ການປະເມີນຄັ້ງໃໝ່ ຂອງຕະຫຼາດແຮງງານທົ່ວໂລກພົບວ່າ ການຟື້ນໂຕຄືນ ຈາກວິກິດການໃນການຈ້າງງານ ທີ່ເກີດຂຶ້ນຈາກການລະບາດຂອງພະຍາດໂຄວິດ-19 ຈະມີຄວາມຫຼໍ່ແຫຼມ ແລະຈະເຮັດໃຫ້ຄວາມບໍ່ເທົ່າທຽມກັນ ລະຫວ່າງບັນດາປະເທດທີ່ຮັ່ງມີ ແລະທຸກຍາກ ຮ້າຍແຮງລົງຕື່ມ. ການຄາດຄະເນດັງກ່າວ ມາຈາກລາຍງານ ອົງການແຮງງານສາກົນສະບັບໃໝ່ ຂອງສະຫະປະຊາຊາດ. ລິຊາ ສະໄລນ໌ (Lisa Schlein) ລາຍງານໃຫ້ VOA ຈາກນະຄອນເຈເນວາ ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ນັກເສດຖະສາດຂອງອົງການແຮງງານສາກົນກ່າວວ່າ ຕະຫຼາດຕ່າງໆກໍາລັງກັບມາສູ່ສະພາບປົກກະຕິ ຫຼັງຈາກການລະບາດໃຫຍ່ ອັນລວມເຖິງວິກິດການທີ່ຊ້າກວ່າຄາດການໄວ້. ພວກເຂົາເຈົ້າຄາດຄະເນ ຈໍານວນຊົ່ວໂມງເຮັດວຽກຢູ່ໃນທົ່ວໂລກປີນີ້ ຈະຕໍ່າກວ່າໂຕເລກກ່ອນການລະບາດຄັ້ງໃຫຍ່ 1.8 ເປີເຊັນ ໃນການເຮັດວຽກຂອງໄຕມາດສຸດທ້າຍປີ 2019.
ພວກເຂົາເຈົ້າກ່າວວ່າ ການຂາດດຸນນັ້ນ ທຽບເທົ່າກັບການສູນເສຍວຽກເຕັມເວລາ 52 ລ້ານໜ້າວຽກ, ເປັນຈໍານວນໂຕເລກທີ່ຫຼາຍເຖິງສອງເທົ່າຂອງຈໍານວນທີ່ໄດ້ຄາດການໄວ້ໃນການສໍາຫຼວດຕະຫຼາດໂລກຂອງປີທີ່ຜ່ານມາ. ຜູ້ອໍານວຍການໃຫຍ່ ຂອງອົງການແຮງງານສາກົນ ທ່ານກາຍ ຣາຍເດີ້ (Guy Ryder) ກ່າວວ່າ ຄວາມບໍ່ພຽງພໍໃນການສະໜອງແຮງງານນີ້ ແມ່ນຢູ່ເໜືອລະດັບຂອງການຫວ່າງງານທີ່ສູງ ກ່ອນການລະບາດໃຫຍ່ຂອງພະຍາດໂຄວິດ-19. ທ່ານຣາຍເດີ້ ກ່າວຕື່ມວ່າ:
“ໃນປີ 2022, ພວກເຮົາຄາດວ່າ ອັດຕາການຫວ່າງງານຢູ່ໃນທົ່ວໂລກ ຈະຢູ່ທີ່ 207 ລ້ານຄົນ ເຊິ່ງ 20 ລ້ານຄົນ ແມ່ນສູງກວ່າລະດັບກ່ອນການລະບາດຄັ້ງໃຫຍ່ໃນປີ 2019. ຖ້າຄິດໃນທາງເປີເຊັນ, ພວກເຮົາຄາດຄະເນວ່າ ອັດຕາການຫວ່າງງານໃນປີ 2022 ຈະສູງເຖິງ 5.9 ເປີເຊັນ.”
ລາຍງານຄົ້ນພົບຄວາມແຕກຕ່າງ ໃນການຟື້ນຕົວລະຫວ່າງບັນດາພູມີພາກ. ເຊິ່ງມັນໄດ້ບອກວ່າ ພູມີພາກຢູໂຣບ ແລະອາເມຣິກາເໜືອ ກໍາລັງສະແດງສັນຍານການຟື້ນໂຕທີ່ໜ້າພໍໃຈ, ສ່ວນພູມີພາກທີ່ໄດ້ຮັບຜົນກະທົບທີ່ຮຸນແຮງ
ທີ່ສຸດແມ່ນ ເອເຊຍ, ລາຕິນອາເມຣິກາ ແລະເຂດທະເລຄາຣິບບຽນ.
ທ່ານຣາຍເດີ້ ກ່າວວ່າ ບັນດາປະເທດທີ່ຮັ່ງມີກວ່ານັ້ນ ຄາດວ່າຈະຫຼຸດພົ້ນອອກມາຈາກວິກິດການດັ່ງກ່າວ ໃນຮູບແບບທີ່ດີກວ່າບັນດາປະເທດທີ່ມີຄວາມທຸກຈົນກວ່າ. ທ່ານກ່າວວ່າ ຊ່ອງຫວ່າງຂະໜາດໃຫຍ່ລະຫວ່າງໂອກາດຕະຫຼາດແຮງງານຂອງປະເທດຕ່າງໆ ແມ່ນຂຶ້ນຢູ່ກັບລະດັບລາຍໄດ້ ແລະການພັດທະນາຂອງປະເທດນັ້ນໆ.
“ໃນບັນດາປະເທດທີ່ມີສະພາວະເສດຖະກິດຕໍ່າ ແລະປານກາງ ແມ່ນກໍາລັງດິ້ນລົນເພື່ອໃຫ້ກັບເຂົ້າສູ່ລະດັບຂອງການຈ້າງງານ ແລະຄຸນນະພາບຂອງງານກ່ອນການລະບາດໃຫຍ່, ແລະການເຂົ້າເຖິງວັກຊີນທີ່ບໍ່ພຽງພໍ ໄດ້ເຮັດໃຫ້ເກີດແຮງກົດດັນຕໍ່ລະບົບການເບິ່ງແຍງສຸຂະພາບ ດ້ວຍງົບປະມານທາງການເງິນທີ່ຈໍາກັດ ເຊິ່ງຈໍາກັດຄວາມສາມາດຂອງລັດຖະບານເຂົາເຈົ້າ ໃນການໃຊ້ມາດຕະການກະຕຸ້ນເສດຖະກິດ ເພື່ອສະໜັບສະໜຸນຕະຫຼາດແຮງງານຂອງພວກເຂົາເຈົ້າ.”
ທ່ານຣາຍເດີ້ ກ່າວວ່າ ອົງການແຮງງານລະຫວ່າງປະເທດ ບໍ່ໄດ້ດໍາເນີນນະໂຍ ບາຍບົນພື້ນຖານຂອງຄວາມຖືກຕ້ອງ ຫຼືບໍ່ດັ່ງນັ້ນ ກໍານົດຂໍ້ບັງຄັບໃນການສັກຢາວັກຊີນ ຢູ່ໃນສະຖານທີ່ເຮັດວຽກ. ທ່ານກ່າວວ່າ ບັນຫາພື້ນຖານທີ່ຕ້ອງປະເຊີນໃນບ່ອນເຮັດວຽກ ຄືການເຂົ້າເຖິງຢາວັກຊີນ ທີ່ບໍ່ເທົ່າທຽມກັນ.
ສຳລັບທ່ານແລ້ວ ທ່ານເວົ້າວ່າ ໃນທີ່ສຸດກໍຄືການຄ້ຳປະກັນໃຫ້ຜູ້ຄົນທີ່ສາມາດເຮັດວຽກ ມີສຸຂະພາບແຂງແຮງ ຢູ່ໃນບັນຍາກາດທີ່ປອດໄພ.