ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຄິດເຫັນ ຂອງນັກທຸລະກິດ ອັງກິດເຊື້ອສາຍລາວ ຕໍ່ແຜນເປີດປະເທດຄືນ ຫລັງຈາກສະພາບການ ຂອງໂຄວິດ-19


ຮູບພາບປະກອບ-ການກວດກາສິນຄ້າ ຢູ່ໃນຮ້າຍຄ້າແຫ່ງນຶ່ງຂອງ ສປປ ລາວ.
ຮູບພາບປະກອບ-ການກວດກາສິນຄ້າ ຢູ່ໃນຮ້າຍຄ້າແຫ່ງນຶ່ງຂອງ ສປປ ລາວ.

ຕໍ່ກັບສະຖານະການທີ່ຍັງມີການແຜ່ລະບາດຢ່າງຕໍ່ເນື່ອງຂອງພະຍາດໂຄວິດ-19, ແຕ່ທາງການລາວກໍມີນະໂຍບາຍທີ່ຈະເປີດປະເທດ ຫລັງຈາກທີ່ມີການປະກາດປິດປະເທດມາເປັນເວລາດົນ, ນັກທຸລະກິດທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກນາມ ເຊິ່ງເປັນນັກທຸລະກິດລາວທີ່ດໍາລົງຊີວິດຢູ່ໃນປະເທດອັງກິດ ມາດໍາເນີນທຸລະກິດຢູ່ລາວ ແລ້ວກໍຕ້ອງພົບກັບບັນຫາທີ່ມີການປິດປະເທດ ໄດ້ກ່າວຕໍ່ VOA ເຖິງຜົນກະທົບຈາກສະຖານະການນີ້ ໃຫ້ຟັງວ່າ: ຄວາມຈິງແລ້ວມັນກໍມີທັງຄົນທີ່ເຫັນດີ ແລະບໍ່ເຫັນດີ, ແຕ່ຜູ້ທີ່ເຫັນດີນໍານັ້ນມີຫລາຍກວ່າ ເນື່ອງຈາກວ່າທຸກໆຄົນຕ້ອງໄດ້ທໍາມາຫາກິນ ການແລກປ່ຽນຄ້າຂາຍ, ຈາກນັ້ນ ຄົນກໍຈະມີວຽກເຮັດງານທໍາ. ເລື້ອງໂຄວິດນັ້ນ ເຮົາກໍຄົງຕ້ອງໄດ້ປັບໂຕ ແລະດໍາລົງຊີວິດຢູ່ກັບມັນໄປໃຫ້ໄດ້ ບໍ່ວ່າເພິ່ນຈະປິດ ຫລືເປີດປະເທດກໍຕາມ ມັນກໍຈະຍັງມີຢູ່ຄືເກົ່າ, ເຊິ່ງທ່ານໄດ້ກ່າວໃຫ້ຟັງບາງຕອນດັ່ງນີ້:

“ຖ້າເພິ່ນເປີດ ມັນກໍຊິເຮັດໃຫ້ການຢູ່ການກິນຂອງເຮົານັ້ນມັນງ່າຍຂຶ້ນ, ການນໍາເຂົ້າເຄື່ອງຈອກ ເຄື່ອງຈັກກໍງ່າຍ, ການນໍາຄົນມາເຮັດວຽກກໍງ່າຍ ທຸລະກິດເຮົາມັນກໍຊິໃຫຍ່ຂຶ້ນ, ການສັ່ງສິນຄ້າມັນກໍຊິຫລາຍຂຶ້ນ ເພາະວ່າເຂົາຊິມາເບິ່ງຂຶ້ນຫລາຍນໍາ ນັກທຸລະກິດແຕ່ລະບ່ອນຫັ້ນນະ. ເພາະວ່າເຮັດທຸລະກິດມັນອາໄສແຕ່ລູກຄ້າເກົ່າບໍ່ໄດ້ເດ ທຸລະກິດເຈົ້າມັນຕ້ອງເດີນໜ້າຕະຫລອດ ລາຍຮັບເຈົ້າມັນຕ້ອງພຸ້ງຕະຫລອດ, ເຈົ້າຕ້ອງຊອກຫາລູກຄ້າໃໝ່ໆ ຖ້າລູກຄ້າເຈົ້າເຂົ້າມາເບິ່ງບໍ່ໄດ້ຈັງຊີ້ ເຈົ້າກໍກິນນໍາແຕ່ລູກຄ້າເກົ່າ, ຖ້າລູກຄ້າເກົ່າເຈົ້າມີບັນຫານໍາກັນແລ້ວເຈົ້າກໍເຈັ້ງ.”

ປະເທດລາວ ໄດ້ມີມະຕິຕົກລົງຢ່າງເປັນທາງການໃນການປິດປະເທດເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ມາແຕ່ເດືອນ ເມສາ 2021, ແລະກໍຂະຫຍາຍເວລາອອກມາເລື້ອຍໆ. ຢ່າງໃດກໍຕາມ ສປປ ລາວ ຄາດການໄວ້ວ່າຈະມີພິທີເປີດການນໍາໃຊ້ລົດໄຟຄວາມໄວສູງ ລາວ-ຈີນ ເປັນຄັ້ງທໍາອິດໃນເດືອນທັນວາທີ່ຈະມາເຖິງນີ້, ເຊິ່ງຈະກົງກັບ ວັນທີ 2 ອັນເປັນວັນຊາດຂອງ ສປປ ລາວ ຄົບຮອບ 46 ປີ, ແລະນັ້ນ ອາດຈະເປັນສ່ວນນຶ່ງຂອງແຮງຜັກດັນໃນການເປີດປະເທດຄືນນັ້ນເອງ.

XS
SM
MD
LG