ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຄົ້ນຄວ້າກ່າວວ່າ ການກວດຫາໂຣກມະເຮັງ ໃນຮວຍໄຂ່ ບໍ່ຈໍາເປັນ (ເບິ່ງວີດີໂອ ລາວ/ອັງກິດ)


ພວກຜູ້ຍິງມີຄວາມສ່ຽງຕໍ່ການເປັນ ໂຣກມະເຮັງຮວຍໄຂ່ໃນມົດລູກໄດ້
ພວກຜູ້ຍິງມີຄວາມສ່ຽງຕໍ່ການເປັນ ໂຣກມະເຮັງຮວຍໄຂ່ໃນມົດລູກໄດ້

ການສຶກສາຄົ້ນຄວ້າໃໝ່ ໄດ້ສະແດງໃຫ້ເຫັນວ່າ ການກວດຫາໂຣກມະເຮັງຮວຍໄຂ່ໃນມົດ ລູກຂອງຜູ້ຍິງ ບໍ່ໄດ້ປ້ອງກັນໃຫ້ລອດພົ້ນຈາກການເສຍຊີວິດໄດ້ ແລະອາດຈະເປັນການສົ່ງ ເສີມໃຫ້ມີການຜ່າຕັດໂດຍບໍ່ຈໍາເປັນ ນໍາອີກ. ຜູ້​ສື່​ຂ່າວ​ຂອງ​ວີ​ໂອ​ເອ Carol Pearson ມີ​ລາຍ​ງານ​ກ່ຽວກັບເລື່ອງນີ້ ຊຶ່ງວັນນະ​ສອນ​ຈະ​ນໍາ​ມາສະ​ເໜີທ່ານ​ ໃນ​ອັນດັບຕໍ່​ໄປ.

ແມ່ຂອງນາງ Marsha Rifkin ຮູ້ຈັກວ່າ ລາວເປັນໂຣກມະເຮັງຮວຍໄຂ່ ກໍ​ເມື່ອຕອນ
ມັນຊ້າເກີນໄປ​ແລ້ວ. ນາງ Marsha Rifkin ເວົ້າວ່າ:

"ລາວມີອາຍຸພຽງແຕ່ 49 ປີ, ອີກບໍ່ພໍເທົ່າໃດມື້ ກໍຈະຮອດວັນ ເກີດ ຄົບຮອບ
50 ປີຂອງເພິ່ນ."

ແມ່ຂອງລາວໄດ້ເສຍຊີວິດໄປຍ້ອນໂຣກມະເຮັງຮວຍໄຂ່ ປະລູກ ສາວໄວ້ 5 ຄົນ
ຊຶ່ງໃນແຕ່ລະປີ ພວກເຂົາເຈົ້າຕ້ອງໄປກວດຫາ ໂຣກມະເຮັງນີ້.

ໂຣກມະເຮັງຮວຍໄຂ່ເປັນນຶ່ງໃນພວກໂຣກມະເຮັງ ທີ່ພາໃຫ້ແມ່ຍິງເສຍຊີວິດຫລາຍ
ທີ່ສຸດ.ແຕ່ຖ້າຫາກວ່າໄດ້ຖືກກວດພົບຕັ້ງແຕ່ຫົວທີ ໂອກາດທີ່ຈະມີຊີວິດຢູ່ລອດໄດ້
ເຖິງ 5 ປີແມ່ນມີຮອດ 90%. ພວກຜູ້ຍິງສ່ວນໃຫຍ່ທີ່ຖືກກວດພົບວ່າ ເປັນມະເຮັງ
ໃນຮວຍໄຂ່ ກໍຕໍ່ເມື່ອພະຍາດໄດ້ລຸກລາມຂຶ້ນເຖິງຂັ້ນອັນຕະລາຍແລ້ວ ແລະໂອກາດ
ທີ່ຈະມີຊີວິດຢູ່ລອດໄດ້ຕື່ມອີກຮອດ 5 ປີ ແມ່ນຫລຸດລົງມາເຫລືອພຽງ 30%. ການ
ກວດໂດຍໃຊ້ ເຄື່ອງຟັງຄື້ນສຽງ ຫລື Ultrasound ເປັນເຄື່ອງມືຊະນິດນຶ່ງທີ່ໃຊ້ໃນ
ການກວດຫາໂຣກມະເຮັງຊະນິດນີ້.

ພວກທ່ານໝໍທັງຫລາຍຍັງໃຊ້ການກວດເລືອດ ເພື່ອກວດຫາພະຍາດນີ້ຄືກັນ. ແຕ່ວ່າ
ມາບັດນີ້ ການສຶກສາຄົ້ນຄວ້າໃຫຍ່ບັ້ນໃໝ່ ພົບວ່າ ການກວດຜູ້ຍິງທີ່ບໍ່ເຄີຍມີປະຫວັດ
ຫລືມີອາການບົ່ງບອກວ່າເປັນພະຍາດນີ້ ທີ່ຈິງແລ້ວແມ່ນບໍ່ມີປະໂຫຍດຫຍັງໝົດ.
ດຣ.ຊອນດຣາ ບາຍສ໌ (Saundra Buys) ຜູ້ອໍານວຍການສະຖາບັນໂຣກມະເຮັງ
ຮັ້ນສະແມນ (Huntsman) ທີ່ນະຄອນ Salt Lake ຊີຕີ້ ລັດຢູທາ ໃຫ້ຂໍ້ສັງເກດວ່າ:

“ການກວດຫາໂຣກມະເຮັງຮວຍໄຂ່ນັ້ນ ສ່ວນໃຫຍ່ແລ້ວ ແມ່ນ ຈະບໍ່ກວດພົບ
ມັນ ໃນໄລຍະທີ່ຍັງມີໂອກາດປົວໄດ້ຫລາຍທີ່ສຸດ."

ຄລິກຢູ່ບ່ອນນີ້ ເພື່ອເບິ່ງວີດີໂອ ພາສາລາວ ຫລື ຄລິກຢູ່ບ່ອນສື່ທາງວິນໂດວ໌ ຫລື mp4 ຂ້າງເທິງຂວາມື

Dr. Buys ແລະນັກຄົ້ນຄວ້າຄົນອື່ນໆອີກຫລາຍຄົນ ໄດ້ທຳການສຶກສາບັ້ນນຶ່ງ ທີ່ມີຜູ້ຍິງ
ເຂົ້າຮ່ວມ 78 ພັນຄົນ ອາຍຸໃນລະຫວ່າງ 55 ຫາ 74 ປີ. ພວກເຂົາເຈົ້າໄດ້ສຸ່ມເລືອກ ພວກແມ່ຍິງທີ່ເຂົ້າຮ່ວມການຄົ້ນຄວ້າ ໃຫ້ໄປກວດຫາໂຣກມະເຮັງປະເພດນີ້ປະຈໍາປີ.
ສ່ວນພວກທີ່ເຫລືອນັ້ນ ກໍໃຫ້ດູແລສຸຂະພາບແບບປົກກະຕິ. ບໍ່ມີຜູ້ຍິງຄົນໃດໃນນັ້ນເຄີຍ
ມີປະຫວັດ ຫລືວ່າມີອາການເປັນໂຣກມະເຮັງຮວຍໄຂ່ເຖິງແມ່ນວ່າຜູ້ຍິງບາງຄົນ ໃນທັງ
ສອງກຸ່ມ ໄດ້ເລີ້ມເປັນພະຍາດນີ້ໃນຊ່ວງເວລາທີ່ເຂົ້າຮ່ວມການຄົ້ນຄວ້ານັ້ນ.

Dr. Buys ເວົ້າວ່າ: “ປາກົດວ່າ ພວກຜູ້ຍິງທີ່ເປັນໂຣກມະເຮັງນັ້ນ ເປັນໂຣກ
ດັ່ງກ່າວ ຢູ່ໃນລະດັບດຽວກັນ ແລະກໍບໍ່ມີທ່າທີວ່າ ຈະສາມາດປົວໂຣກນີ້
ໄດ້ຫລາຍກວ່າພວກຜູ້ຍິງ ທີ່ບໍ່ໄດ້ກວດຫາພະຍາດນີ້ເລີຍ.”


10% ຂອງພວກຜູ້ຍິງທີ່ໄດ້ກວດຫາ ໂຣກມະເຮັງຮວຍໄຂ່ ມີຜົນການກວດ ທີ່ຜິດ​ພາດ ຊຶ່ງໄດ້ພາໃຫ້ມີການຜ່າຕັດ ທີ່ບໍ່ຈໍາເປັນ.
10% ຂອງພວກຜູ້ຍິງທີ່ໄດ້ກວດຫາ ໂຣກມະເຮັງຮວຍໄຂ່ ມີຜົນການກວດ ທີ່ຜິດ​ພາດ ຊຶ່ງໄດ້ພາໃຫ້ມີການຜ່າຕັດ ທີ່ບໍ່ຈໍາເປັນ.
Dr. Buys ເວົ້າວ່າ ຄວາມຈິງແລ້ວການ
ກວດຫາໂຣກນີ້ແມ່ນ ພາໃຫ້ມີຜົນເສຍ
ຫລາຍກວ່າຜົນໄດ້ ຊຶ່ງທ່ານນາງອະທິ
ບາຍວ່າ 10% ຂອງພວກຜູ້ຍິງທີ່ໄດ້
ກວດຫາພະຍາດນີ້ ປາກົດວ່າມີຜົນການ
ກວດທີ່ຜິດ​ພາດ ທີ່ບອກວ່າເຂົາເຈົ້າເປັນ
ມະເຮັງຮວຍໄຂ່ ຊຶ່ງໄດ້ພາໃຫ້ມີການຜ່າ
ຕັດທີ່ບໍ່ຈໍາເປັນ ໃນບາງກໍລະນີແລະພາ
ໃຫ້ມີໂຣກແຊກຊ້ອນ. ອາການຂອງ
ໂຣກມະເຮັງຮວຍໄຂ່ແມ່ນຄືກັນກັບອາ
ການຂອງພວກທີ່ມີບັນຫານໍາລະບົບ
ຍ່ອຍອາຫານຫລື ກ່ຽວກັບພົກຍ່ຽວ.
ມັນອາດໂຮມມີອາການປວດແອວຫລື ປວດກະດູກສະ​ໂພ​ກ.

ພວກນັກຄົ້ນຄວ້າໄດ້ແນະນໍາໃຫ້ພວກ
ຜູ້ຍິງລາຍງານການປ່ຽນແປງໃດໆໃຫ້ທ່ານໝໍຂອງພວກເຂົາເຈົ້າຊາບ ເພື່ອວ່າຖ້າຫາກ
ພວກເຂົາເຈົ້າເປັນໂຣກມະເຮັງຮວຍໄຂ່ແທ້ໆ ມັນອາດຈະກວດພົບ​ເຫັນແຕ່ຫົວທີ.

ການສຶກສາຄົ້ນຄວ້ານີ້ ໄດ້ຖືກພິມອອກເຜີຍແຜ່ໃວາລະສານຂອງສະມາຄົມການແພດ
ອາເມຣິກັນ ຫລື Journal of the American Medical Association.

ເບິ່ງວີດິໂອພາສາອັງກິດ

XS
SM
MD
LG