ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Roxas ​ຍອມຮັບ ຜົນການເລືອກຕັ້ງ ປະທານາທິບໍດີ ຟິລິບປີນ


Philippines Election
please wait
Embed

No media source currently available

0:00 0:01:19 0:00

ຜົນການເລືອກຕັ້ງ ປະທານາທິບໍດີຟິລິບປີນ

ທ່ານ Rodrigo Duterte ຜູ້​ຊຶ່ງເວົ້າຈາໂອຫັງ ​ໃນ​ການ​ໂຄສະນາ​ຫາ​ສຽງທີ່ເຮັດ​ໃຫ້​ທ່ານທັງ​ໄດ້​ຮັບຍົກຍ້ອງ​ແລະ​ຕຳ​ນິຕິ​ຕຽນ​ນັ້ນ ​ແມ່ນເບິ່ງ​ຊົງວ່າ ​ຈະໄ​ດ້​ເປັນ​ຜູ້​ຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຂອງ​ປະ​ເທດ.

ການ​ນັບ​ຄະ​ແນນ​ສຽງ​ຢ່າງ​ບໍ່​ເປັນ​ທາງ​ການ ​ໂດຍກຸ່ມ​ສັງ​ເກດ​ການ​ຂອງ​ສາສະໜາໂຣມັນ ກາ​ໂຕ​ລິກ ຊຶ່ງເປັນ​ກຸ່ມທີ່​ໜ້າ​ເຊື່ອ​ຖື​ໄດ້ ຈາກ​ທາງ​ລັດຖະບານ ​ສະ​ແດງ​ໃຫ້​ເ​ຫັນ​ວ່າ ເຈົ້າຄອງ ນະຄອນ Davao ທາງ​ພາກ​ໃຕ້​ຂອງ​ປະ​ເທດໄວ 71 ປີ ທ່ານ​ນີ້ ​ໄດ້ມີ​ຄະ​ແນນ​ນຳ​ໜ້າຢ່າງ​ຫຼວງຫຼາຍ ລື່ນຄູ່​ແຂ່ງທີ່​ມີ​ຄະ​ແນນ​ໃກ້​ຄຽງ​ທ່ານ ກໍຄືອະດີດ​ລັດຖະມົນຕີ​ພາຍ​ໃນທ່ານ Mar Roxas ​ແລະສະມາຊິກ​ສະພາ​ສູງ ທ່ານ​ນາງ Grace Poe. ຈາກ​ຄະ​ແນນສຽງທີ່​ນັບ​ໄປ​ແລ້ວ​ຫຼາຍ​ກວ່າ 90 ​ເປີ​ເຊັນ​ນັ້ນ ​ທາງ​ຄະນະ​ກຳມະການ​ເລືອກ​ຕັ້ງ Parish Pastoral Council ​ທີ່​ຮັບຜິດຊອບ​ ກ່ຽວ​ກັບການ​ປ່ອນ​ບັດ ໄດ້ເປີດ​ເຜີຍ​ວ່າ ທ່ານ Duterte ໄດ້​ຮັບ​ຄະ​ແນນ​ເກືອບ 39 ​ເປີ​ເຊັນ​ ໃນ​ຂະນະ​ທີ່​ທ່ານ Roxas ​ໄດ້​ຮັບ​ແຕ່​ພຽງ​ 23 ​ເປີ​ເຊັນ ​ແລະ​ທ່ານ​ນາງ Poe ​ແມ່ນເປັນ​ທີ 3 ​ໂດຍ​ໄດ້​ຮັບ​ແຕ່ພຽງ​ 22 ​ເປີ​ເຊັນ​ເທົ່າ​ນັ້ນ.

ຜູ້ສະໝັກເປັນປະທານາທິບໍດີ ທ່ານ Rodrigo "Digong" Duterte ກ່າວຕໍ່ສື່ ກ່ອນທີ່ຈະບ່ອນບັດເລືອກຕັ້ງ ໃນມັດທະຍົມປາຍ Daniel Aguinaldo ແຫ່ງຊາດ ທີ່ເມືອງ Davao ທາງພາກໃຕ້ຂອງຟິລິບປີນ, 9 ພຶດສະພາ, 2016.
ຜູ້ສະໝັກເປັນປະທານາທິບໍດີ ທ່ານ Rodrigo "Digong" Duterte ກ່າວຕໍ່ສື່ ກ່ອນທີ່ຈະບ່ອນບັດເລືອກຕັ້ງ ໃນມັດທະຍົມປາຍ Daniel Aguinaldo ແຫ່ງຊາດ ທີ່ເມືອງ Davao ທາງພາກໃຕ້ຂອງຟິລິບປີນ, 9 ພຶດສະພາ, 2016.

ທ່ານ Roxas ແມ່ນ​ໄດ້​ຍອມຮັບ​ຢ່າງ​ເປັນ​ທາງ​ການ ​ໃນຕອນ​ບ່າຍວັນ​ອັງຄານ​ມື້​ນີ້ ໂດຍ​ກ່າວ​ຕໍ່ກອງ​ປະຊຸມ​ຖະ​ແຫຼ​ງຂ່າວວ່າ “Digon​g, ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ທ່ານ​ໄດ້​ປະສົບ​ຜົນສຳ​ເລັດ, ຊຶ່ງ​ທ່ານ​ໄດ້​ເອີ້ນ​ຊື່​ຫຼິ້ນ​ຂອງ​ທ່ານ Duterte.”

ທ່ານ​ນາງ Poe ກໍ​ໄດ້​ຍອມຮັບ ​ໃນ​ເວລາ​ອີກ​ບໍ່​ດົນກ່ອນ​ໜ້ານັ້ນ ຫຼັງ​ຈາກ​ທ່ຽງ​ຄືນ​ວັນ​ຈັນ​ວານ​ນີ້ ​ໂດຍ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວໃນກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ວ່າ ທ່ານ​ນາງ​ຈະນັບຖື​ຜົນ​ຂອງ​ການ​ເລືອກ​ຕັ້ງ​ແລະ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ທ່ານ Duterte.

​ໃນ​ການ​ແຂງ​ຂັນເອົາ​ຕຳ​ແໜ່​ງຮອງ​ປະທານ​າທິບໍດີນັ້ນ ສະມາຊິກ​ສະພາ​ແມ່​ຍິງ ທ່ານ​ນາງ Leni Robredo ​ແມ່ນ​ມີ​ຄະ​ແນນ​ນຳ​ໜ້າ​ຢ່າງ​ຫວຸດ​ຫວິດ ກາຍ​ທ່ານ Ferdinand “Bong- bong” Marcos Jr. ລູກ​ຊາຍ​ຂອງ​ມື້​ລາງຈອມ​ຜະ​ເດັດ​ການຟິລິບ​ປີນ.

ເປັນ​ທີ່ຄາດ​ກັນ​ວ່າ ລັດຖະບານຂອງຟິລິບ​ປີນ ຈະ​ເປັ​ດ​ເຜີຍ​ຜົນ​ການ​ເລືອກ​ຕັ້ງ​ຂັ້ນ ​ສຸດ​ທ້າຍ ​ໃນ​ແລງ​ວັນ​ອັງຄານ​ມື້​ນີ້.
ກະລຸນາອ່ານຂ່າວນີ້ເພີ້ມຕື່ມ ເປັນພາສາອັງກິດ

XS
SM
MD
LG