ຈີນ ໄດ້ອະນຸຍາດໃຫ້ເອກອັກຄະລັດຖະທູດ ການາດາ ເຂົ້າພົບປະຊາຊົນ ການາດາ
ທີ່ຖືກຈັບ ຍ້ອນເຫດຜົນທີ່ຍັງບໍ່ກະຈ່າງແຈ້ງ ຄົນທີສອງ, ອີງຕາມການກ່າວ ຂອງກະ
ຊວງການຕ່າງປະເທດ ໃນນະຄອນຫຼວງ ອັອດຕາວາ.
ເອກອັກຄະລັດຖະທູດ ຈອນ ແມັກຄາລລຳ ໄດ້ລົມກັບຜູ້ບໍລິຫານທຸລະກິດ ການາດາ
ທ່ານ ໄມເຄິລ ສເປເວີ ໃນວັນອາທິດວານນີ້ ສອງວັນຫຼັງຈາກທ່ານໄດ້ພົບກັບນັກໂທດ
ການາດາ ອີກຄົນນຶ່ງ, ເຊິ່ງແມ່ນອະດີດນັກການທູດ ທ່ານ ໄມເຄິລ ໂຄວຣິກ.
ຖະແຫຼງການສະບັບນຶ່ງຂອງກະຊວງການຕ່າງປະເທດ ໄດ້ກ່າວໃນວັນອາທິດວານນີ້
ວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ໃຫ້ຊ່ວຍເຫຼືອທາງກົງສຸນສຳລັບທ່ານ ສເປເວີ
ແລະ ຈະພະຍາຍາມຕິດຕໍ່ກັບທ່ານຕໍ່ໄປ.
ຈີນ ໄດ້ຄວບຄຸມຕົວຜູ້ຊາຍທັງສອງຄົນນັ້ນ ຫຼັງຈາກຕຳຫຼວດ ການາດາ ໄດ້ຈັບຜູ້ບໍລິ
ຫານ ອາວຸໂສ ບໍລິສັດໂທລະຄົມ ຈີນ ທ່ານນາງ ເມັງ ຫວານຊູ ໃນຕົ້ນເດືອນນີ້ທີ່ເມືອງ
ແວນຄູເວີ ຕາມໝາຍສັ່ງຈັບຂອງ ສະຫະລັດ.
ທ່ານນາງ ເມັງ ໄດ້ຖືກປະກັນຕົວອອກມາ ໃນຂະນະທີ່ລໍຖ້າການສົ່ງຕົວມາ ສະຍັງຫະ
ລັດ ໃນຂໍ້ກ່າວຫາ ກ່ຽວກັບ ການລະເມີດມາດຕະການລົງໂທດ ຂອງສະຫະລັດ ຕໍ່
ອີຣ່ານ.
ການາດາ ໄດ້ປະຕິເສດວ່າ ການຈັບທ່ານນາງ ເມັງ ບໍ່ແມ່ນການເຄື່ອນໄຫວທາງການ
ເມືອງ. ເຂົາເຈົ້າໄດ້ເວົ້າວ່າ ມັນແມ່ນບັນຫາທາງດ້ານຕຸລາການຢ່າງສິ້ນເຊີງ ແລະ
ເປັນກໍລະນີຂອງການປະຕິບັດຕາມພັນທະ ໃນສົນທິສັນຍາຂອງ ການາດາ ທີ່ມີຕໍ່
ສະຫະລັດ.
ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ໄດ້ກ່າວໃນທ້າຍອາທິດແລ້ວນີ້ວ່າ
“ພວກເຮົາເຂົ້າໃຈທັງໝົດ ກ່ຽວກັບ ການລຸກຂຶ້ນຊ່ວຍເຫຼືອປະຊາຊົນຂອງພວກເຮົາ ຜູ້
ທີ່ຖືກຈັບກຸມ, ພະຍາຍາມທີ່ຈະຄິດວ່າເປັນຫຍັງ, ພະຍາຍາມທີ່ຈະເຮັດວຽກກັບ ຈີນ
ເພື່ອສະແດງໃຫ້ເຫັນວ່າ ເຫດການນີ້ ມັນເປັນທີ່ຮັບເອົາບໍ່ໄດ້.”
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ກໍໄດ້ເອີ້ນການຈັບ
ກຸມໃນປະເທດ ຈີນ ນັ້ນວ່າ ຍອມຮັບບໍ່ໄດ້.
ອຳນາດປົກຄອງ ອັອດຕາວາ ໄດ້ປະຕິເສດ ທີ່ຈະເວົ້າວ່າ ເປັນຫຍັງເຂົາເຈົ້າຈຶ່ງເຊື່ອ
ວ່າ ຄົນ ການາດາ ສອງຄົນຈຶ່ງຖືກຈັບ. ແຕ່ໜັງສືພິມລັດຖະບານ ເບຈິງ ນິວສ ໄດ້
ກ່າວວ່າ ທັງສອງຄົນນັ້ນ ຖືກສົງໄສວ່າ ເຮັດກິດຈະກຳທີ່ເປັນອັນຕະລາຍຕໍ່ຄວາມ
ປອດໄພແຫ່ງຊາດຂອງ ຈີນ.