ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສະແດງຮູບເງົາ ທີ່ໄດ້ຮັບລາງວັນ Oscar ທ່ານ Martin Landau ໄດ້ເສຍຊີວິດແລ້ວ


ນັກສະແດງ ທ່ານ Martin Landau ໄປຮອດງານເປີດໂຕ ຂອງປະເທດຢູໂຣບ ຮູບເງົາ "Frankenweenie" ຢູ່ທີ່ ໂຮງ
ຮູບເງົາ the Odeon Leicester Squareໃນໃຈກາງ
ນະຄອນຫຼວງ ລອນດອນ, ວັນທີ 10 ຕຸລາ 2012.
ນັກສະແດງ ທ່ານ Martin Landau ໄປຮອດງານເປີດໂຕ ຂອງປະເທດຢູໂຣບ ຮູບເງົາ "Frankenweenie" ຢູ່ທີ່ ໂຮງ ຮູບເງົາ the Odeon Leicester Squareໃນໃຈກາງ ນະຄອນຫຼວງ ລອນດອນ, ວັນທີ 10 ຕຸລາ 2012.

ນັກສະແດງ ຊາວອາເມຣິກັນ ທ່ານ Martin Landau ຜູ້ທີ່ໄດ້ຊະນະລາງວັນ Oscar
ໃນການຫລິ້ນບົດບາດ ເປັນຄົນເຄືອງແຄ້ນ ໃນຮູບເງົາສະຫຍອງຂວັນ ທີ່ເປັນສັນຍາລັກ
ຂອງທ່ານ Bela Lugosi ໃນເລື່ອງທີ່ກຳກັບໂດຍທ່ານ Ed Wood ເມື່ອປີ 1994 ນັ້ນ
ໄດ້ເສຍຊີວິດ ຢູ່ທີ່ຄຸ້ມ Hollywood ຂອງເມືອງ Los Angeles ລັດ California.

ຜູ້ຈັດການຂອງທ່ານແລນດາວ ກ່າວວ່າ ນັກສະແດງທ່ານນີ້ ໄດ້ເສຍຊີວິດ ໃນວັນເສົາ
ມື້ກ່ອນນີ້ ຍ້ອນຜົນມາຈາກໂຣກແຊກຊ້ອນ ຂອງການເຈັບປ່ວຍ ທີ່ຍັງບໍ່ໄດ້ຖືກລະບຸ.
ທ່ານມີອາຍຸ ຄົບ 89 ປີ.

ທ່ານແລນດາວ ເຄີຍເປັນນັກແຕ້ມກາຕູນ ແລະ ເປັນນັກສະແດງຕະຫລົກ ທີ່ໄດ້ຫັນ
ປ່ຽນມາເປັນນັກສະແດງໜັງ ໃນຕົ້ນຊຸມປີ 1950.

ທ່ານໄດ້ກາຍເປັນດາຣາ ສະແດງເປັນນັກຊ່ຽວຊານໃນການປອມໂຕ ຢູ່ໃນເລື່ອງ
ສາຍລັບ ຂອງໂທລະພາບ ທີ່ມີຊື່ວ່າ Mission: Impossible ໃນຊຸມປີ 1960.

ເລື່ອງດັ່ງກ່າວນີ້ ໄດ້ນຳໄປສູ່ການສະແດງໃນຮູບເງົາ ແລະ ບົດບາດຕ່າງໆ ໃນ
ໂທລະພາບ ຫຼາຍຂຶ້ນ ໂດຍປະກອບມີ ການສະແດງເປັນດາຣາໜັງ ບົດບາດ ທ່ານ
Bela Lugosi ທີ່ກຳລັງແກ່ສະລາລົງ ໃນເລື່ອງຮູບເງົາຊີວະປະຫວັດ ຂອງຜູ້ກຳກັບ
Ed Wood ທີ່ເປັນເຄົາລົບຂອງຄົນທົ່ວໄປ.

ບົດບາດການສະແດງ ເປັນຄົນໃຈຮ້າຍຂອງທ່ານແລນດາວ ກັບ ທ່ານ Lugosi ຜູ້ຕິດ
ຢາທີ່ສັບສົນ ຊຶ່ງທັງສອງແມ່ນຕະຫລົກ ແລະ ໂສກເສົ້າ ແລະເຮັດໃຫ້ທ່ານແລນດາວ
ໄດ້ຮັບ ລາງວັນ Academy ໃນຖານະເປັນນັກສະແດງປະກອບ ທີ່ດີເດັ່ນ. ທ່ານ
ແລນດາວ ໄດ້ຖືກສະເໜີຊື່ ແຂ່ງຂັນເອົາ ລາງວັນ Oscar ໃນສອງຄັ້ງ ສຳລັບເລື່ອງ
Tucker: ກ່ຽວກັບຊາຍຄົນນຶ່ງ ແລະ ຄວາມໄຝ່ຝັນຂອງລາວ ກັບ ອາຊະຍາກຳ ແລະ ຄະດີລະຫຸໂທດ.

Martin Landau Obituary
please wait

No media source currently available

0:00 0:00:59 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG