ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິສາຫະກິດ ຫຼາຍກວ່າ 37,000 ແຫ່ງ ໃນລາວ ສຽ່ງຕໍ່ການ ລົ້ມລະລາຍ


ຂະບວນການຂອງການຜະລິດສິນຄ້າທີ່ເປັນງານທີ່ໃຊ້ຝີມືຢູ່ລາວ.
ຂະບວນການຂອງການຜະລິດສິນຄ້າທີ່ເປັນງານທີ່ໃຊ້ຝີມືຢູ່ລາວ.
ບັນດາວິສາຫະກິດຂະນາດນ້ອຍ ແລະຂະນາດກາງ ຫຼາຍກວ່າ
37,000 ແຫ່ງໃນລາວ ຕົກຢູ່ໃນສະພາບສ່ຽງ ທີ່ອາດຈະຕ້ອງ
ລົ້ມລະລາຍ ເພາະບໍ່ສາມາດແຂ່ງຂັນໃນຕະຫຼາດການຄ້າເສລີ
ອາຊ່ຽນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳແລະການຄ້າ ເປີດເຜີຍ
ວ່າການສຳຫຼວດກ່ຽວກັບຄວາມພ້ອມໃນການແຂ່ງຂັນ ຂອງບັນດາ
ວິສາຫະກິດຂະນາດນ້ອຍ ແລະຂະນາດກາງ (SME)ໃນລາວພົບວ່າ ມີຈຳນວນຫຼາຍກວ່າ
37,000 ແຫ່ງ ທີ່ບໍ່ມີຄວາມພ້ອມ ທີ່ຈະແຂ່ງຂັນ ໃນດ້ານການຕະຫຼາດພາຍຫຼັງຈາກທີ່
ທັງ 10 ປະເທດສະມາຊິກອາຊ່ຽນ ໄດ້ເຊື່ອມຕໍ່ເສດຖະກິດເຂົ້າດ້ວຍກັນ ໃນວັນທີ 31
ທັນວາ 2015.

ໂດຍມີສາເຫດມາຈາກ ການທີ່ບັນດາວິສາຫະກິດຂະນາດນ້ອຍ ແລະຂະນາດກາງ
ເຫຼົ່ານີ້ ຍັງມີການຜະລິດສິນຄ້າ ທີ່ມີລະດັບຄຸນນະພາບຕ່ຳ ເນື່ອງຈາກຜູ້ຜະລິດສິນຄ້າ
ສ່ວນໃຫຍ່ ຍັງຂາດຄວາມຮູ້ຄວາມເຂົ້າໃຈ ແລະບໍ່ມີຄວາມສາມາດ ໃນການຜະລິດສິນ
ຄ້າ ທີ່ເປັນທີ່ຕ້ອງການຂອງຕະຫຼາດ ລວມທັງຍັງບໍ່ມີຫຼັກວິຊາການ ໃນການຜະລິດສິນ
ຄ້າທີ່ໄດ້ມາດຕະຖານອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຊີ້ແຈງວ່າ:

“ຄວາມເຂົ້າໃຈລະດັບຝີມື ການອອກແຮງງານ ຂອງປະຊາຊົນເນາະ ຍັງຈຳນວນ
ໜຶ່ງຍັງບໍ່ທັນຮູ້ຜະລິດສິນຄ້າ ປູກກະປູກໄປນຳໝູ່ຈັ່ງຊັ້ນຫຼະ ຈັກໃສ່ຝຸ່ນຫຍັງ ປູກ
ອັນໃດ ເປັນສິນຄ້າບໍ່ເປັນ ປູກຜັກກະບາງເທື່ອ ກະປູກພໍກຸ້ມກິນ ຈັ່ງຊັ້ນມາຮອດ
ນີ້ນິ ສິ່ງທີ່ຍັງຄ້າງຄາກໍຄື ມີຈຳນວນໜຶ່ງ ບໍ່ທັນເຂົ້າໃຈວິທີຜະລິດ ສອງມາຫຼະແມ່ນ
ວິຊາການພວກເຮົາ ໄປບໍ່ທັນທົ່ວ ບໍ່ທັນເຖິງຫັ້ນແຫຼະ.”

ໂຮງງານຜະລິດໝາກສາລີອັດໃສ່ກະປ໋ອງແຫ່ງໜຶ່ງໃນລາວ.
ໂຮງງານຜະລິດໝາກສາລີອັດໃສ່ກະປ໋ອງແຫ່ງໜຶ່ງໃນລາວ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ບອກດ້ວຍວ່າການແກ້ໄຂ ແລະປ້ອງ
ກັນບໍ່ໃຫ້ບັນຫາດັ່ງກ່າວນີ້ເກີດຂຶ້ນ ຈຳເປັນຈະຕ້ອງໃຊ້ເງິນທຶນໃນ
ມູນຄ່າບໍ່ນ້ອຍກວ່າ 7,000 ຕື້ກີບ ຫຼືປະມານ 875 ລ້ານດອນລາ ສຳລັບນຳໃຊ້ເຂົ້າໃນການພັດທະນາ ປັບປຸງເພື່ອຍົກລະດັບຄຸນນະ
ພາບ ທັງໃນການບໍລິຫານ ແລະການຜະລິດສິນຄ້າຂອງ SME
ໃນລາວໃຫ້ດີຂຶ້ນ ແຕ່ຫາກວ່າລັດຖະບານລາວ ມີງົບປະມານເພື່ອ
ໃຫ້ການສະໜັບສະໜຸນ ໃນການຍົກລະດັບຄຸນນະພາບດັ່ງກ່າວ
ພຽງແຕ່ 50 ຕື້ກີບເທົ່ານັ້ນ ໃນປັດຈຸບັນນີ້.

ແຕ່ຢ່າງໃດກໍຕາມ ທາງການລາວກໍຄາດຫວັງວ່າ ຈະໄດ້ຮັບການ
ຊ່ວຍເຫຼືອຈາກຕ່າງປະເທດຫຼາຍຂຶ້ນ ທັງໃນດ້ານເຕັກນິກ ແລະເງິນທຶນ ສຳລັບການ
ພັດທະນາປັບປຸງບັນດາ SME ໃນລາວດັ່ງກ່າວໂດຍຫລ້າສຸດກະຊວງອຸດສາຫະກຳ ແລະ
ການຄ້າ ແລະອົງການພັດທະນາສາກົນ ຂອງສະຫະລັດອາເມຣິກາ ຫຼື USAID ກໍໄດ້ລົງ
ນາມໃນບັນທຶກຄວາມເຂົ້າໃຈຮ່ວມ (MOU) ທີ່ວ່າດ້ວຍການເຊື່ອມໂຍງອາຊ່ຽນ ແລະສາກົນ
ລະຍະທີ 2.

ໂດຍພາຍໃຕ້ບັນທຶກຄວາມເຂົ້າໃຈສະບັບນີ້ ອົງການ USAID ໄດ້ສະໜັບສະໜຸນເງິນ
ໃນມູນຄ່າລວມ 9 ລ້ານດອນລາ ຊຶ່ງແບ່ງເປັນ 8 ລ້ານ 5 ແສນ ດອນລາ ສຳລັບໂຄງການ
ຮ່ວມມືດ້ານເຊື່ອມໂຍງອາຊ່ຽນ ແລະສາກົນທີ່ມີເປົ້າໝາຍ ໃຫ້ການສະໜັບສະໜຸນລາວ ເພື່ອໃຫ້ສາມາດ ຈັດຕັ້ງປະຕິບັດພັນທະຕ່າງໆໃນການເປັນສະມາຊິກໃນອົງການໆຄ້າ
ໂລກ (WTO) ແລະບັນດາພັນທະຜູກພັນຕ່າງໆ ໃນການກ້າວໄປເປັນປະຊາຄົມເສດ
ຖະກິດອາຊ່ຽນພາຍໃນທ້າຍປີ 2015 ໃຫ້ໄດ້ຢ່າງແທ້ຈິງ.

ສ່ວນອີກ 5 ແສນດອນລານັ້ນ ເປັນການປະກອບສ່ວນເຂົ້າໃນກອງທຶນຊ່ວຍເຫຼືອລ້າ
ຫຼາຍຝ່າຍ ທີ່ອົງການ USAID ໄດ້ຮ່ວມມືກັບທະນາຄານໂລກ ແລະອົງການສາກົນໃຫ້
ການຊ່ວຍເຫຼືອລາວ ເຂົ້າໃນການພັດທະນາທາງການຄ້າ ລະຍະທີ 2 ເຊັ່ນດຽວກັນ ຊຶຶ່ງ
ລວມເຖິງການຊ່ວຍເຫຼືອ ໃນການຈັດຕັ້ງປະຕິບັດ ບັນດາຄວາມຮຽກຮ້ອງຕ້ອງການ
ຕ່າງໆພາຍໃຕ້ສັນຍາການຄ້າ ທັງລະຫວ່າງລາວກັບສະຫະລັດ ແລະສາກົນດ້ວຍໂດຍຜົນ
ສຳເລັດທີ່ຜ່ານມາ ກໍຄືການຊຸກຍູ້ໃຫ້ລາວໄດ້ເປັນສະມາຊິກຂອງ WTO ໃນປີ 2012 ນັ້ນເອງ.

ນອກຈາກ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອດັ່ງ​ກ່າວ​ແລ້​ວ ສະຫະ​ລັດ​ກໍ​ຍັງ​ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ ໃນ​ການ​ພັດທະນາ​ລະບົບກົດໝາຍ​ໃນ​ລາວ​ອີກ​ດ້ວຍ ​ໂດຍ​ໄດ້​ຮ່ວມ​ມື​ກັບ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ (UNDP) ​ແລະ​ສະຫະພາບ​ຢູ​ໂຣບ​ໃນ​ການ​ພັດທະນາ ປັບປຸງ ກົດໝາຍ​ແລະ​ລະບົບ​ຍຸດຕິ​ທຳ​ໃນ​ລາວ ​ໃຫ້​ຈະ​ແຈ້ງ ​ແລະ​ສອດ​ຄ້ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ປັດຈຸບັນ.
XS
SM
MD
LG