ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານຫຼາຍກວ່າ 1 ລ້ານຄົນ ໃນລາວ ບໍ່ມີຫລັກປະກັນສັງຄົມ ແລະສະຫວັດດີການໃດໆ


ແຮງງານ ຢູ່ໃນ ສປປ ລາວ
ແຮງງານ ຢູ່ໃນ ສປປ ລາວ

ແຮງງານຫຼາຍກວ່າ 1 ລ້ານຄົນ ໃນລາວ ບໍ່ມີຫລັກປະກັນທາງສັງຄົມ ແລະ ສະຫວັດດີການໃດໆ ຕາມກົດໝາຍແຮງງານ ແລະກຳລັງຖືກກະທົບຢ່າງໜັກ ຈາກການລະບາດຂອງເຊື້ອໄວຣັສ COVID-19 ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານອຸເດດ ສຸວັນນະວົງ ປະທານສະພາອຸດສາຫະກໍາ ແລະການຄ້າແຫ່ງ ຊາດລາວ ຖະແຫຼງວ່າ ໃນທ່າມກາງບັນຫາການລະບາດ ຂອງເຊື້ອໄວຣັສ COVID-19 ທີ່ເຮັດໃຫ້ມີຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບມາດຕະ ການສະກັດກັ້ນ ການລະບາດຂອງໄວຣັສໂຄວິດ-19 ດ້ວຍການປິດດ່ານ ຊາຍແດນ ແລະຫ້າມການສັນຈອນໄປມາໃນຫົ່ວປະເທດລາວ ຊຶ່ງຮວມເຖິງ ການໃຫ້ປິດກິດຈະການຊົ່ວຄາວຂອງບັນ ດາຫົວໜ່ວຍທຸລະກິດຕ່າງໆ ໃນ ຊ່ວງວັນທີ 1 ຫາ 19 ເມສາ 2020 ແລະໄດ້ຂະຫຍາຍການດຳເນີນມາດ ຕະການຕໍ່ໄປຈົນເຖິງວັນທີ 3 ພຶດສະພາ 2020 ທີ່ຜ່ານມາ ນອກຈາກຈະ ສົ່ງຜົນກະທົບ ຕໍ່ລາຍລາຍໄດ້ຂອງບັນດາຫົວໜ່ວຍທຸລະກິດ ໃນລາວຢ່າງ ກວ້າງຂວາງແລ້ວ ກໍຍັງໄດ້ສົ່ງຜົນກະທົບ ຢ່າງໜັກຕໍ່ແຮງງານທີ່ບໍ່ມີຫລັກ ປະກັນທາງສັງຄົມແລະບໍ່ໄດ້ຮັບການຄຸ້ມຄອງສະວັດດີການໃດໆຕາມກົດ ໝາຍແຮງງານ.

ທັງນີ້ເນື່ອງຈາກວ່າມີແຮງງານພຽງ 30 ເປີເຊັນເທົ່ານັ້ນຂອງກຳລັງແຮງງານຫຼາຍກວ່າ 1 ລ້ານຄົນ ທີ່ເປັນລູກຈ້າງຂອງຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ໃນທົ່ວປະເທດທີ່ໄດ້ຮັບການຄຸ້ມຄອງໃນລະບົບ ປະກັນສັງຄົມ ສ່ວນທີ່ເຫຼືອກວ່າ 9 ແສນ ເຖິງ 1 ລ້ານຄົນນັ້ນ ກໍຄືກຳລັງ ແຮງງານທີ່ເຂົ້າບໍ່ເຖິງລະບົບປະກັນສັງຄົມ ທັງຍັງມີຄວາມສ່ຽງທີ່ຈະຖືກເລີກຈ້າງຈຶ່ງຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກທາງການລາວຢ່າງຣີບດ່ວນທີ່ສຸດ ດັ່ງທີ່ທ່ານອຸເດດໃຫ້ການຢືນຢັນວ່າ

ແຮງງານນີ້ນັ້ນມີປະມານລ້ານປາຍ ແຮງງານຢູ່ໃນອຸດສາຫະກໍາຕ່າງໆບໍລິ ການຕ່າງໆ ແຕ່ມີ 30 ເປີເຊັນນີ້ ທີ່ເຂົ້າສະວັຫດດີການສັງຄົມ ມີປະມານ 96,000 ຄົນ ຫຼືວ່າແສນນຶ່ງ ສ່ວນເຫຼືອເດ້ບາດນີ້ ເຮົາຕ້ອງຊ່ວຍເຫຼືອເຂົາ ຄືກັນ ພວກສ່ວນເຫຼືອນີ້ເພາະວ່າ ມັນຊິເປັນໄພສັງຄົມ ເພາະວ່າມີຫຼາຍບໍລິ ສັດສາມາດຈ່າຍເງິນໃຫ້ເຂົາເຈົ້າໄດ້ ເພາະວ່າລາວນີ້ມັນ 98 ເປີເຊັນຂອງ ບໍລິສັດໃນລາວເປັນ SME ບໍລິສັດຂະໜາດນ້ອຍ ຂະໜາດກາງ ເຂົາຊິບໍ່ ມີຄວາມສາມາດຈ່າຍ ເຂົາຊິໄລ່ແຕ່ແຮງງານອອກເຮົາຕ້ອງຊ່ວຍແຮງງານ ໂຕນີ້ ປະມານເກົ້າແສນ ຫາລ້ານຄົນນີ້ລະ.”

ທັງນີ້ເຖິງແມ່ນວ່າລັດຖະບານລາວຈະໄດ້ອອກມາດຕະການຂໍຄວາມຮ່ວມມື ຈາກທະນາຄານຂອງລັດ ແລະເອກກະຊົນເພື່ອຂໍໃຫ້ຜ່ອນຜັນ ແລະ ໂຈະການຊໍາລະໜີ້ເງິນກູ້ ແລະດອກເບ້ຍໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ເປັນເວລາ 3 ຫາ 12 ເດືອນກໍຕາມ ແຕ່ໃນການປະຕິບັດໂຕຈິງນັ້ນກັບປາກົດ ມີການຕິດຕາມທວງໜີ້ແລະຍຶດເອົາຊັບສິນຂອງຫົວໜ່ວຍທຸລະກິດເກີດຂຶ້ນ ຢ່າງກວ້າງຂວາງໃນເວລານີ້ຊຶ່ງໃນນີ້ກໍລວມເຖິງການຕິດຕາມທວງໜີ້ແລະ ຍຶດເອົາຊັບສິນຂອງ ບັນດາລູກຈ້າງທີ່ຂາດລາຍໄດ້ ເພາະການສັ່ງປິດກິດ ຈະການຊົ່ວຄາວ ຂອງບັນດາຫົວໜ່ວຍທຸລະກິດດັ່ງກ່າວດ້ວຍເພາະສະນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິງທີ່ ຈະຕ້ອງໄດ້ຮັບການຊ່ວຍເຫຼືອ ຈາກລັດຖະ ບານລາວ ໃນການຊຸກຍູ້ໃຫ້ບັນດາທະນາຄານລັດ ແລະເອກກະຊົນ ປະຕິ ບັດມາດຕະການໂຈະການຊໍາລະໜີ້ ແລະດອກເບ້ຍຢ່າງຮີບດ່ວນທີ່ສຸດ.

ສ່ວນສະພາອຸດສາຫະກຳ ແລະການຄ້າແຫ່ງຊາດລາວ ປະເມີນວ່າ ສະເພາະ ທຸລະກິດໃນພາກບໍລິການທ່ອງທ່ຽວ ຈະມີການເລີກຈ້າງພະນັກງານຫຼາຍກວ່າ 7 ໝື່ນຄົນໃນ 3 ເດືອນຕໍ່ໜ້າ ແລະສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຄາດວ່າພາກບໍລິການໃນລາວຈະສູນເສຍລາຍຮັບເກີນກວ່າ 350 ລ້ານໂດລາ ສະຫະລັດ ເນື່ອງຈາກການປິດຊາຍແດນ ໃນທົ່ວປະເທດນັ້ນ ເຮັດໃຫ້ບໍ່ມີນັກ ທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາໃນລາວ ນັບຈາກທ້າຍເດືອນມີນາ 2020 ເປັນຕົ້ນມາ ທັງຍັງຈະຕ້ອງສູນເສຍລາຍໄດ້ເພີ້ມຂຶ້ນອີກ ຖ້າຫາກລາວ ແລະ ນາໆຊາດຍັງຕ້ອງຜະເຊີນ ກັບການລະບາດ ຂອງເຊື້ອໄວຣັສ COVID-19 ຕໍ່ໄປຊຶ່ງທາງດ້ານສະພາອຸດສາຫຳກຳ ແລະການຄ້າ ຂອງສະຫະພາບຢູໂຣບ (EU) ປະຈຳລາວຄາດການວ່າ ການລະບາດຂອງເຊື້ອໄວຣັສ COVID-19 ຈະເຮັດໃຫ້ເກີນກວ່າ 70 ເປີເຊັນ ຂອງຫົວໜ່ວຍທຸລະກິດ ທັງໝົດໃນລາວ ຕ້ອງສູນເສຍລາຍໄດ້ຫຼາຍກວ່າ 50 ເປີເຊັນຂອງລາຍໄດ້ທັງໜົດໃນປີ 2020 ຊຶ່ງຈະເຮັດໃຫ້ຫົວໜ່ວຍທຸລະກິດ ເຫລົ່ານີ້ບໍ່ມີເງິນສຳລັບຊຳລະໜີ້ເງິນກູ້ແລະ ດອກເບ້ຍຄືນໃຫ້ທະນາຄານນັ້ນເອງ.

ປັດຈຸບັນລາວມີ SME ຈຳນວນ 124,830 ລາຍ ຄິດເປັນ 97 ເປີເຊັນ ຂອງວິສະ ຫະກິດທັງໝົດ ມີມູນຄ່າທາງເສດຖະກິດຄິດເປັນ 16 ເປີເຊັນ ຂອງຜະລິດ ຕະພັນລວມ ຫຼື GDP ຂອງລາວ ແລະມີການຈ້າງງານຫຼາຍກວ່າ 1 ລ້ານ 2 ແສນຄົນ ຄິດເປັນ 63 ເປີເຊັນ ຂອງການຈ້າງງານທັງໝົດ.

XS
SM
MD
LG