ປະທານສະຖາບັນສ້າງຮູບເງົາ ສີນລະປະແລະວິທະຍາສາດ ຊຶ່ງເປັນສະຖາບັນມອບລາງວັນຕຸກກະຕາຄຳອອສກ້າ ກຳລັງຖືກສຶບສວນ ໃນຂໍ້ກ່າວຫາລວນລາມທາງເພດ.
ມີລາຍງານວ່າ ສະຖາບັນດັ່ງກ່າວ ໄດ້ຮັບການຮ້ອງທຸກ 3 ຄັ້ງຕໍ່ທ່ານ ຈອນ ເບລີ ໃນ
ວັນພຸດທີ່ຜ່່ານມານີ້.
ສະຖາບັນໄດ້ອອກຖະແຫຼງການສະບັບນຶ່ງໃນວັນສຸກວານນີ້ກ່າວວ່າ ຕົນ “ຖືວ່າ ການ
ກ່າວຫາໃດໆກໍຕາມ ແມ່ນເປັນເລື່ອງລັບ ເພື່ອປ້ອງກັນທຸກພັກຝ່າຍ.” ຖະແຫລງການ
ກ່າວວ່າ ຈະບໍ່ມີການໃຫ້ຄວາມເຫັນໃດໆຕື່ມອີກ “ຈົນກວ່າວ່າ ການທົບທວນໂດຍເຕັມ
ເປັນທີ່ເສັດສິ້ນລົງ.”
ທ່ານເບລີ ອາຍຸ 75 ປີ ໄດ້ເຂົ້າຮັບໜ້າທີ່ ເປັນປະທານສະຖາບັນ ໃນເດືອນສິງ ຫາ.
ທ່ານເປັນຜູ້ກຳກັບຮູບເງົາ ທີ່ມີປະສົບພະການສູງ ຮວມທັງເລື່ອງ ເດິ ບິກ ຈຽວ “The
Big Chill” ແລະ ກຣາວຮັອກເດ “Ground Hog Day.”
ສະຖາບັນ ແລະອຸດສາຫະກຳຮູບເງົາ ໄດ້ເກີດຄວາມສັ່ນສະເທືອນຫວ່າງມໍ່ໆມານີ້ ເມື່ອ
ມີການເປີດເຜີຍ ໃນອັນທີ່ປາກົດວ່າ ເປັນການລວນລາມທາງເພດທີ່ມີຢູ່ຢ່າງແຜ່ກວ້າງ
ໃນອຸດສາຫະກຳດັ່ງກ່າວ. ຂະບວນການຂ້ອຍຄືກັນຫຼື #MeToo ແລະເວລາແລ້ວຫຼື
Time’s Up ໄດ້ຮັບຄວາມສົນໃຈ ຢູ່ໃນທົ່ວໂລກ ກ່ຽວກັບເລື່ອງນີ້.
ຜູ້ສ້າງຮູບເງົາທີ່ມີອິດທິພົນ ທ່ານຮາເວ ວາຍສະຕາຍ ໄດ້ຖືກປົດອອກຈາກສະຖາບັນ
ດັ່ງກ່າວ ຫຼັງຈາກສື່ມວນຊົນໄດ້ລາຍງານເຖິງລາຍລະອຽດກ່ຽວກັບການ ປະພຶດໃນ
ທາງເພດ ທີ່ບໍ່ເໝາະສົມຂອງທ່ານກັບບັນດານັກສະແດງແມ່ຍິງແລະສະມາຊິກພະນັກ
ງານແມ່ຍິງ.
ໃນເດືອນທັນວາປີກາຍນີ້ ທາງສະຖາບັນໄດ້ຮັບເອົາກົດການປະຕິບັດຕໍ່ບັນດາສະມາ
ຊິກຂອງຕົນ.