງປະຊາກອນລາວ ສ່ວນເປົ້າໝາຍຈະສັກຢາວັກຊີນໃຫ້ໄດ້ 70 ເປີເຊັນຂອງປະຊາກອນໃນປີ 2022 ນັ້ນ ກໍຈະຕ້ອງຈັດຫາຢາວັກຊີນອີກວ່າ 3 ລ້ານໂດສ.

XS
SM
MD
LG