ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ທ່ານທຣຳ ຈະສົ່ງແຕ່ຄົນ ທີ່ມີ ປະຫວັດອາຊະຍາກຳ ອອກຈາກປະເທດ


Member of Trump Team: Only Criminals Need to Fear Deportation
please wait

No media source currently available

0:00 0:02:17 0:00

ການຢືນຢັດທີ່ແຂງແກ່ນ ກ່ຽວກັບ ບັນຫາຄົນເຂົ້າເມືອງຂອງປະທານາທິບໍດີທີ່ຖືກເລືອກ ໃໝ່ ທ່ານ Donald Trump ແລະ ແຜນການຂອງທ່ານທີ່ຈະກວດສອບຊາວ ມຸສລິມ ຢ່າງ ພິຖີພິຖັນ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວໃນບັນດາຄົນເຂົ້າເມືອງ ສະຫະລັດ ພ້ອມກັບການ ຕ້ານຢັນສິ່ງທີ່ປະຊາຊົນ ອາເມຣິກັນ ຫຼາຍຄົນຖືວ່າ ເປັນການຍຸແຍ່ໃຫ້ມີການກຽດຊັງດ້ານ ເຊື້ອຊາດ. ນັບຕັ້ງແຕ່ການໄດ້ຮັບໄຊຊະນະໃນການເລືອກຕັ້ງຂອງທ່ານເປັນຕົ້ນມາ, ທ່ານ Trump ໄດ້ຫາທາງບັນເທົາຄວາມຮູ້ສຶກຂອງບາງຄົນຜູ້ທີ່ມີຄວາມເປັນຫ່ວງ, ໂດຍ ກ່າວ ວ່າ ມີແຕ່ພວກຄົນເຂົ້າເມືອງຜິດກົດໝາຍທີ່ມີປະຫວັດອາຊະຍາກຳເທົ່ານັ້ນ ທີ່ຈະຖືກສົ່ງ ອອກຈາກປະເທດ, ເຊິ່ງມີຫຼາຍເຖິງ 3 ລ້ານຄົນດ້ວຍກັນ. ນັກຂ່າວວີໂອເອໄດ້ຖາມສະມາ ຊິກ ສະພາຜູ້ຊີ້ນຳປະຊາຊົນ ອາເມຣິກັນ ທີ່ປາກພາສາ ສເປນ, ທ່ານ Luis Quinones ເພື່ອ ໃຫ້ຊີ້ແຈງເຖິງແຜນການຄົນເຂົ້າເມືອງຂອງລັດຖະບານຊຸດຕໍ່ໄປ, ເຊິ່ງ ພຸດທະສອນ ຈະນຳ ເອົາລາຍລະອຽດມາສະເໜີທ່ານ.

ຍ້ອນຂ່າວ ກ່ຽວກັບ ການໂຈມຕີກໍ່ການຮ້າຍໃນປີກາຍນີ້ຢູ່ ຢູໂຣບ ທ່ານ ທຣຳ ຈຶ່ງໄດ້ຮຽກ ຮ້ອງໃຫ້ຫ້າມຊາວມຸສລິມທັງໝົດ ບໍ່ໃຫ້ເດີນທາງເຂົ້າມາ ສະຫະລັດ. ນອກນັ້ນທ່ານຍັງໄດ້ ຮຽກຮ້ອງໃຫ້ມີການຄວບຄຸມພວກທີ່ຢູ່ໃນປະເທດນີ້ແລ້ວຢ່າງເຂັ້ມງວດກວ່າເກົ່ານຳ.

ທ່ານ Quinones ໄດ້ກ່າວຕໍ່ວີໂອເອວ່າ ພວກຍົກຍ້າຍຖິ່ນຖານຜູ້ທີ່ຢູ່ໃນປະເທດນີ້ຢ່າງຖືກ ຕ້ອງຕາມກົດໝາຍ ບໍ່ມີເຫດຜົນຫຍັງຕ້ອງຢ້ານກົວ, ບໍ່ວ່າຈະເປັນຊາວມຸສລິມ ຫຼື ບໍ່ກໍຕາມ.

ທ່ານ Luis Quinones ກ່າວວ່າ “ພວກເຮົາຈະເພັ່ງເລັງໃສ່ພວກມຸສລິມຫົວຮຸນແຮງ ຜູ້ ທີ່ບໍ່ນັບຖືສາສະໜາຢ່າງແທ້ຈິງ ຫຼື ການແກ້ໄຂບັນຫາຢ່າງສັນຕິ. ຜູ້ໃດທີ່ຢາກທຳຮ້າຍ ຄົນອື່ນ, ພວກເຂົາແມ່ນບໍ່ເປັນທີ່ຕ້ອງການ, ພວກເຂົາຈະບໍ່ຖືກຕ້ອນຮັບ, ພວກເຮົາຈະ ຕາມ ຈັບພວກເຂົາ. ຜູ້ໃດກໍຕາມທີ່ເຂົ້າມາໃນປະເທດ ສະຫະລັດ ເພື່ອເປັນສ່ວນປະ ກອບທີ່ສຳຄັນຂອງສັງຄົມຂອງພວກເຮົາ ແລະ ປະກອບສ່ວນເຂົ້າໃນສັງຄົມຂອງພວກ ເຮົາ ພວກເຂົາ ເຈົ້າບໍ່ມີເຫດຜົນຫຍັງທີ່ຈະຮູ້ສຶກຢ້ານກົວໂດຍສິ້ນເຊີງ, ຈະບໍ່ມີການສົ່ງ ອອກຈາກປະເທດ, ພວກເຮົາຈະບໍ່ວາງເປົ້າໝາຍໃສ່, ພວກເຮົາຈະບໍ່ເກັບກຳເອົາຂໍ້ ມູນຂອງພວກເຂົາເຈົ້າ.”

ນອກນັ້ນ ທ່ານ Quinones ຍັງໄດ້ກ່າວວ່າ ມັນຈະບໍ່ມີການສົ່ງກຳມະກອນທີ່ຜິດກົດໝາຍ ຄັ້ງໃຫຍ່ອອກຈາກປະເທດ.

ທ່ານ Luis Quinones ກ່າວວ່າ “ຄົນຜູ້ທີ່ຕ້ອງຢ້ານໃນຕອນນີ້ແມ່ນມີແຕ່ພວກອາຊະ ຍາກອນ. ແມ່ນແລ້ວ, ພວກເຂົາຈະຖືກສົ່ງອອກຈາກປະເທດ. ຄົນພວກນີ້ມີຫຼາຍ, ຫຼາຍ ກວ່າ 3 ລ້ານຄົນ. ພວກເຂົາຈະຖືກສົ່ງອອກຈາກປະເທດ. ນອກຈາກນັ້ນ ພວກເຮົາກໍຍັງ ຈະສົ່ງຄົນຜູ້ທີ່ເຂົ້າມາດ້ວຍວີຊານັກທ່ອງທ່ຽວ ແລະ ຢູ່ເກີນກຳນົດວີຊາຂອງພວກເຂົາ ເຈົ້າອອກໄປຈາກປະເທດນຳ, ເພາະວ່າ ພວກເຮົາຢາກໃຫ້ຄົນພວກນັ້ນມາ ແລະ ມ່ວນ ຊື່ນໃນ ສະຫະລັດ, ໃນທຸກໆສະຖານທີ່ທ່ອງທ່ຽວທີ່ເຮົາມີ, ແຕ່ຖ້າຄົນພວກນັ້ນຫາກລ່ວງ ລະເມີດວີຊານັກທ່ອງທ່ຽວ ເພື່ອອາໄສຢູ່ພີ້ຢ່າງຖາວອນແລ້ວ, ພວກເຮົາບໍ່ສາມາດຈະ ອະນຸຍາດໃຫ້ພວກເຂົາເຮັດແນວນັ້ນ.”

ລັດຖະບານ ທຣຳ ມີແຜນທີ່ຈະຕິດຕາມພວກອາຊະຍາກອນ ແລະ ຮັບປະກັນວ່າ ເມື່ອຖືກ ສົ່ງອອກຈາກປະເທດແລ້ວ, ພວກເຂົາຈະບໍ່ສາມາດເຂົ້າມາ ໃນສະຫະລັດ ໄດ້ອີກ.

ທ່ານ Luis Quinones ກ່າວວ່າ “ໃນວັນທີ 21 ຂອງເດືອນມັງກອນ, ມື້ໜຶ່ງຫຼັງຈາກປະ ທານາທິບໍດີຄົນໃໝ່ໄດ້ສາບານໂຕເຂົ້າຮັບຕຳແໜ່ງແລ້ວ, ພວກເຮົາຈະກວດກາຂໍ້ມູນ ຕ່າງໆ ເພື່ອຊອກຫາພວກອາຊະຍາກອນ, ຫາບ່ອນທີ່ພວກເຂົາອາໄສຢູ່. ພວກເຮົາໄດ້ ວ່າຈ້າງເຈົ້າໜ້າທີ່ລາດຕະເວນຊາຍແດນຊຸດໃໝ່ 7,500 ຄົນ ຜູ້ທີ່ຈະເຮັດວຽກຢູ່ພາຍ ໃນ ສະຫະລັດ ເຊັ່ນກັນ. ດັ່ງນັ້ນເມື່ອພວກເຮົາລະບຸຕົວຄົນພວກນັ້ນໄດ້, ພວກເຮົາກໍຈະ ເລີ່ມຊອກຫາພວກເຂົາຈົນກວ່າຈະຫາເຫັນ, ແລ້ວພວກເຮົາກໍຈະສົ່ງພວກເຂົາອອກ ຈາກປະເທດໄປ. ຖ້າພວກເຂົາຕັດສິນໃຈທີ່ຈະປະຕິເສດກົດລະບຽບ ແລະ ຂໍ້ຄວາມ ຂອງພວກເຮົາ, ເຈົ້າກໍແມ່ນເປັນຜູ້ຄົນບໍ່ເພິ່ງປາດຖະໜາ ຢູ່ໃນ ສະຫະລັດ, ພວກເຂົາກໍ ຈະຖືກຈັບເຂົ້າຄຸກ.”

ບັນດາເຈົ້າໜ້າທີ່ໃນບາງຕົວເມືອງໃຫຍ່ໆຂອງ ສະຫະລັດ ກ່າວວ່າ ເມືອງຂອງພວກເຂົາ ເຈົ້າຈະສືບຕໍ່ສະໜອງສະຖານທີ່ລີ້ໄພ ໃຫ້ແກ່ພວກຄົນເຂົ້າເມືອງຜິດກົດໝາຍ. ທ່ານ Quinones ໄດ້ກ່າວວ່າ ພວກເຈົ້າໜ້າທີ່ຜູ້ທີ່ຕໍ່ຕ້ານກົດໝາຍ ອາດໄດ້ຮັບໂທດທາງອາຍາ ແລະ ເມືອງຂອງພວກເຂົາເຈົ້າອາດສູນເສຍເງິນທຶນຈາກລັດຖະບານກາງ ສຳລັບໂຄງ ການທີ່ສຳຄັນໆຕ່າງໆ.

((INTRO)) [[President-elect Donald Trump's tough stance on immigration and his plan to scrutinize Muslims has sparked fear among U.S. immigrants as well as revolt against what many Americans consider fomenting of racial hatred. Since his election victory, Trump has sought to allay some of those concerns, saying that only undocumented immigrants with criminal records will be deported, up to 3 million of them. VOA asked a member of Trump's Hispanic Advisory Council, Luis Quinones, to clarify the incoming administration's immigration plan.]]

((NARRATOR))
In the wake of last year's terrorist attacks in Europe Trump has demanded a complete ban on Muslims entering the United States. He has also demanded tougher control on those already in the country.

Quinones told VOA that immigrants who are in the country legally have no reason to fear, Muslim or not.

((LUIS QUINONES))
"We are going to be targeting extreme Muslims who don't work within the true religion or the peaceful solutions. ... Anyone who wants to do harm, they are not wanted, they are not welcome, we'll pursue them.Anyone who comes here to the United States to be an integral part of our society and contribute to our society has absolutely no reason to fear -- no deportations, we won't be targeting, we won't be profiling."

((NARRATOR))
Quinones also said there will be no mass deportation of undocumented workers.

((LUIS QUINONES))
"The only people that have to fear right now are the criminals. Yes, they will be deported. Those are massive -- 3 million plus. They will be deported. We are also going to deport the people who came on a tourist visa and overstayed their visa, because we need those people to come and enjoy the United States, all the good sites that we have, but if people are abusing their tourist visa to stay here permanently, we can't allow that."

((NARRATOR))
The Trump administration plans to keep track of criminals and make sure that once deported, they cannot re-enter the United States.

((LUIS QUINONES))
"On the 21st (of January, the day after the new president swears in), we are going to check the databases to find out the criminals, where they are located. We are hiring 7,500 new border patrol agents who will work within the United States as well. So once we identify those people, we will start looking for them until we find them, and then we are going to deport them. Should they decide to ignore our rules and the message 'you are not wanted here in the United States,' they will be imprisoned."

((NARRATOR))
Authorities in some major U.S. cities have said their cities will continue to offer sanctuary to illegal immigrants. Quinones said officials who defy the law could be charged criminally and their cities could lose federal funding for important projects.

XS
SM
MD
LG