ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລະບາດຂອງໄວຣັສ Covid-19 ເຮັດໃຫ້ເກີດບັນຫາຂັດແຍ້ງ ກ່ຽວກັບການເລີກຈ້າງແຮງງານໃນລາວ ເພີ້ມຂຶ້ນ


ໂຮງງານປະກອບລົດກະບະຂະໜາດນ້ອຍ ຢູ່ໃນເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ທາງພາກໃຕ້ຂອງລາວ.
ໂຮງງານປະກອບລົດກະບະຂະໜາດນ້ອຍ ຢູ່ໃນເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ທາງພາກໃຕ້ຂອງລາວ.

ການລະບາດຂອງໄວຣັສ Covid-19 ເຮັດໃຫ້ເກີດບັນຫາຂັດແຍ້ງກ່ຽວກັບການເລີກຈ້າງແຮງງານໃນລາວ ເພີ້ມຂຶ້ນ ເພາະແຮງງານຫລາຍກວ່າ 1 ລ້ານຄົນ ບໍ່ມີຫລັກປະກັນດ້ານສະຫວັດດີການສັງຄົມ.

ທ່ານພົງໄຊສັກ ອິນທະລາດ ຫົວໜ້າກົມຄຸຸ້ມຄອງແຮງງານ ກະຊວງແຮງງານ ແລະສະຫວັດດີການສັງຄົມ ຖະແຫລງວ່າ ຂໍ້ຂັດແຍ້ງດ້ານແຮງງານທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະທີ່ຜ່ານມາ ກໍຄື ການເລີກຈ້າງ ໂດຍບໍ່ປະຕິບັດຕາມກົດໝາຍແຮງງານ ຈຶ່ງເຮັດໃຫ້ມີການຟ້ອງຮ້ອງກັນລະຫວ່າງຜູ້ອອກແຮງງານກັບຜູ້ໃຊ້ແຮງງານເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນໃນໄລຍະທີ່ມີການລະບາດຂອງພະຍາດໄວຣັສ Covid-19 ທີ່ໄດ້ສົ່ງຜົນກະທົບຢ່າງຮຸນແຮງຕໍ່ບັນດາຫົວໜ່ວຍທຸລະກິດໃນທົ່ວປະເທດລາວໃນປັດຈຸບັນນີ້ ກໍຍິ່ງເຮັດໃຫ້ມີການເລີກຈ້າງໂດຍບໍ່ປະຕິບັດຕາມກົດໝາຍເພີ້ມຂຶ້ນອີກ ດັ່ງທີ່ທ່ານພົງໄຊສັກ ໃຫ້ການຢືນຢັນວ່າ:

“ສຳລັບຂໍ້ຂັດແຍ້ງທາງດ້ານແຮງງານໃນໄລຍະຜ່ານມານີ້ ກໍເກີດມີຫລາຍພໍສົມຄວນຫັ້ນແຫລະ ສ່ວນກະແມ່ນຄວາມບໍ່ເຂົ້າໃຈໃນການຈັດຕັ້ງປະຕິບັດກົດໝາຍ ອັນຫລັກໆ ກໍແມ່ນເລື້ອງກ່ຽວກັບຜົນປະໂຫຍດທີ່ຄວນຈະໄດ້ຮັບຈາກການເຮັດວຽກຫລືວ່າ ການຢຸດເຊົາວຽກ ໃນກົດໝາຍເຮົາກະໄດ້ກຳນົດໄວ້ແລ້ວວ່າ ໃນການຍົກເລີກສັນຍາ ຫລືການຢຸດເຊົາວຽກ ໃນກໍລະນີໃດທີ່ຄວນໄດ້ຮັບເງິນຊົດເຊຍ ໃນກໍລະນີໃດທີ່ບໍ່ໄດ້ ກະເຮັດໃຫ້ເກີດມີຂໍ້ຂັດແຍ້ງກັນໃນລັກສະນະນີ້ຫລາຍຫັ້ນແຫລະ.”

ທາງດ້ານ ທ່ານອຸເດດ ສຸວັນນະວົງ ປະທານສະພາອຸດສາຫະກຳແລະການຄ້າແຫ່ງຊາດ ຢືນຢັນວ່າ ການລະບາດຂອງໄວຣັສ Covid-19 ນອກຈາກຈະກະທົບຕໍ່ລາຍໄດ້ຂອງຫົວໜ່ວຍທຸລະກິດແລ້ວ ກໍຍັງສົ່ງຜົນກະທົບຢ່າງໜັກຕໍ່ແຮງງານທີ່ບໍ່ມມີຫລັກປະກັນດ້ານສະຫວັດດີການສັງຄົມ ເພາະວ່າມີແຮງງານພຽງ 96,000 ກວ່າຄົນຂອງກຳລັງແຮງງານຫລາຍກວ່າ 1ລ້ານ 2 ແສນຄົນ ທີ່ເປັນລູກຈ້າງຂອຫົວໜ່ວຍທຸລະກິດໃນທົ່ວປະເທດທີ່ດ້ຮັບການຄຸ້ມຄອງຕາມລະບົບປະກັນສັງຄົມ ສ່ວນທີ່ເຫລືອເກີນກວ່າ 1 ລ້ານຄົນ ກໍຄືແຮງງານທີ່ເຂົ້າບໍ່ເຖິງລະບົບປະກັນດ້ານສະຫວັດດີການສັງຄົມ ຊຶ່ງມີຄວາມສ່ຽງສູງທີ່ຈະຖືກເລີກຈ້າງ ແລະຈະຕ້ອງໄດ້ຮັບການຊ່ວຍເຫລືອຢ່າງຮືບດ່ວນທີ່ສຸດໃນປັດຈຸບັນ.

ທັງນີ້ ເຖິງແມ່ນວ່າ ລັດຖະບານລາວຈະໄດ້ອອກມາດຕະການຂໍຄວາມຮ່ວມມືຈາກທະນາຄານຂອງລັດ ແລະທະນາຄານເອກະຊົນ ເພື່ອຂໍໃຫ້ຜ່ອນຜັນຫລືໂຈະການຊຳລະໜີ້ເງິນກູ້ແລະດອກເບ້ຍໃຫ້ແກ່ບັນດາຫົວໜ່ວຍທຸລະກິດເປັນເວລາ 3-12 ເດືອນກໍຕາມ ແຕ່ໃນການປະຕິບັດຕົວຈິງນັ້ນ ກັບປາກົດມີການຕິດຕາມທວງໜີ້ແລະຍຶດເອົາຊັບສິນຂອງຫົວໜ່ວຍທຸລະກິດເກີດຂຶ້ນຢ່າງກວ້າງຂວາງໃນເວລານີ້ ຊຶ່ງໃນນີ້ກໍລວມເຖິງການຕິດຕາມທວງໜີ້ ແລະຍຶດເອົາຊັບສິນຂອງບັນດາລູກຈ້າງທີ່ຂາດລາຍໄດ້ເພາະການສັ່ງເປີດກິດຈະການຊົ່ວຄາວຂອງບັນດາຫົວໜ່ວຍທຸລະກິດດັ່ງກ່າວດ້ວຍ ເພາະສະນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກລັດຖະບານລາວໃນການຊຸກຍູ້ໃຫ້ບັນດາທະນາຄານລັດແລະເອກະຊົນປະຕິບັດມາດຕະການໂຈະການຊຳລະໜີ້ແລະດອກເບ້ຍຢ່າງຮີບດ່ວນ.

ສ່ວນສະພາອຸດສາຫະກຳແລະການຄ້າແຫ່ງຊາດລາວ ປະເມີນວ່າ ສະເພາະທຸລະກິດໃນພາກບໍລິການທ່ອງທ່ຽວຈະມີການເລີກຈ້າງພະນັກງານຫລາຍກວ່າ 8 ໝື່ນຄົນໃນກາງປີນີ້ ແລະສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ກໍຄາດວ່າພາກບໍລິການໃນລາວ ຈະສູນເສຍລາຍຮັບຫລາຍກວ່າ 350 ລ້ານໂດລາ ເພາະການປິດດ່ານຊາຍແດນໃນທົ່ວປະເທດ ເຮັດໃຫ້ບໍ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາໃນລາວ ນັບຈາກທ້າຍເດືອນມີນາ 2020 ເປັນຕົ້ນມາ ທັງຍັງຈະຕ້ອງສູນເສຍລາຍໄດ້ເພີ້ມຂຶ້ນອີກ ຖ້າຫາກວ່າ ລາວກັບນານາຊາດຍັງຕ້ອງປະເຊີນກັບການລະບາດຂອງໄວຣັສ Covid-19 ຕໍ່ໄປ ທາງດ້ານສະພາອຸດສາຫະກຳແລະການຄ້າຂອງສະຫະພາບຢູໂຣບ (EU) ປະຈຳລາວ ຄາດວ່າ ການລະບາດຂອງໄວຣັສ Covid-19 ຈະເຮັດໃຫ້ເກີດກວ່າ 70 ເປີເຊັນ ຂອງຫົວໜ່ວຍທຸລະກິດທັງໝົດໃນລາວ ຕ້ອງສູນເສຍລາຍໄດ້ຫລາຍກວ່າ 50 ເປີເຊັນ ຂອງລາຍໄດ້ທັງໝົດໃນປີ 2020 ຊຶ່ງຈະເຮັດໃຫ້ຫົວໜ່ວຍທຸລະກິດເຫລົ່ານີ້ ບໍ່ມີເງິນຊຳລະໜີ້ຄືນໃຫ້ທະນາຄານ ທັງຍັງຈະຕ້ອງມີການເລີກຈ້າງແຮງງານເພີ້ມຂຶ້ນອີກດ້ວຍ.

ປັດຈຸບັນ ລາວມີຫົວໜ່ວຍທຸລະກິດ 128,690 ກວ່າລາຍໃນທົ່ວປະເທດໂດຍ 97 ເປີເຊັນ ເປັນວິສາຫະກິດຂະໜາດນ້ອຍແລະຂະໜາດກາງ (SME) ຊຶ່ງມີມູນຄ່າທາງເສດຖະກິດເຖິງ 16 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ຂອງລາວແລະມີການຈ້າງງານຫລາຍກວ່າ 1 ລ້ານ 2 ແສນຄົນ ຄິດເປັນ 63 ເປີເຊັນ ຂອງການຈ້າງງານທັງໝົດແລະຖືເປັນກຸ່ມສ່ຽງທີ່ຈະຖືກເຊົາຈ້າງຫຼາຍທີ່ສຸດໃນລາວ.

XS
SM
MD
LG