ພວກຊື້ທີ່ດິນຈາກຈີນແຜ່ນດິນໃຫຍ່ ໄດ້ເຮັດໃຫ້ລາຄາທີ່ດິນໃນຮົງ
ກົງສູງຂຶ້ນ ສົ່ງຜົນໃຫ້ຊີວິດຢູ່ໃນຮົງກົງ ຍາກລຳບາກຫຼາຍຂຶ້ນ ສຳ
ຫລັບຊາວເມືອງບາງຄົນ. ແຕ່ໃນຂະນະທີ່ລັດຖະບານພະຍາຍາມ
ປ້ອງກັນບໍ່ໃຫ້ຕະຫຼາດອະສັງຫາລິມະຊັບ ພອງຕົວຂຶ້ນນັ້ນ ພວກຊື້
ບ້ານເຮືອນໃນຮົງກົງ ກໍພາກັນເລີ້ມຊອກຊື້ບ້ານເຮືອນໃນຕ່າງປະ
ເທດ. Shannon Van Sant ຜູ້ສື່ຂ່າວວີໂອເອ ມີລາຍງານຈາກ
ຮົງກົງ ຊຶ່ງສິງຈະນຳ ມາສະເໜີທ່ານ …
ຮົງກົງ ແມ່ນຮວມຢູ່ໃນພວກຕະຫຼາດຂາຍທີ່ດິນບ້ານເຮືອນທີ່ແພງທີ່ສຸດໃນໂລກ. ລາຄາບ້ານເຮືອນທີ່ຮົງກົງໄດ້ເພີ້ມຂຶ້ນເປັນສອງເທົ່າໂຕ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ.
ນາຍ Chris Parker ໄດ້ອາໄສຢູ່ໃນຮອງກົງມາໄດ້ 7 ປີ ແລະຄ່າເຮືອນຊານກຳລັງສ້າງຄວາມເປັນຫ່ວງກັງວົນ ໃຫ້ລາວ.
ນາຍ Parker ກ່າວວ່າ: “ນີ້ແມ່ນບ່ອນທີ່ຂ້ອຍຢາກຢູ່ໃນປັດຈຸບັນ. ແນ່ນອນ ຂ້ອຍ
ບໍ່ຢາກກັບຄືນໄປຍັງອັງກິດ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງມອງບໍ່ເຫັນວ່າ ຂ້ອຍຈະຍ້າຍໄປຈາກຮົງກົງ ແຕ່ຂ້ອຍມີຄວາມຮູ້ສຶກວ່າເວລາໃດເວລາໜຶ່ງມັນຈະໄປຮອດຈຸດ
ທີ່ວ່າ ຂ້ອຍຈະຕ້ອງໄດ້ດິ້ນຮົນ ເພື່ອຊອກຫາບ່ອນຢູ່ ບໍ່ວ່າຈະຢູ່ທີ່ນີ້ ຫຼືບ່ອນອື່ນໆ. ຂ້ອຍອາດຈະຕ້ອງໄດ້ປ່ຽນບ່ອນຢູ່.”
ລາຄາບ້ານເຮືອນໄດ້ຖີບໂຕສູງຂຶ້ນ 13 ເປີເຊັນ ເປັນປະຫວັດການໃນປີແລ້ວນີ້. ຄ່າເຮືອນຫ້ອງແຖວ ຫຼື apartment ເນື້ອທີ່ 100 ຕາລາງແມັດ ຢູ່ໃຈກາງເກາະຮົງກົງ ຄິດສະເລ່ຍແລ້ວ ຕົກເປັນ 2 ລ້ານ 3 ແສນດອນລາ. ໃນຕົ້ນປີນີ້ ລັດຖະບານໄດ້ເອົາມາດຕະການ ເພື່ອເຮັດໃຫ້ຕະຫຼາດບ້ານເຮືອນເຢັນລົງ ເພາະຢ້ານວ່າການຫລັ່ງໄຫລເຂົ້າມາ ຂອງພວກຊື້ທີ່ດິນບ້ານເຮືອນຈາກແຜ່ນດິນໃຫຍ່ ຈະເຮັດໃຫ້ລາຄາເຟີ້ຂຶ້ນຈົນກາຍເປັນຟອງສະບູ່ ທີ່ຈະແຕກໄດ້ທຸກເວລາ.
ບັດນີ້ ພວກຊື້ບ້ານເຮືອນ ລາຄາແພງຮອດ 9 ແສນ 2 ພັນດອນລາ ຈະຕ້ອງໄດ້ວາງເງິນ
ມັດຈຳຫຼາຍຂຶ້ນ ແລະກົດລະບຽບໃນການຊື້ບ້ານເຮືອນຫຼັງທີສອງ ກໍເຂັ້ມງວດຂຶ້ນ. ມາດຕະການເຫຼົ່ານີ້ແລະເສດຖະກິດ ທີ່ຊັກຊ້າລົງໃນຈີນ ໄດ້ເຮັດໃຫ້ພວກນັກວິເຄາະບາງຄົນ ທຳນາຍວ່າຈະເຮັດໃຫ້ຕະຫລາດອະສັງຫາລິມະຊັບໃນຮົງກົງ ພັງລົງ ແຕ່ຄົນອື່ນໆຄາດ
ວ່າ ຕະຫຼາດຈະພຽງແຕ່ຊັກຊ້າລົງ.
ທ່ານ Joseph Tsang Hon-Ping ຜູ້ອຳນວຍການຝ່າຍຈັດການ ຂອງບໍລິສັດລົງທຶນດ້ານອະສັງຫາລິມະຊັບ Jones Lang LaSalle ກ່າວວ່າ ການເອົາມາດຕະການຂອງລັດຖະບານໄດ້ຊ່ອຍປ້ອງກັນບໍ່ໃຫ້ເກີດສພາບຟອງສະບູ່ ສ່ວນໜຶ່ງກໍຍ້ອນພວກຊື້ບ້ານເຮືອນບໍ່ສາມາດສ້າງໜີ້ສິນທີ່ສູງເກີນໄປໄດ້.
ທ່ານ Joseph Tsang ກ່າວວ່າ “ເວລາພວກຜູ້ຄົນໂອ້ລົມກັນເລື້ອງສະພາບການຟອງສະບູ່ນັ້ນ ແມ່ນພວກເຂົາເຈົ້າເວົ້າກັນເລື້ອງໃນສະໄໝ ປີ 1997. ນັ້ນແມ່ນ 15 ຫຼື 16 ປີຜ່ານມາແລ້ວ. ໃນເວລານັ້ນອັດຕາດອກເບ້ຍເງິນກູ້ ແມ່ນປະມານ 13 ເປີເຊັນ. ແຕ່ສູ່ມື້ນີ້ ແມ່ນປະມານ 2 ເປີເຊັນ. ມັນມີຄວາມແຕກຕ່າງກັນຢ່າງຫຼວງຫຼາຍ. ສອງມາ ກໍແມ່ນ ອັດຕາເງິນກູ້ຢືມຕໍ່ສັດສ່ວນຂອງລາຄາເຮືອນ. ຈຳ
ນວນເງິນທີ່ພວກເຮົາສາມາດກູ້ຢືມຈາກທະນາຄານໄດ້ ແມ່ນຫລຸດລົງມາເປັນ
ປະມານ 40 ເປີເຊັນ ຫຼື 50 ເປີເຊັນ ຊຶ່ງໝາຍເຖິງ ສະພາວະເງິນກູ້ຢືມທີ່ຕ່ຳ
ຫຼາຍ ຢູ່ໃນຮົງກົງ.”
ແຕ່ລາຄາເຮືອນທີ່ສູງ ກຳລັງດົນໃຈໃຫ້ບາງຄົນໄປລົງທຶນໃນຕ່າງປະເທດ. ເມື່ອໄວໆມາ
ນີ້ ບໍລິສັດພັດທະນາທີ່ດິນ Swire Properties ໃນຮົງກົງ ໄດ້ສະເໜີຂາຍບ້ານເຮືອນທີ່
ຕົນກໍ່ສ້າງຂຶ້ນ ໃນນະຄອນ ໄມອາມີ ລັດຟລໍຣິດາ ໃຫ້ພວກຊອກຊື້ບ້ານເຮືອນທີ່ຮົງກົງ.
ນາງ Maile Aguila ກ່າວວ່າ “ເຂດ South Beach ຂອງນະຄອນ ໄມອາມີ ເປັນຊາຍຫາກນ້ຳເບີໜຶ່ງໃນອາເມຣິກາ ແລະມີຕຶກອາຄານທີ່ສູງໆຫລາຍກວ່າ 50
ຫລັງທີ່ກຳລັງກໍ່ສ້າງຢູ່ ສູ່ມື້ນີ້. ຍັງເປັນບ່ອນສະສົມເຄື່ອງສິນລະປະໃຫຍ່ທີ່ສຸດ
ແລະມີທີມກີລາທີ່ສຳຄັນໆ ເຊັ່ນ ທີມ ກີລາບານບ້ວງ Miami Heat ທີມ Dolphins ທີມ Marlins ແລະທີມ Panthers ເປັນຕົ້ນ.”
Apartment ຫຼືເຮືອນຫ້ອງແຖວໃຫ່ເຊົ່າຢູ່ໄມອາມີ ຈຳນວນຫຼາຍຫລັງ ແມ່ນມີໃຫ້ຂາຍ ໃນລາຄາບໍ່ຮອດ 1 ລ້ານດອນລາ ແລະສຳຫລັບພວກຜູ້ຊື້ໃນຮົງກົງແລ້ວ ແມ່ນເປັນລາຄາທີ່ຖືກທີ່ສຸດ.
In Hong Kong, one of the world’s most expensive property markets, housing prices have doubled since 2009.
Chris Parker, who has lived here for seven years says housing costs are a cause for worry.
“This is where I want to be now. I certainly don’t want to go back to the UK," he said. "So I don’t see me ever leaving Hong Kong per se, but I do feel that there will come a point where I am struggling to find a place to live either here or in some other place. I might have to make a change in location.”
Last year, home prices surged a record 13 percent. A 100 square-meter apartment in the center of town has an average cost of $2.3 million. Earlier this year, the government took measures to cool the market for fear that an influx of mainland Chinese buyers may be inflating prices - creating a bubble.
Buyers of properties valued up to $902,000 must make larger down payments, and mortgage rules for second-home purchases have been tightened. Those measures and a cooling economy in China have some property analysts predicting a crash in Hong Kong real estate, but others anticipate just a market slow down.
Joseph Tsang Hon-Ping, managing director of real estate investment company Jones Lang LaSalle, says the government's measures have helped prevent a bubble, in part because buyers can't overload on debt.
“When people talk about bubbles they always talk about 1997, that was 15 or 16 years ago. At the time the interest rate was roughly around 13 percent," he noted. "Today we’re talking about 2 percent. That’s a big difference. The second thing is the loan-to-mortgage ratio. The amount that you can borrow for mortgages is down to 40 or 50 percent, meaning that it’s a very low debt situation, Hong Kong.”
But the high prices are inspiring some people to invest abroad. Swire Properties, a Hong Kong property developer, recently offered Hong Kong buyers properties it has built in Miami, Florida.
“South Beach [in Miami] is the number one beach in America, and it has over 50 skyscrapers currently being built today," explained Maile Aguila, of Swire Properties. "It also houses one of the largest art deco collections and sport franchises such as the Miami Heat, the Dolphins, the Marlins and the Panthers.”
Many of the Miami apartments are on sale for less than $1 million, and, for Hong Kong buyers, that is a bargain.