ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງ​ການ​ໂອ​ເປັກ ຈະ​ຕັດ​ການ​ຜະ​ລິດ​ນ້ຳ​ມັນລົງເພື່ອ​ເພີ້ມ​ລາຍ​ໄດ້ ໃຫ້​ຣັດ​ເຊຍ ແລະ​ຕຳ​ໜິທ່ານ​ໄບ​ເດັນ


​ພວກ​ຄົນ​ງານ​ຢືນ​ຢູ່​ທີ່​ບໍ່​ນ້ຳ​ມັນ​ຄູ​ເຣ (Khurais) ໃນ​ປະ​ເທດ​ຊາ​ອຸ​ດີ ອາ​ຣາ​ເບຍ ເມື່ອ​ວັນ​ທີ 20 ກັນ​ຍາ 2019. ອົງ​ການ OPEC ບວກ​ພັນ​ທະ​ມິດ ໃນ​ວັນ​ທີ 5 ຕຸ​ລານີ້ ປະ​ກາດ​ວ່າ ຈະ​ຕັດ​ການ​ຜ​ະ​ລິດ​ນ້ຳ​ມັນ​ລົງ 2 ລ້ານ​ຖັງ​ຕໍ່​ມື້.
​ພວກ​ຄົນ​ງານ​ຢືນ​ຢູ່​ທີ່​ບໍ່​ນ້ຳ​ມັນ​ຄູ​ເຣ (Khurais) ໃນ​ປະ​ເທດ​ຊາ​ອຸ​ດີ ອາ​ຣາ​ເບຍ ເມື່ອ​ວັນ​ທີ 20 ກັນ​ຍາ 2019. ອົງ​ການ OPEC ບວກ​ພັນ​ທະ​ມິດ ໃນ​ວັນ​ທີ 5 ຕຸ​ລານີ້ ປະ​ກາດ​ວ່າ ຈະ​ຕັດ​ການ​ຜ​ະ​ລິດ​ນ້ຳ​ມັນ​ລົງ 2 ລ້ານ​ຖັງ​ຕໍ່​ມື້.

ອົງ​ການ​ປະ​ເທດ​ສົ່ງ​ອອກ​ນ້ຳ​ມັນ ຫຼື OPEC ພ້ອມ​ກັບ​ປະ​ເທດ​ຣັດ​ເຊຍ​ແລະ​ຜູ້​ຜະ​ລິດ​ອື່ນໆ ໄດ້​ປະ​ກາດ​ໃນ​ວັນ​ພຸດ​ວານນີ້​ວ່າ ຕົນ​ຈະ​ຕັດ​ການ​ຜະ​ລິດ​ນ້ຳ​ມັນ​ລົງ 2 ລ້ານ​ຖັງ​ຕໍ່​ມື້ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ອາດ​ຈະ​ຊ່ວຍ​ມົ​ສ​ກູ ໃນ​ການ​ໃຊ້​ຈ່າຍ​ສຳ​ລັບ​ການ​ເຮັດ​ສົງ​ຄາມ​ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ປະ​ເທດ​ຢູ​ເຄ​ຣນ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ໂອ​ກາດ ທີ່ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ​ຈະ​ຫຼຸດ​ລາ​ຄ​າ​ນ້ຳ​ມັນ​ລົງ​ຕື່ມ​ສຳ​ລັບ​ພວກ​ຊາວ​ອາ​ເມ​ຣິ​ກັນ​ທີ່ມີ​ລົດ​ໃຊ້​.

ການ​ຕັດ​ການ​ຜະ​ລິດ​ລົງ​ດັ່ງ​ກ່າວ ​ແມ່ນ​ເບິ່ງ​ກັນ​ວ່າເປັນ​ການ​ຕ້ອງ​ຕິ​ຕໍ່​ທ່ານ​ໄບ​ເດັນ ທີ່​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ ຊຶ່ງ​ໃນ​ເວ​ລາ​ນີ້​ແມ່ນ​ກາຍ​ເປັນ​ວ່າ ​ເປັນ​ຄວາມ​ພະ​ຍາ​ຍາມ​ທີ່​ບໍ່​ມີ​ປະ​ໂຫຍດ​ຫຍັງ ເພື່ອຊັກ​ຊວນ​ໃຫ້​ປະ​ເທດ​ທີ່​ຜະ​ລິດ​ນ້ຳ​ມັນ​ໃຫຍ່​ເປັນ​ອັນ​ດັບ 2 ຂອງ​ໂລກ ຮອງ​ຈາກ​ສະ​ຫະ​ລັດ ບໍ່​ໃຫ້​ຕັດ​ການ​ຜະ​ລິດ​ນ້ຳ​ມັນ​ລົງ.

ເຈົ້າ​ໜ້າ​ທີ່​ຂອງ​ທຳ​ນຽບ​ຂາວ​ໄດ້​ກ່າວ​ໂຈມ​ຕີ​ການ​ຕັດ​ສິນ​ໃຈ​ຢູ່​ວຽນ​ນາຂອງ 23 ປະ​ເທດທີ່​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ OPEC ບວກ​ພັນ​ທະ​ມິດ ​ຊຶ່ງ​ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ອາດ​ຈະ​ພາ​ໃຫ້​ເກີດ​ຄວາມ​ສ່ຽງ​ຕື່ມ​ຂຶ້ນ ທີ່​ຈະ​ເຮັດ​ໃຫ້​ໂລກ​ກ້າວ​ເຂົ້າ​ສູ່​ສະ​ພາບ​ເສດ​ຖະ​ກິດ​ຕົກ​ຕ່ຳ ໃນ​ໄລ​ຍະ​ສອງ​ສາມ​ເດືອນ​ຕໍ່​ໜ້ານີ້. ລາ​ຄາ​ນ້ຳ​ມັນ​ດິບ​ໄດ້​ຫຼຸດ​ລົງ​ມາ​ໄດ້​ຫຼາຍ​ເດືອນ​ແລ້ວ ຢູ່​ໃນ​ຕະ​ຫຼາດ​ໂລກ ແຕ່​ໄດ້​ຖີບ​ໂຕ​ສູງ​ຂຶ້ນ​ໃນ​ໄລ​ຍະ​ສອງ​ສາມມື້​ທີ່​ຜ່ານ​ມານີ້ ໂດຍ​ການ​ຄາດ​ຄະ​ເນ​ວ່າ ອົງ​ການ OPEC ຈະ​ຕັດ​ການ​ຜະ​ລິດ​ລົງ.

ທີ່​ປຶກ​ສາ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ເຈກ ຊູ​ລ​ລີ​ວານ ແລະ​ຜູ້​ອຳ​ນວຍ​ການ​ສະ​ພາ​ເສ​ດ​ຖະ​ກິດ​ແຫ່ງ​ຊາດ ທ່ານບ​ຣາຍ​ອັນ ດີ​ສ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ ປະ​ທາ​ນາ​ທິ​ບໍ​ດີ "ຮູ້​ສຶກ​ເສຍ​ໃຈ ໃນ​ການ​ຕັດ​ສິນ​ໃຈ​ແບບ​ສາຍ​ຕາ​ສັ້ນ​ຂອງ​ອົງ​ການ OPEC ບວກພັນ​ທະ​ມິດ​ ທີ່​ຈະ​ຕັດ​ໂຄ​ຕ້າ​ການ​ຜະ​ລິດ​ລົງ ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ຂອງ​ໂລກ​ພວມ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຢ່າງ​ຕໍ່​ເນື່ອງ ຈາກ​ການ​ຮຸກ​ຮານ​ຂອງ​ປູ​ຕິນ ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ.

ທ່ານ​ຊູ​ລ​ລີ​ວານ ແລະ​ທ່ານ​ດີ​ສ ກ່າວ​ວ່າ “ໃນ​ເວ​ລາ​ທີ່​ ເມື່ອ​ການ​ສະ​ໜອງ​ພະ​ລັງ​ງານ​ຂອງ​ໂລກ​ພວມ​ມີ​ຄວາມ​ສຳ​ຄັນ​ສູງ​ສຸດ ການ​ຕັດ​ສິນ​ໃຈ​ນີ້​ຈະ​ມີ​ຜົນ​ກະ​ທົບ​ໃນ​ທາງ​ລົບ​ຮ້າຍ​ແຮງ ຕໍ່ບັນ​ດາ​ປະ​ເທດທີ່​ມີ​ລາຍ​ໄດ້​ຕ່ຳ​ຫາ​ປານ​ກາງ ທີ່​ພວມ​ປະ​ສົບ​ກັບ​ບັນ​ຫາ​ຈາກ​ລາ​ຄາ​ພະ​ລັງານ​ທີ່​ແພງ​ຂຶ້ນ.”

ອົງ​ການ OPEC ບວກ​ພັນ​ທະ​ມິດ ກ່າວ​ວ່າ ການ​ຕັດ​ການ​ຜະ​ລິດ​ຈາກ 43.8 ລ້ານ​ຖັງ​ຕໍ່​ມື້ ລົງ​ມາ​ເປັນ 41.8 ລ້ານ​ຖັງ​ຕໍ່​ມື້ ຈະ​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ເດືອນ​ພະ​ຈິກ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ອົງ​ການ OPEC ໄດ້​ຕັດ​ການ​ຜະ​ລິດ​ແບບ​ມີ​ເປົ້າ​ໝາຍ ນັບ​ແຕ່​ໄດ້​ມີ​ການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ເມື່ອ​ເດືອນ​ມີ​ນາປີ 2020 ທັງໆ​ປະ​ເທດ​ພັນ​ທະ​ມິດ​ຜູ້​ຜະ​ລິດ​ນ້ຳ​ມັນ ໄດ້​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ຜະ​ລິດ​ລົງ 3 ລ້ານ​ຖັງ​ຕໍ່​ມື້​ສຳ​ລັບ​ປີນີ້.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG