ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະຊາຊົນລາວ ຫຼາຍກວ່າ 3 ໝື່ນຄົນ ຕົກເປັນ ເຫຍື່ອຂອງການສໍ້ໂກງ ໂດຍບໍລິສັດ ພີແອັສ


ບໍລິສັດ ພີແອສ ພັດທະນາກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໃຊ້ກົນອຸບາຍຊວນເຊື່ອ ດ້ວຍການໂຄສະນາ ແຈກສ້ອຍຄໍຄຳ ແລະຕົວະວ່າ ຈະແບ່ງຜົນກຳໄລ ໃຫ້ສູງກວ່າອັດຕາດອກເບ້ຍ ຂອງທະນາຄານ ແກ່ຜູ້ທີ່ເຂົ້າມາຮ່ວມລົງທຶນກັບບໍລິສັດ.
ບໍລິສັດ ພີແອສ ພັດທະນາກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໃຊ້ກົນອຸບາຍຊວນເຊື່ອ ດ້ວຍການໂຄສະນາ ແຈກສ້ອຍຄໍຄຳ ແລະຕົວະວ່າ ຈະແບ່ງຜົນກຳໄລ ໃຫ້ສູງກວ່າອັດຕາດອກເບ້ຍ ຂອງທະນາຄານ ແກ່ຜູ້ທີ່ເຂົ້າມາຮ່ວມລົງທຶນກັບບໍລິສັດ.

ປະຊາຊົນລາວ ຫຼາຍກວ່າ 30,000 ຄົນ ຕົກເປັນເຫຍື່ອຂອງການສໍ້ໂກງ ໂດຍຄະນະ
ບໍລິຫານ ບໍລິສັດ ພີແອັສ ທີ່ຖືກຍຶດຊັບ ແລະລົ້ມລະລາຍໄປແລ້ວ ໂດຍມີການເສຍຫາຍ
ໃນມູນຄ່າ ຫຼາຍກວ່າ 800 ຕື້ກີບ.

ທ່ານອາຄົມ ປະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ
ລາວ ຖະແຫລງວ່າ ຄະນະຮັບຜິດຊອບ ເພື່ອແກ້ໄຂບັນຫາ ບໍລິສັດ ເອກກະຊົນ ທີ່
ດຳເນີນທຸລະກິດ ໂດຍການສໍ້ໂກງປະຊາຊົນລາວ ໄດ້ທຳການຍຶດຊັບສິນ ຂອງບໍລິສັດ
ພີແອັສ ພັດທະນາກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ ທັງ
ຍັງໄດ້ຄວບຄຸມໂຕ ຄະນະຜູ້ບໍລິຫານບໍລິສັດ 12 ຄົນ ໄວ້ດຳເນີນຄະດີ ແລະໄດ້ອອກ
ຄຳສັ່ງໃຫ້ ບໍລິສັດດັ່ງກ່າວ ເປັນຜູ້ລົ້ມລະລາຍທາງທຸລະກິດ ນັບແຕ່ເດືອນກັນຍາ 2017
ເປັນຕົ້ນມາແລ້ວ.

ສະຖານທີ່ພັດທະນາກະສິກຳ ແຫ່ງນຶ່ງ ຂອງບໍລິສັດ ພີແອັສ ພັດທະນາກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ
ສະຖານທີ່ພັດທະນາກະສິກຳ ແຫ່ງນຶ່ງ ຂອງບໍລິສັດ ພີແອັສ ພັດທະນາກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ

ທ່ານອາຄົມ ຍອມຮັບວ່າ ຍັງບໍ່ສາມາດປະເມີນມູນຄ່າ ຊັບສິນທີ່ຍຶດໄວ້ດັ່ງກ່າວ ໄດ້ເລີຍ
ເພາະຍັງກວດບໍ່ພົບບັນຊີຊັບສິນ ບັນຊີລາຍຮັບ-ລາຍຈ່າຍ ບັນຊີລາຍຊື່ລູກຄ້າ ແລະ
ຜູ້ຮ່ວມລົງທຶນ ກໍຄືປະຊາຊົນລາວ ທີ່ໄດ້ພາກັນນຳເງິນໄປຮ່ວມລົງທຶນ ຕາມການໂຄ
ສະນາ ຊວນເຊື່ອຂອງບໍລິສັດ ພີແອັສ ດ້ວຍການຕົວະວ່າ ຈະແບ່ງຜົນກຳໄລ ໃຫ້ສູງ
ກວ່າອັດຕາດອກເບ້ຍຂອງທະນາຄານ ຊຶ່ງເມື່ອປະກອບກັບບໍລິສັດດັ່ງກ່າວນີ້ ໄດ້ເລີ່ມ
ດຳເນີນກິດຈະການ ນັບແຕ່ປີ 2012 ເປັນຕົ້ນມາແລ້ວ ກໍຍິ່ງເປັນການຍາກ ທີ່ຈະສາ
ມາດປະເມີນມູນຄ່າຊັບສິນ ແລະຄວາມເສຍຫາຍທີ່ເກີດຂຶ້ນຈິງໄດ້.

ປະຊາຊົນ ຜູ້ເສຍຈຳນວນນຶ່ງ ໄດ້ເດີນທາງໄປ ສຳນັກງານໃຫຍ່ຂອງ ບໍລິສັດ ພີແອັສ ພັດທະນາກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ ເພື່ອຮຽກຮ້ອງທວງຖາມເອົາເງິນລົງທຶນຄືນ.
ປະຊາຊົນ ຜູ້ເສຍຈຳນວນນຶ່ງ ໄດ້ເດີນທາງໄປ ສຳນັກງານໃຫຍ່ຂອງ ບໍລິສັດ ພີແອັສ ພັດທະນາກະສິກຳ-ອຸດສາຫະກຳ ແລະການຄ້າ ຂາອອກ-ຂາເຂົ້າ ຈຳກັດ ເພື່ອຮຽກຮ້ອງທວງຖາມເອົາເງິນລົງທຶນຄືນ.

ແຕ່ຢ່າງໃດກໍຕາມ ທະນາຄານແຫ່ງຊາດລາວ ກໍໄດ້ເປີດໃຫ້ປະຊາຊົນລາວ ທີ່ໄດ້ຮັບຜົນ
ກະທົບຈາກການສໍ້ໂກງ ຂອງບໍລິສັດພີແອັສ ດັ່ງກ່າວ ຊຶ່ງກໍປາກົດວ່າ ມີປະຊາຊົນລາວ
30,000 ກວ່າຄົນ ທີ່ໄດ້ນຳເງິນໄປຮ່ວມລົງທຶນກັບບໍລິສັດ ພີແອັສ ຄິດເປັນມູນຄ່າລວມ
ກັນຫຼາຍກວ່າ 800 ຕື້ກີບ ໂດຍຍັງບໍ່ລວມເຖິງ 20,000 ກວ່າຄົນ ທີ່ໄດ້ພາກັນຖອນທຶນ
ອອກໄປກ່ອນໜ້ານີ້ ໝາຍຄວາມວ່າ ປະຊາຊົນລາວ 30,000 ກວ່າຄົນ ມີຄວາມສ່ຽງສູງ
ທີ່ຈະບໍ່ໄດ້ຮັບເງິນຄືນຕາມມູນຄ່າ ທີ່ໄດ້ລົງທຶນໄປໃນຕົວຈິງນັ້ນ ຈຶ່ງເຮັດໃຫ້ເກີດສຽງ
ວິພາກວິຈາກ ໃນສັງຄົມລາວ ຢ່າງກວ້າງຂວາງໃນເວລານີ້ ວ່າ ທາງການລາວ ແກ້ໄຂ
ບັນຫາດັ່ງກ່າວນີ້ ຢ່າງຊັກຊ້າ ທັງໆທີ່ວ່າ ປະຊາຊົນລາວ ໄດ້ພາກັນທວງເອົາເງິນຄືນ
ຈາກບໍລິສັດ ພີແອັສ ນັບແຕ່ຕົ້ນປີ 2017 ແລ້ວ ຫາກແຕ່ທ່ານນາງ ວັດທະນາ ດາລາລອຍ
ຮອງຜູ້ວ່າການທະນາຄານແຫ່ງຊາດ ກໍໄດ້ໃຫ້ການຊີ້ແຈງວ່າ:

“ພວກເຮົາມີຄວາມຈຳເປັນຕ້ອງໄດ້ປະຕິບັດຕາມລະບຽບຫລັກການ ໄປເທື່ອລະ
ຂັ້ນຕອນ ຊຶ່ງວ່າ ກະໄດ້ມີຂັ້ນຕອນແຈ້ງເຕືອນ ຂັ້ນຕອນລົງກວດກາໃນແຕ່ລະໄລຍະ
ຊຶ່ງທັງໝົດນີ້ ອາດຈະມີຄວາມຊັກຊ້າ ໃນລະຍະຜ່ານມາ ເນື່ອງຈາກ ວ່າ ກະເປັນ
ປາກົດການໃໝ່ ທີ່ເກີດຂຶ້ນ ຊຶ່ງຮຽກຮ້ອງໃຫ້ມີການປະສານສົມທົບ ລະຫວ່າງ
ຂະແໜງການກ່ຽວຂ້ອງ ມີຄວາມກົມກຽວ ແລະມີຄວາມໄວ ຊຶ່ງອັນນີ້ພວກເຮົາ
ຈະໄດ້ນຳໄປປັບປຸງແກ້ໄຂຕື່ມອີກ ໃນຕໍ່ໜ້າ ເພື່ອໃຫ້ສາມາດຮັບມື ກັບສະພາບ
ການ ໄດ້ໄວຍິ່ງຂຶ້ນ.”

ທາງດ້ານທ່ານສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງຊາດ ຍອມຮັບວ່າ ບັນຫາທີ່
ເກີດຂຶ້ນດັ່ງກ່າວ ເຮັດໃຫ້ທະນາຄານແຫ່ງຊາດ ຕ້ອງດຳເນີນມາດຕະການ ຢ່າງເຂັ້ມງວດ
ຫຼາຍຂຶ້ນ ໃນການຄວບຄຸມການໂອນ ການຖອນເງິນ ຮວມທັງຍັງຕ້ອງຄວບຄຸມການ
ແລກປ່ຽນ ແລະກວດກາການໂອນເງິນຕາຕ່າງປະເທດຜ່ານລະບົບ ທະນາຄານຂອງ
ລັດຖະບານ ແລະເອກກະຊົນໃນທົ່ວປະເທດ ເພາະບັນຫາຂອງບໍລິສັດ ພີແອັສ ຍັງໄດ້
ສົ່ງຜົນເຖິງຄວາມເຊື່ອໝັ້ນ ຂອງຄົນລາວ ແລະຊາວຕ່າງຊາດ ທີ່ມີຕໍ່ເງິນກີບ ຊຶ່ງໄດ້ສົ່ງ
ຜົນຕໍ່ເນື່ອງ ເຮັດໃຫ້ອັດຕາແລກປ່ຽນເງິນຕາໃນລາວ ໄດ້ຕົກຢູ່ພາຍໃຕ້ສະພາວະຜັນ
ຜວນຢ່າງໜັກ ອີກດ້ວຍ.

ຍິ່ງໄປກວ່ານັ້ນ ເມື່ອສົມທົບດ້ວຍສະພາວະເຄັ່ງຕຶງ ໃນດ້ານງົບປະມານ ແລະການລົດ
ລົງຂອງມູນຄ່າທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ດ້ວຍແລ້ວ ຍິ່ງ
ເຮັດໃຫ້ພາກທຸລະກິດເອກກະຊົນ ຂາດຄວາມເຊື່ອໝັ້ນໃນຄ່າເງິນກີບ ແລະກໍໄດ້ພາກັນ
ຫັນໄປຖືຄອງເງິນຕາຕ່າງປະເທດ ຫຼາຍຂຶ້ນນັບມື້ ໂດຍທີ່ທະນາຄານ ຂອງລັດຖະບານ
ບໍ່ສາມາດຄວບຄຸມໄດ້ເລີຍ ຊຶ່ງກໍເຫັນໄດ້ຈາກອັດຕາແລກປ່ຽນ ທີ່ຫຍັບຫ່າງຈາກກັນ
ເພີ່ມຂຶ້ນນັບມື້ ກໍຄືອັດຕາແລກປ່ຽນເງິນກີບ ກັບໂດລາສະຫະລັດ ແລະເງິນບາດໃນ
ຕະຫຼາດ ມີສ່ວນ ຕ່າງຈາກອັດຕາຂອງທະນາຄານ ເຖິງ 3.75 ເປີເຊັນ ແລະ 3.08
ເປີເຊັນ ຕາມລຳດັບ ໃນປັດຈຸບັນນີ້.

XS
SM
MD
LG