ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ມີລາຍງານວ່າ ທະຫານ ຣັດເຊຍ ຍຶດເມືອງຊາຍແດນ ຂອງ ຢູເຄຣນ (ສະໄລດ໌/ວີດີໂອ)


ພວກດັບເພີງ ພະຍາຍາມມອດໄຟ ທີ່ເກີດຂຶ້ນ ຈາກການຍິງປືນ ໃຫຍ່ໂຈມຕີ ຂອງພວກຫົວຮຸນແຮງ ນິຍົມຣັດເຊຍ ໃນເມືອງ Novoazovsk ໃນເຂດ Donetsk (ວັນທີ 27 ສິງຫາ 2014)

ຢູ​ເຄຣນ ກ່າວ​ວ່າ ​ເມືອງ​ຊາຍ​ແດນ​ທີ່​ສຳຄັນ Novoazovsk ​ໃນ​
ພາກຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະເທດ ​ໄດ້​ຕົກ​ຢູພາຍ​ໃຕ້​ການ
​ຄວບ​ຄຸມ​ຂອງ​ທະຫານຣັດ​ເຊຍແລ້ວ.

ສະພາ​ຮັກສາ​ຄວາມ​ປອດ​ໄພ​ແລະ​ປ້ອງ​ກັນ​ປະເທດຂອງ​ຢູ​ເຄຣນ
ປະກາດ​ ຂ່າວນີ້​ໃຫ້​ຮູ້ໃນ​ວັນ​ພະຫັດ​ມື້​ນີ້ ​ໂດຍຜ່ານທາງ Twitter
​ແລະ​ກ່າວ​ຕື່ມ​ວ່າ ​ໝູ່​ບ້ານ​ຕ່າງໆ​ໃນ​ເຂດ​ອ້ອມ​ແອ້ມ ​ກໍ​ໄດ້​ຖືກ​ຍຶດ
​ເອົາ​ເຊັ່ນ​ກັນ.

ປະທານາທິບໍດີ Petro Poroshenko ​ແຫ່ງ​ຢູ​ເຄຣນ​ໄດ້​ລົບ​ລ້າງ​
ແຜນ ການ​ໄປ​ຢ້ຽມຢາມ​ເທີ​ກີ​ຂອງ​ທ່ານ​ແລະ​ຮຽກ​ໃຫ້ເປີດກອງປະ
ຊຸມ​ສະພາຮັກສາ​ຄວາມ​ປອດ​ໄພ​ແລະ​ປ້ອງ​ກັນປະເທດ ​ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ຫາ ລືກັນກ່ຽວ​ກັບ​ສະຖານະ​ການ​ດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່ຢູ​ເຄຣນ ​ແລະ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ ​ທີ່​ວ່າ ຣັດ​ເຊຍ​
ກຳລັງ​ເຂົ້າ​ແຊກ​ແຊງ​ໂດຍ​ກົງ​ໃນ​ວິ​ກິດ​ການ​ທີ່​ເກີດ​ຂຶ້ນ​ຢູ່ ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ
​ເຄຣນຊຶ່ງ​ເປັນ​ຂໍ້​ກ່າວ​ຫາ​ທີ່​ມົສກູ ປະຕິ​ເສດ​ຊ້ຳ​ແລ້ວ​ຊ້ຳ​ອີກ​ນັ້ນ.

ອົງການ​ເພື່ອ​ຄວາມ​ປອດ​ໄພ ​ແລະ​ການ​ຮ່ວມ​ໄມ້​ຮ່ວມ​ມື​ໃນ​ຢູ​ໂຣບ ຫລື OSCE ກຳນົດ
ຈະຈັດການ​ພົບ​ປະ​ນັດພິ​ເສດ​ຂຶ້ນ​ໃນ​ວັນ​ພະຫັດ​ມື້​ນີ້ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ຢູ​ເຄຣນນັ້ນ.

Ukraine Accuses Russia of Territorial Incursions
please wait

No media source currently available

0:00 0:03:14 0:00

ຄະນະ​ຜູ້ຕາງໜ້າ​ຂອງ​ສະຫະລັດ​ປະຈຳ​ອົງ OSCE ກ່າວ​ຢູ່​ໃນ Twitter ວ່າ “ ການລະ​ເມີດຂອງຣັດ​ເຊຍ” ​ໃນ​ຢູ​ເຄຣນຈະ​ເປັນ​ຫົວ​ຂໍ້​ສຳຄັນ​ທີ່​ສຸດ ​ໃນ​ລາຍການ​ປະຊຸມ​ກັນ​ທີ່​ນະຄອນວຽນ​ນາ ​ໃນ​ມື້​ນີ້.

ປະທານາທິບໍດີ Francois Hollande ​ແຫ່ງ​ຝຣັ່ງ ກ່າວ​ໃນ​ວັນ​ພະຫັດ​ມື້ນີ້ວ່າ ມັນ​ຈະ​ເປັນ “ສິ່ງ​ທີ່​ໂຍະຍານ​ ​ແລະ​ຮັບ​ເອົາບໍ່​ໄດ້” ຖ້າ​ເປັນຄວາມ​ຈິງ ວ່າ​ພວກ​ທະຫານຣັດ​ເຊຍ ​ເຂົ້າ​ໄປ​ຢູ່​ໃນ​ດິນ​ແດນ​ຂອງ​ຢູ​ເຄຣນ ນັ້ນ.

​ໃນວັນ​ພຸດ​ວານ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດກ່າວ​ວ່າ ຣັດ​ເຊຍ​ໄດ້​ສົ່ງ​ອຸບປະກອນ ​ທະຫານ​ຫຼາຍ​ຂຶ້ນ​ເຂົ້າ​ໄປ​ໃນ​ພາກ​ຕາ​ເວັນ​ອອກຂອງ​ຢູ​ເຄຣນ “​ໂດຍ​ຊີ້​ໃຫ້​ເຫັນ​ວ່າ ​ການ​ບຸກ​ໂຈມ​ຕີ​ຕອບໂຕ້ຄືນ​ຂອງຣັດ​ເຊຍ​ໂດຍ​ກົງ ເບິ່ງ​ຄື​ວ່າ ກຳລັງ​ດຳ​ເນີນ​ໄປ” ຢູ່​ໃກ້ໆ​ກັບ​ສອງ​ຫົວ​ເມືອງ​ຫົວເມືອງ​ຊາຍ​ແດນ​ທີ່​ສຳຄັນ ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ກະບົດນັ້ນ.

ukraine28august14
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG