ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໐ ຕຸລາ ໒໐໒໔

ເດັກນ້ອຍ 54 ເປີເຊັນໃນແຂວງອຸດົມໄຊ ປະເຊີນກັບການ ຂາດທາດອາຫານຊຳເຮື້ອ


ເດັກນ້ອຍຈາກເຂດຊົນນະບົດໃນ ລາວ.
ເດັກນ້ອຍຈາກເຂດຊົນນະບົດໃນ ລາວ.

ການສຳຫຼວດພົບວ່າ ເກີນກວ່າ 54 ເປີເຊັນຂອງເດັກອາຍຸຕ່ຳກວ່າ 5 ປີໃນແຂວງອຸດົມໄຊ ປະເຊີນກັບການຂາດອາຫານຊຳເຮື້ອ ສ່ວນຢູ່ນະຄອນຫຼວງວຽງຈັນ ປະເຊີນກັບບັນຫາ ນີ້ພຽງແຕ່ 16 ເປີເຊັນ ເທົ່ານັ້ນ.

ທ່ານ ພູທອນ ເມືອງປາກ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກຖະແຫຼງຜົນ ການສຳຫຼວດ ກ່ຽວກັບ ການຄ້ຳປະກັນສະບຽງອາຫານ ແລະ ໂພສະນາການໃນແຂວງ ສາລະວັນ, ເຊກອງ, ອັດຕະປື, ຫຼວງນ້ຳທາ ແລະ ອຸດົມໄຊ ວ່າອັດຕາການຂາດສານອາ ຫານຊຳເຮື້ອຂອງເດັກອາຍຸຕ່ຳກວ່າ 5 ປີໃນທັງ 5 ແຂວງດັ່ງກ່າວນີ້ ໄດ້ຫຼຸດລົງຈາກອັດຕາ ສະເລ່ຍ 44 ເປີເຊັນໃນປີ 2011 ມາເປັນ 36 ເປີເຊັນໃນປະຈຸບັນ.

ແຕ່ຢ່າງໃດກໍຕາມ ອັດຕາການຂາດສານອາກຫານຊຳເຮື້ອໃນທັງ 5 ແຂວງດັ່ງກ່າວກໍຍັງ ເປັນອັດຕາທີ່ມີຄວາມແຕກໂຕນກັນຫຼາຍ ໂດຍສະເພາະແມ່ນ ຖ້າຫາກປຽບທຽບກັບເຂດ ນະຄອນຫຼວງວຽງຈັນ ທີ່ມີເດັກອາຍຸຕ່ຳກວ່າ 5 ປີຄິດເປັນອັດຕາສະເລ່ຍພຽງແຕ່ 16 ເປີ ເຊັນເທົ່ານັ້ນ ທີ່ປະເຊີນກັບບັນຫາຂາດອາຫານຊຳເຮື້ອ ໃນຂະນະທີ່ເດັກອາຍຸຕ່ຳກວ່າ 5 ປີໃນແຂວງອຸດົມໄຊ ທີ່ປະເຊີນກັບບັນຫາຂາດສານອາຫານຊຳເຮື້ອນັ້ນຄິດເປັນອັດຕາສະ ເລ່ຍເກີນກວ່າ 54 ເປີເຊັນ ທັງຍັງເປັນອັດຕາການຂາດສານອາຫານຊຳເຮື້ອສູງທີ່ສຸດໃນ 5 ແຂວງດັ່ງກ່າວອີກດ້ວຍ.

ກ່ອນໜ້ານີ້ ກະຊວງສາທາລະນະສຸກລາຍງານວ່າ ການຈັດຕັ້ງປະຕິບັດເປົ້າໝາຍສະຫັດ ສະວັດການພັດທະນາທາງດ້ານສາທາລະນະສຸກ ໃນ ລາວ ຍັງມີບັນຫາທ້າທາຍໃນຫຼາຍ ດ້ານທີ່ເປັນອຸປະສັກຕໍ່ການຍົກລະດັບຄຸນນະພາບໃນການໃຫ້ບໍ ລິການປະຊາຊົນ ລາວ ທີ່ໄດ້ມາດຕະຖານດຽວກັນກັບປະເທດສະມາຊິກໃນກຸ່ມ ອາຊຽນ ດ້ວຍກັນ.

ຕົວຢ່າງກໍຄືບັນຫາການຂາດສານອາຫານຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ກໍເປັນສາ ເຫດທີ່ເຮັດໃຫ້ການຫຼຸດຈຳນວນເດັກນ້ອຍທີ່ຕົວເຕ້ຍສາດຳເນີນການໄດ້ຢ່າງຊັກຊ້າ ກໍຄື ສາມາດຫຼຸດໄດ້ຈາກອັດຕາສະເລ່ຍ 40 ເປີເຊັນໃນປີ 2006 ມາເປັນ 38 ເປີເຊັນໃນປະຈຸ ບັນນີ້ ໝາຍຄວາມວ່າຫຼຸດລົງພຽງ 2 ເປີເຊັນເທົ່ານັ້ນໃນໄລຍະ 9 ປີທີ່ຜ່ານມາ ສ່ວນເດັກ ອາຍຸຕ່ຳກວ່າ 5 ປີທີ່ມີນ້ຳໜັກຕ່ຳກວ່າເກນກໍຍັງສູງເຖິງ 32 ເປີເຊັນ ໃນຂະນະທີ່ເປົ້າໝາຍ ສະຫັດສະວັດໄດ້ວາງໄວ້ທີ່ອັດຕາສະເລ່ຍບໍ່ເກີນ 22 ເປີເຊັນ ຂອງຈຳນວນເດັກທີ່ອາຍຸຕ່ຳ ກວ່າ 5 ປີໃນທົ່ວປະເທດ ຈຶ່ງເປັນອີີກບັນຫາໜຶ່ງທີ່ຍາກຈະສາມາດບັນລຸເປົ້າໝາຍໄດ້ຕາມ ແຜນການທີ່ລັດຖະບານ ລາວ ໄດ້ວາງເອົາໄວ້ພາຍໃນປີ 2020.

ຍິ່ງໄປກວ່ານັ້ນ ການປະເມີນຄ່າຮ່ວມກັນ ລະຫວ່າງ ລັດຖະບານ ລາວ ກັບອົງການສະຫະ ປະຊາຊາດເພື່ອການພັດທະນາ (UNDP) ຍັງພົບວ່າລັດຖະບານ ລາວ ບໍ່ສາມາບັນລຸເປົ້າ ໝາຍສະຫັດສະວັດການພັດທະນາໃນ 6 ດ້ານຈາກທັງໝົດ 9 ດ້ານ ຄື ເດັກອາຍຸຕ່ຳກວ່າ 5 ປີມີສ່ວນສູງ ແລະ ນ້ຳໜັກຕ່ຳກວ່າເກນ ອັດຕາການຕາຍຂອງເດັກອາຍຸຕ່ຳກວ່າ 1 ປີຍັງ ສູງ, ອັດຕາການຕາຍຂອງແມ່ຂະນະຖືພາຍັງສູງ, ອັດຕາການປົກຫຸ້ມຂອງປ່າໄມ້ຍັງເພີ່ມ ຂຶ້ນໃນລະດັບຕ່ຳ, ການເກັບກູ້ລະເບີດບໍ່ທັນແຕກ (UXO) ປະຕິບັດໄດ້ໃນພື້ນທີ່ຢ່າງຈຳ ກັດ ແລະ ອັດຕາການຮຽນຈົບຊັ້ນປະຖົມປີທີ 5 ກໍຍັງບໍ່ເປັນໄປຕາມເປົ້າໝາຍ.

ແຕ່ຢ່າງໃດກໍຕາມ ລັດຖະບານ ລາວ ກໍໄດ້ຕົກລົງກັບອົງການສະຫະປະຊາຊາດ ເມື່ອບໍ່ ນານມານີ້ວ່າ ຈະຕັດຕັ້ງປະຕິບັດເປົ້າໝາຍການພັດທະນາຢ່າງຍືນຍົງ (SDG) ໃຫ້ບັນລຸ ເປົ້າໝາຍພາຍໃນປີ 2030 ໃຫ້ໄດ້ດ້ວຍການດັດແກ້ເປົ້າໝາຍບາງດ້ານໃຫ້ສອດຄ່ອງກັບ ສະພາບການຕົວຈິງໃນ ລາວ ດັ່ງທີ່ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງ ປະເທດໄດ້ໃຫ້ການຢືນຢັນວ່າ.

"ພວກເຮົາຈະບໍ່ສາມາດຈັດຕັ້ງປະຕິບັດ SDGs ໄດ້ຖ້າວ່າພວກເຮົາບໍ່ຫັນເອົາບັນດາ ເປົ້າໝາຍດັ່ງກ່າວມາເປັນເປົ້າໝາຍແຫ່ງຊາດຂອງພວກເຮົາ ແລ້ວກະປັບອັນໃດທີ່ວ່າ ມັນບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງ ລາວ ເຮົານີ້ ບາງຄາດໝາຍນີ້ເວົ້າເຖິງ ເລື່ອງການຄຸ້ມຄອງ, ການພັດທະນາຊັບພະຍາກອນທາງທະເລ, ອັນນີ້ນີ່ ລາວ ເຮົາບໍ່ ມີທະເລແລ້ວເຮົາສິໄປຈັດຕັ້ງປະຕິບັດໄດ້ແນວໃດ ສະນັ້ນເຮົາຕ້ອງເອົາອັນໃດທີ່ມັນ ສອດຄ່ອງກັບພວກເຮົາ ກະເອົາມາເປັນເປົ້າໝາຍແຫ່ງຊາດຂອງພວກເຮົາ."

ທັງນີ້ລັດຖະບານ ລາວ ໄດ້ວາງເປົ້າໝາຍ SDG ໄວ້ 18 ດ້ານດ້ວຍກັນ ຄືການລົບລ້າງ ຄວາມຍາກຈົນ, ລົບລ້າງຄວາມອຶດຫິວ, ຮັບປະກັນສຸຂະພາບທີ່ດີ, ຮັບປະກັນຄວາມສະ ເໝີພາບທາງດ້ານການສຶກສາ, ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ, ຕອບສະໜອງນ້ຳ ສະອາດ, ພະລັງງານສະອາດ, ຮັບປະກັນການມີງານທຳ, ຊຸກຍູ້ອຸດສາຫະກຳທີ່ຍືນຍົງ, ຫຼຸດຜ່ອນຄວາມບໍ່ເທົ່າທຽມ, ສ້າງຕັ້ງເຂດທີ່ຢູ່ອາໄສທີ່ປອດໄພ, ຕອບສະໜອງຄວາມຕ້ອງ ການໃນຊີວິດປະຈຳວັນຢ່າງພຽງພໍ, ສະກັດກັ້ນພາວະໂລກຮ້ອນ, ນຳໃຊ້ຊັບພະຍາກອນ ຢ່າງຍືນຍົງ,​ ຟື້ນຟູປ່າໄມ້ ແລະ ລະບົບນິເວດ, ສົ່ງເສີມຄວາມຍຸຕິທຳທາງສັງຄົມ, ປະກອບ ສ່ວນເຂົ້າໃນການພັດທະນາໃນສາກົນຢ່າງຍືນຍົງ ແລະ ຫຼຸດຜ່ອນຜົນກະທົບຈາກລະເບີດ ບໍ່ທັນແຕກທີ່ຕົກຄ້າງໃນ ລາວ ຕາມລຳດັບ.

XS
SM
MD
LG