ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜ​ູ້​ບັນ​ຊາ​ການ​ທະ​ຫານ ທີ່​ພວມ​ຈະ​ອອກ​ບຳ​ນານ ຂອງ​ປາ​ກິ​ສ​ຖານ ຍອມ​ຮັບ​ວ່າ ກອ​ທັບມີ​ການ​ພົວ​ພັນ​ທາງ​ການ​ເມືອງ ​ຂອງ​ປະ​ເທດ


​ແຟ້ມ - ຜູ້​ບັນ​ຊາ​ການກອງ​ທັບ ນາຍ​ພົນ​ກາ​ມາ ຈາ​ເວັດ ບັ​ຈ​ວາ ໄປ​ເຖິງ​ບ່ອນ​ສວນ​ສະ​ໜາມ ໃນ​ວັນ​ເອກ​ກະ​ລາດ​ປາ​ກິ​ສ​ຖານ ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 23 ມີ​ນາ 2022.
​ແຟ້ມ - ຜູ້​ບັນ​ຊາ​ການກອງ​ທັບ ນາຍ​ພົນ​ກາ​ມາ ຈາ​ເວັດ ບັ​ຈ​ວາ ໄປ​ເຖິງ​ບ່ອນ​ສວນ​ສະ​ໜາມ ໃນ​ວັນ​ເອກ​ກະ​ລາດ​ປາ​ກິ​ສ​ຖານ ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 23 ມີ​ນາ 2022.

ຜູ້​ບັນ​ຊາ​ການ​ທະ​ຫານ​ສູງ​ສຸດ​ຂອງ​ປ​າ​ກິ​ສ​ຖານ​ທີ່​ກຳ​ລັງ​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ ຮັບ​ຮູ້​ໃນ​ວັນ​ພຸດ​ວານນີ້​ວ່າ ຫຼາຍ​ທົດ​ສະ​ວັດ ໃນ​ການ​ແຊກ​ແຊງ​ແບບ​ຜົດ​ໝາຍ ​ຂອງ​ການ​ເມືອງ​ແຫ່ງ​ຊາດ ໂດຍສະ​ຖາ​ບັນ​ທີ່​ມີ​ອິດ​ທິ​ພົນ​ຂອງ​ທ່ານໄດ້​ຖືກ​ເປີດ​ເຜີຍ​ໃຫ້
ຖືກ​ຕ້ອງ​ຕິ​ເປັນ​ບາງ​ຄັ້ງ​ບາງ​ຄາວ.

ນາຍ​ພົນ​ກາ​ມາ ຈາ​ເວັດ ບັ​ຈ​ວາ (Qamar Javed Bajwa) ຊຶ່ງ​ມີ​ກຳ​ນົດ ​ຈະ​ອອກ​ກິນ​ເບ້ຍ​ບຳ​ນານ​ໃນ​ອາ​ທິດ​ໜ້ານີ້ ໄດ້​ໃຫ້​ການຍອມ​ຮັບ ໃນ​ລະ​ຫວ່າງ​ການ
ກ່າວ​ຄຳ​ປາ​ໄສ​ທ​າງ​ໂທ​ລະ​ພາບຕໍ່​ບັນ​ດາ​ຄອບ​ຄົວ​ທະ​ຫານ​ທີ່​ເສຍ​ຊີ​ວິດ ຢູ່​ທີ່ກອງ​ບັນ​ຊາ​ການ​ໃຫຍ່​ທີ່​ນະ​ຄອນ​ຣາ​ວາ​ລ​ປິນ​ດີ.

ນາຍ​ພົນ​ທີ່​ມີ​ອາ​ຍຸ 62 ປີ​ທ່ານນີ້ ຍັງ​ໄດ້​ປະ​ຕິ​ເສດຕໍ່​ການ​ກ່າວ​ອ້າງທີ່ “​ບໍ່​ມີ​ຄວາມ
ຈິງ​ແລະ​ບໍ່​ຖືກ​ຕ້ອງ” ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ຖືກ​ປົດ ທ່ານ​ອິມ​ຣານ ຄານ ທີ່​ເວົ້າ​ວ່າ ສະ​ຫະ​ລັດ​ມີ​ບົດ​ບາດ​ໃນ​ການ​ໂຄ່ນ​ລົ້ມລັດ​ຖະ​ບານ​ທ່ານ ໃນ​ເດືອນ​ເມ​ສາ
ປີນີ້.

ນາຍ​ພົນ​ບັ​ຈ​ວາ ກ່າວ​ວ່າ “ກອງ​ທັບ​ຂອງ​ພວກ​ເຮົາ ທີ່​ໄດ້​ຮັບ​ໃຊ້​ປະ​ເທດ​ຊາດ​ຢ່າງ​ຂຸ້ນ​ຂ້ຽວທັງ​ກາງ​ເວັນ​ ແລະ​ກາງ​ຄືນ ແມ່ນ​ໄດ້​ຖືກ​ຕ້ອງ​ຕິ ​ເປັນ​ບາງ​ຄັ້ງ​ບາງ​ຄາວ. ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ເຫດ​ຜົນ​ສຳ​ຄັນ​ກໍ​ແມ່ນ​ການ​ແຊກ​ແຊງ​ຂອງ​ທະ​ຫານ​ຢູ່​ໃນ​ການ​ເມືອງ​ໃນ​ຮອບ 70 ປີ ​ທີ່​ຜ່ານ​ມານີ້ ຊຶ່ງ​ເປັນ​ການ​ຜິດ​ຕໍ່​ລັດ​ຖະ​ທຳ​ມະ​ນູນ. ດັ່ງ​ນັ້ນ ໃນ​ເດືອນ​ກຸມ​ພາປີ​ກາຍ ທາງກອງ​ທັບ​ຈຶ່ງ​ໄດ້​ຕັດ​ສິນ​ໃຈຫຼັງ​ຈາກ​ໄດ້​ມີ​ການ​ພິ​ຈາ​ລະ
ນາ​ວ່າ ທາງກອງ​ທັບ​ຈະ​ບໍ່​ເຂົ້າ​ແຊກ​ແຊງ​ໃດໆ​ອີກ​ທາງ​ດ້ານ​ການ​ເມືອງ​ໃນ​ອະ​ນາ​ຄົດ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ການ​ຄ້ຳ​ປະ​ກັນ​ແກ່​ພວກ​ທ່ານ​ວ່າ ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕັ້ງ​ໃຈ​ຢ່າງ​ແນ່ວ​ແນ່​ໃນ​ເລື້ອງນີ້.”

ນາຍ​ພົນ​ບັ​ຈ​ວາ ແນວ​ໃດ​ກໍ​ຕາມ ບໍ່​ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ ​ແມ່ນຫຍັງ​ພາ​ໃຫ້​ສະ​ຖາ​ບັນ​ຂອງ​ທ່ານບໍ່​ເຂົ້າ​ພົວ​ພັນ​ໃນ​ເລື້ອງ​ການ​ເມືອງ​ຢູ່​ໃນ​ປາ​ກິ​ສ​ຖານອີກ ບ່ອນ​ທີ່​ພ​ວກ​ທະ​ຫານ​ໄດ້​ເຮັດ​ລັດ​ຖະ​ປະ​ຫານ 4 ເທື່ອຕໍ່​ລັດ​ຖະ​ບານ​ທີ່​ໄດ້​ຖືກ​ຮັບ​ເລືອກ ທີ່​ພາ​ໃຫ້​ມີ​ການ​ປົກ​ຄອງ​ແບບ​ຜະ​ເດັດ​ການ​ເປັນ​ເວ​ລາສາມ​ທົດ​ສະ​ວັດໃນ​ປະ​ຫວັດ​ສາດ 75 ປີ​ຂອງ​ປະ​ເທດ.

ພວກ​ຕ້ອງ​ຕິຍັງ​ມີ​ຄວາມ​ບໍ່​ແນ່​ໃຈ​ຢູ່​ວ່າ ກອງ​ທັບ​ປາ​ກິ​ສ​ຖານ​ຈະ​ຢຸດ​ເຊົາ​ຕໍ່​ການ​ເຂົ້າ​ແຊກ​ແຊງ​ໃນ​ການ​ເມືອງ​ຂອງ​ປະ​ເທດ​ແທ້​ຫຼື​ບໍ່.

ທ່ານ​ໄມ​ເກີ​ລ ກູ​ແກ​ລ​ແມນ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ເອ​ເຊຍ​ໃຕ້ ທີ່​ສູນ​ກາງວິ​ລ​ສັນ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ຮັບ​ເອົາ ​ຄຳ​ເວົ້າ​ຂອງ​ທ່ານ​ບັ​ຈ​ວາ ທີ​ວ່າ ທາງກອງ​ທັບ​ຈະ​ບໍ່​ເຂົ້າ​ຫຍຸ້ງ​ກ່ຽວ​ທາງ​ດ້ານ​ການ​ເມືອງແບບບໍ່​ຄ່ອຍ​ເຊື່ອ​ປານ​ໃດ.”

ທ່ານ​ໄດ້​ກ່າວ​ຢູ່​ໃນ​ຄຳ​ຕອບ​ທີ່​ຂຽນ​ເປັນ​ລາຍ​ລັກ​ອັກ​ສອນ​ຕໍ່​ວີ​ໂອ​ເອ​ວ່າ “ສະ​ຖາ​ບັນ​ໄດ້​ເຂົ້າ​ພົວ​ພັນ​ໃນ​ການ​ເມືອງ​ປາ​ກິ​ສ​ຖານ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ ມັນ​ອາດ​ຈະ​ເປັນ​ໄປ​ໄດ້​ຍາກ​ທີ່​ບັງ​ຄັບ​ໃຫ້​ມີ​ການ​ເອົາ​ບາດ​ລ້ຽວ​ໃຫຍ່ນີ້. ໂດຍ​ບໍ່​ຕ້ອງ​ເວົ້າ​ເຖິງ​ໃນ
ໄລ​ຍະ​ໃກ້ໆ​ນີ້ ແຕ່​ຜູ້​ບັນ​ຊາ​ການກອງ​ທັບ​ຄົນ​ຕໍ່​ໄປ ​ມີ​ທ່າ​ທາງຈ​ະ​ຖືກ​ມອງເບິ່ງວ່າ ເປັນ​ຜູ້​ມີ​ບົດ​ບາດ​ໃນ​ການ​ຊ່ວຍ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ລັດ​ຖະ​ບານ​ແລະ​ທ່ານ​ອິມ​ຣານ ຄານ ເພື່ອ​ຜ່ອນ​ຄາຍ​ຄວາມ​ເຄັ່ງ​ຕຶງ​ຕໍ່​ການ​ຂາດ​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG