ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໕ ຕຸລາ ໒໐໒໔

ປຊຊ ລາວ ຫຼາຍກວ່າ 200,000 ຄອບຄົວ ຍັງຄົງດຳລົງຊີວິດຢູ່ໃນຄວາມທຸກຍາກທີ່ສຸດ


ຄອບຄົວຢູ່ໃນເຂດຊົນນະບົດຂອງລາວ ດຳລົງຊີວິດໃນສະພາບທີ່ທຸກຍາກລຳບາກ.
ຄອບຄົວຢູ່ໃນເຂດຊົນນະບົດຂອງລາວ ດຳລົງຊີວິດໃນສະພາບທີ່ທຸກຍາກລຳບາກ.

ປະຊາຊນລາວຫຼາຍກວ່າ 200,000 ຄອບຄົວ ໃນ 2,547 ບ້ານ ຍັງຄົງດຳລົງຊີວິດຢູ່ໃນຄວາມທຸກຍາກທີ່ສຸດ ແລະ ວິກິດການທາງດ້ານ ເສດຖະກິດເຮັດໃຫ້ ລາຍໄດ້ ສະເລ່ຍ ຕໍ່າກວ່າ 1,000 ໂດລາ ຕໍ່ຄົນຕໍ່ປີອີກດ້ວຍ.

ເຈົ້າຫນ້າທີ່ຂັ້ນສູງໃນກອງທຶນຫລຸດຜ່ອນປັນຫາຄວາມທຸກຍາກແຫ່ງຊາດ ເປີດເຜີຍວ່າພາຍໃຕ້ພາວະປັນຫາວິກິດການເສດຖະກິດທີ່ຍັງບໍ່ສາມາດແກ້ໄຂໃຫ້ດີຂື້ນໄດ້ນັ້ນ ເມື່ອສົມທົບດ້ວຍໄພນໍ້າຖ້ວມທີ່ສົ່ງຜົນກະທົບຕໍ່ປະຊາຊນລາວ 50,889 ຄອບຄົວໃນພື້ນທີ່ 1,337 ບ້ານຂອງ 125 ເມືອງ ແລະ ເນື້ອທີ່ການຜະລິດກະສິກໍາກວ່າ 30,000 ເຮັກຕາ ໄດ້ຮັບຄວາມເສຍຫາຍທັງໝົດ ຄິດເປັນມູນຄ່າ 720 ກວ່າຕື້ກີບນັ້ນ ກໍຄືປັດໄຈສໍາຄັນທີ່ເຮັດໃຫ້ປະຊາຊົນລາວ ຕ້ອງປະສົບກັບຄວາມຍາກຈົນເພີ່ມຂຶ້ນຫລາຍກວ່າໃນປີ 2023 ຢ່າງແນ່ນອນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ປີ 2023 ທັ່ວປະເທດມີຄອບຄົວທີ່ພົ້ນທຸກທັ້ງໝົດ 1,260,083 ຄອບຄົວ ກວມເອົາ 83.13% ຂອງຄອບຄົວທັງໝົດ, ແລະ ຍັງມີ 208,231 ຄອບຄົວ ທີ່ຍັງບໍ່ທັນພົ້ນຈາກຄວາມທຸກຍາກ ກວມເອົາ 16.87%. ໃນ​ນັ້ນ, ມີບ້ານພົ້ນທຸກ 5,855 ບ້ານ​ ກວມເອົາ 69,69% ແລະບ້ານບໍ່ພົ້ນທຸກຍັງ​ເຫຼືອ​ 2,547 ບ້ານ ກວມເອົາ 30,31% ຂອງຈໍາ​ນວນ​ບ້ານ​ທັງ​ໝົດ​ໃນ​ປະ​ເທດ.”

ສ່ວນທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງໆ ຫົວພັນ ຖະແຫລງວ່າ: ການພັດທະນາທາງເສດຖະກິດ-ສັງຄົມ ຢູ່ແຂວງຫົວພັນ ມີຄວາມຄືບໜ້າຍ່າງຊັກຊ້າ ຍ້ອນວ່າ ມີຂໍ້ຈຳກັດທາງດ້ານທຶນຮອນ, ບຸກຄະລາກອນ ວິຊາການ ແລະທີ່ຕັ້ງພູມສາດທີ່ພື້ນທີ່ສ່ວນຫຼາຍແມ່ນເຂດພູດອຍ. ສະນັ້ນ, ຈຶ່ງເປັນອຸປະສັກຕໍ່ການຜະລິດກະສິກຳ ແລະ ​ການ​ພັດ​ທະ​ນາ​ໂຄງ​ການ​ພື້ນ​ຖານ​ຕ່າງໆ​ ​ຈຶ່ງໄດ້ສົ່ງ​ຜົນ​ກະທົບ​ຕໍ່​ການ​ພັດທະນາ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດແລະ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ໃນ​ແຂວງ​ຢ່າງຫລີກລ່ຽງບໍ່ໄດ້ ເຫັນໄດ້ຈາກລວມຍອດຜະລິດຕະພັນພາຍໃນ (GDP) ທີ່ສາມາດຄິດໄລ່ເປັນລາຍຮັບສະເລ່ຍຂອງປະຊາຊົນໃນແຂວງຫົວພັນ ໄດ້ພຽງແຕ່ 900 ໂດລາຕໍ່ຄົນຕໍ່ປີ ໃນປັດຈຸບັນ, ດັ່ງທີ່ ທ່ານ ຄຳແພງ ໄດ້ໃຫ້ການຢືນຢັນວ່າ

“ທັງ​ແຂວງພວກເຮາເນື້ອທີ່ປູກຝັງກະບໍ່ຫລາຍປານໃດ​ ເພາະວ່າ ເປັນພູເຂາປ່າດົງສູງຊັນ ​ແຕ່ວ່າ ພວກເຮົາກໍ​ພະຍາຍາມເຮັດ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ນຳ​ໃຊ້​ເນື້ອ​ທີ່ດັງກ່າວ​ປູກ​ພືດ​ຊະນິດ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ເຂົ້າ​ສາລີ, ມັນ​ຕົ້ນ, ຫຼື​ພືດ​ຜັກ​ຕ່າງໆ. ສໍາລັບການນໍາໃຊ້ພາຍໃນ ແລະສົ່ງອອກຕ່າງປະເທດ ໂດຍສະເພາະແມ່ນສົ່ງໄປຫວຽດນາມ ເຮັດໃຫ້​ສະເລ່ຍໃສ່ຫົວຄົນກໍຢູ່ໃນປະມານ 900 ໂດລາສະຫະລັດຕໍ່ຄົນຕໍ່ປີ ຖ້າທຽບໃສ່ແຂວງອື່ນໆ ກະຖືວ່າ ຍັງນ້ອຍ ແຂວງອື່ນໆ ເພິ່ນກະຢູ່ໃນ 2,000-3,000 ໂດລາສະຫະລັດຕໍ່ຄົນຕໍ່ປີ.”

ລາຍໄດ້ສະເລ່ຍຂອງປະຊາຊົນລາວໃນແຂວງຫົວພັນດັງກ່າວນີ້ແມ່ນຕໍ່າກວ່າລາຍໄດ້ສະເລ່ຍຂອງປະຊາຊົນລາວ ໃນເຂດນະຄອນຫຼວງວຽງຈັນເຖິງ 2.4 ເທົ່າ ແຕ່ວ່າຍ້ອນວິກິດການທາງເສດຖະກິດ ແລະ ພາວະທີ່ຄ່າເງິນກີບຕົກຕໍ່າລົງຢ່າງໜັກໜ່ວງ. ຈຶ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ ແລະ​ເຮັດ​ໃຫ້​ລາຍ​ໄດ້​ສະ​ເລ່ຍ​ຂອງ​ປະຊາຊົນລາວ​ໃນ​ເຂດ​ນະຄອນ​ຫຼວງ​ວຽງ​ຈັນ​ ຫຼຸດ​ລົງ​ຈາກ 64 ລ້ານ​ກວ່າ​ກີບ ​ໃນ​ປີ 2023 ລົງ​ເຫຼືອ 48 ລ້ານ​ກວ່າ​ກີບ​ຕໍ່​ຄົນ, ຫຼື​ພຽງ 1,920 ​ໂດ​ລາ​ຕາມ​ອັດຕາ​ແລກປ່ຽນ​ຕົວ​ຈິງ ແລະ ເຖິງແມ່ນວ່າເສດຖະກິດຂອງນະຄອນຫຼວງວຽງຈັນ ຂະຫຍາຍຕົວ 5.7% ກໍຕາມ, ແຕ່ດ້ວຍການທີ່ຄ່າເງິນກີບໄດ້ຫຼຸດລົງຢ່າງຫຼວງຫຼາຍ. ຈືງເຮັດໃຫ້ລາຍໄດ້ສະເລ່ຍຂອງຄົນລາວໃນເຂດນະຄອນຫຼວງວຽງຈັນ ໄດ້ຫຼຸດລົງຫຼາຍກວ່າ 3.3 ເທົ່າ ທຽບໃສ່ປີ 2022 ເຊິ່ງປະຊາຊົນລາວໃນເຂດນະຄອນຫຼວງວຽງຈັນ ມີລາຍໄດ້ສະເລ່ຍເຖິງ 6,379 ໂດລາຕໍ່ຄົນຕໍ່ປີນັ້ນ.

ສ່ວນ​ນັກ​ຊ່ຽວຊານ​ດ້ານ​ການ​ເງິນ​ແລະ​ການ​ທະນາຄານ​ໃນ​ອາ​ຊຽນ ໄດ້​ຄາດ​ຄະ​ເນ​ສະ​ພາບ​ການ​ເສດ​ຖະ​ກິດ​ອາ​ຊຽນ​ໃນ​ປີ 2024 ວ່າ GDP ລວມ​ຂອງ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຈະ​ມີ​ມູນ​ຄ່າ​ທັງ​ໝົດ 4,161,842 ລ້ານ​ໂດ​ລາ​ສະ​ຫະ​ລັດ, ໃນ​ນັ້ນ​ ອິນ​ໂດ​ເນ​ເຊຍ. ຍັງເປັນປະເທດທີ່ມີ GDP ສູງທີ່ສຸດ, ຮອງລົງມາແມ່ນ ປະເທດໄທ, ສິງກະໂປ, ຟີລິບປິນ, ຫວຽດນາມ, ມາເລເຊຍ, ມຽນມາ, ກຳປູເຈຍ, ບຣູໄນ ແລະ ລາວ ຕາມລຳດັບ. ສຳລັບ ລາວ ຖືເປັນປີທີ 3 ທີ່ມູນຄ່າ GDP ຫຼຸດລົງ ແລະ ຕໍ່າກວ່າ GDP ຂອງບຣູໄນ.

ທັງນີ້ໂດຍ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ເງິນ​ແລະ​ການ​ທະ​ນາ​ຄານ​ໃນ​ອາ​ຊຽນ. ຄາດ​ຄະ​ເນ​ວ່າ GDP ຂອງ​ລາວ​ ໃນ​ປີ 2024 ຈະ​ມີ​ມູນ​ຄ່າ​ລວມ​ບໍ່​ເກີນ 14,110 ລ້ານ​ໂດ​ລາ​ສະຫະລັດ, GDP ຂອງ​ບຣູ​ໄນ​ຈະ​ມີ​ມູນ​ຄ່າ​ທັງ​ໝົດ​ປະມານ 15,780 ລ້ານ​ໂດ​ລາ.

ແຕ່ຢ່າງໃດ​ກໍ​ຕາມ ດ້ວຍການຫຼຸດລົງຢ່າງຕໍ່ເນື່ອງຂອງຄ່າເງິນກີບນັ້ນ ຈຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ GDP ຂອງລາວ ຈະມີມູນຄ່າລວມພຽງແຕ່ 13,455 ລ້ານໂດລາ ເມື່ອທຽບໃສ່ອັດຕາແລກປ່ຽນທາງການທີ່ທະນາຄານ​ແຫ່ງ​ຊາດ​ລາວກຳນົດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG