ການສິ້ງຊອມເບິ່ງການເລືອກຕັ້ງ ພົບເຫັນໃນວັນຈັນວານນີ້ວ່າ ເຖິງແມ່ນພວກລົງຄະແນນສຽງ ໄດ້ມີການເລືອກຕັ້ງປະທານາທິບໍດີ ຢ່າງແທ້ຈິງ ໃນເທີກີ ຊຶ່ງເຮັດໃຫ້ ປະທານາທິບໍດີຣີເຊັບ ໄຕຢິບ ເອີດວນ ທີ່ກຳຢູ່ໃນອຳນາດຄົນປັດຈຸບັນ ໄດ້ຮັບໄຊຊະນະຢ່າງເດັດຂາດ, ແຕ່ເງື່ອນໄຂໃນການໂຄສະນາຫາສຽງ ແມ່ນບໍ່ທໍ່ກັນ.
ອົງການເພື່ອຄວາມປອດໄພແລະການຮ່ວມມື ໃນຢູໂຣບ ຫຼື OSCE ໄດ້ລະບຸໃນຖະແຫຼງການສະບັບນຶ່ງ ໃນວັນຈັນວານນີ້ວ່າ ປະທານາທິບໍດີທີ່ຢູ່ໃນອຳນາດຄົນປັດຈຸບັນ ແມ່ນ “ໄດ້ປຽບຫຼາຍເກີນໄປ,” ທີ່ຮວມທັງ ການອອກຂ່າວ ຈາກທາງສື່ມວນຊົນຂອງລັດຖະບານ ແລະຂອງເອກກະຊົນນຳດ້ວຍ.
ໃນຖະແຫຼງການຮ່ວມ ທີ່ນຳອອກເຜີຍແຜ່ໃນເວລາຕໍ່ມາ ຫົວໜ້ານັກການທູດຂອງສະຫະ
ພາບຍຢູໂຣບ ທ່ານນາງເຟເດີຣິກາ ໂມເກຣີນີ ແລະກຳມາທິການໃຫຍ່ ໂຈຮານເນັສ ຮານ ໄດ້ກ່າວອ້າງເຖິງຜົນການສຳຫຼວດຂອງກຳມາທິການ ຊຶ່ງໄດ້ປະຕິເສດຕໍ່ການກ່າວຊົມເຊີຍ ປະທານາທິບໍດີ ເທີກີ ໂດຍບໍ່ໄດ້ກ່າວເຖິງຊື່ຂອງທ່ານ.
ຖະແຫຼງການກ່າວວ່າ “ການເລືອກຕັ້ງ ໄດ້ພາໃຫ້ມີການບັງຄັບໃຊ້ ລະບົບປະທານາ
ທິບໍດີໃໝ່ ຊຶ່ງຍິ່ງເຮັດໃຫ້ມັນມີຜົນທີ່ສະຫຼັບສັບຊ້ອນ ຕໍ່ປະຊາທິປະໄຕໃນເທີກີ ດັ່ງທີ່ໄດ້ຕັ້ງຄຳຖາມໂດຍກຳມາທິການເວນິສ ກ່ຽວກັບການກວດສອບ ແລະຄວາມ
ກ້ຳເກິ່ງນັ້ນ.”
“ໂດຍທົ່ວໄປແລ້ວ, ເທີກີ ແມ່ນໄດ້ຮັບຜົນປະໂຫຍດ ຈາກການແກ້ໄຂແບບສຸກເສີນ
ຕໍ່ຂໍ້ຂາດຕົກບົກຜ່ອງທີ່ສຳຄັນ ກ່ຽວກັບການປົກຄອງດ້ວຍຕົວບົດກົດໝາຍ ແລະສິດ
ທິຂັ້ນພື້ນຖານນັ້ນ.”
ໃນຂະນະທີ່ກະຊວງການຕ່າງປະເທດຂອງສະຫະລັດ ບໍ່ໄດ້ເຂົ້າຮ່ວມໃນມູມມອງແບບ
ຕຳໜິນີ້ ໃນຖະແຫຼງການສະບັບນຶ່ງ ທີ່ໄດ້ນຳອອກເຜີຍແຜ່ ໃນວັນຈັນວານນີ້, ທາງກະຊວງ
ການຕ່າງປະເທດໄດ້ຊຸກຍູ້ “ໃຫ້ຜູ້ຕາງໜ້າຂອງເທີກີທັງໝົດ ທີ່ຮວມທັງປະທາ ນາທິບໍດີ
ເອີດວນ ໃຫ້ເປັນຜູ້ຕາງໜ້າຂອງມູມມອງທີ່ແຕກຕ່າງກັນທັງໝົດ ຂອງປະຊາ ຊົນຊາວ
ເທີກີ ແລະເຮັດໃຫ້ປະຊາທິປະໄຕໃນເທີກີ ເຂັ້ມແຂງຂຶ້ນ.”
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ