ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປີ​ໜຶ່ງລຸນຫຼັງ ​ການ​ໂຈມ​ຕີ​ທາງ​ອາກາດ​ ຄັ້ງ​ທຳ​ອິດ ໃສ່ພວກ IS ນັ້ນ ຍັງບໍ່ສາມາດ ຂັບໄລ່ພວກເຂົາໄດ້


One Year After First US Airstrikes, Islamic State Still Rooted in Iraq, Syria
please wait

No media source currently available

0:00 0:02:39 0:00

ຊົມວີດີໂອ ລາຍງານນີ້

ເກືອ​ບຮອດ​ໜຶ່ງ​ປີຜ່ານມາ ທີ່ຝຸງເຮືອບິນ​ລົບ​ຂອງ​ສະຫະລັດ ​ໄດ້
​ບິນ​ຢູ່ເທິງ​ນ່ານຟ້າ​ຂອງ​ອີຣັກ ​ເພື່ອ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ
ເປັນຄັ້ງທຳ​ອິດໃນ​ການ​ຕໍ່ຕ້ານກັບກຸ່ມ​ກໍ່​ການ​ຮ້າ​ຍ ທີ່​ຮູ້ຈັກກັນວ່າ
ລັດ​ອິສລາມ. ນັບ​ຕັ້ງ​ແຕ່​ນັ້ນມາ ສະຫະລັດ ​ໄດ້​ເພີ້​ມຄວາມ​ພະຍາ
ຍາມ​ຂຶ້ນ ພ້ອມ​ກັນນັ້ນ ບັນດາ​ຜູ້ນຳ​ຂອງ​ລັດ​ອິສລາມ ກໍ​ຕອບ​ໂຕ້​ຄືນ
ເຊັ່ນ​ກັນ ຊຶ່ງ​ເຮັດ​ໃຫ້​ໂລກທັງ​ໂລກ​ພາກັນໂງງງັນ​ວ່າ ຜູ້​ໃດ​ເປັນ​ຝ່າຍ
​ຊະນະກັນ​ແທ້. ຜູ້ສື່ຂ່າວດ້ານຄວາມໝັ້ນຄົງແຫ່ງຊາດ ຂອງວີໂອເອ
Jeff Seldin ມີລາຍລະອຽດ ເພີ່ມເຕີມ ຊຶ່ງໄຊຈະເລີນສຸກ ຈະນຳ
ມາສະເໜີທ່ານ.

ໄດ້ມີສຽງຮ້ອງ ຂໍຄວາມຊ່ວຍເຫຼືອດັງຂຶ້ນ ​ໃນພຽງໜຶ່ງປີຜ່ານມາ.

​ນາງ Shiren Suleiman ຜູ້ຕ້ອງ​ໄດ້ພັດພາກຈາກຖິ່ນຖານ ເວົ້າວ່າ “ຄອບຄົວຂອງພວກເຮົາ ໄດ້ຮັບບາດເຈັບ. ພວກລູກເຕົ້າ ແລະ ພວກແມ່ຍິງກໍ​ຄື​ກັນ. ແລະ ພວກເຂົາເຈົ້າກຳລັງ
ຫິວໂຫຍ.”

ຄຳຮຽກຮ້ອງຂໍຄວາມຊ່ວຍເຫຼືອ ພ້ອມທັງ ຮູບພາບຕ່າງໆ ຂອງພວກລັດອິສລາມ ທີ່ກຳລັງບຸກຄືບໜ້າເຂົ້າໄປໃນອີຣັກ ຢ່າງວ່ອງໄວນັ້ນ ໄດ້ເຮັດໃຫ້ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຕ້ອງຕອບສະໜອງທັນທີ.

ທ່ານ ໂອບາມາເວົ້າວ່າ “ຂ້າພະເຈົ້າ ໄດ້ສັ່ງກອງທັບຂອງພວກເຮົາ ໃຫ້ປະຕິບັດການ
ໂຈມຕີທາງອາກາດ ແນເປົ້າໝາຍໃສ່ຂະບວນລົດ ຂອງພວກກໍ່ການຮ້າຍ ISIL.”

ນັບຕັ້ງແຕ່ເດືອນສິງຫາປີ 2014 ເປັນຕົ້ນມາ ໄດ້ມີການໂຈມຕີ ທາງອາກາດ ໂດຍກຳລັງ
ປະສົມ ເພື່ອຕໍ່ຕ້ານພວກລັດອິສລາມ ຢູ່ໃນອີຣັກ ແລະ ຊີເຣຍ ຫຼາຍກວ່າ 5,900 ຖ້ຽວບິນ
ທີ່ຖະຫລົ່ມຫຼາຍກວ່າ 8,700 ເປົ້າໝາຍຕ່າງໆ.

ສະຫະລັດ ໄດ້ຮັບການຊ່ວຍເຫຼືອໃນບາງສ່ວນ ຈາກກອງກຳລັງ ຢູ່ພາກພື້ນດິນ ໂດຍສະເພາະ ກໍແມ່ນບັນດານັກຕໍ່ສູ້ຊາວເຄີດ ຢູ່ພາກເໜືອ ແລະ ກອງກຳລັງຊາວອີຣັກ ຊຶ່ງບາງຄົນໄດ້ຮັບ ຜົນປະໂຫຍດ ຈາກການເຝິກແອບໂດຍສະຫະລັດຕື່ມອີກນັ້ນ.

ແຕ່ປານ​ນັ້ນ ພວກນັກຕໍ່ສູ້ລັດອິສລາມ ກໍຍັງບໍ່ລົດລະ ຄວາມພະຍາ ຍາມເລີຍ. ພວກເຂົາ
ໄດ້ຖືກຕີໃຫ້ຖອຍຄືນໄປ ໃນຫຼາຍໆເຂດຂອງອີຣັກ ແຕ່ພວກເຂົາກໍໄດ້ຂະຫຍາຍ​ໂຕອອກ
ໃນເຂດອື່ນໆແທນ.

ທ່ານ ໂອບາມາ ເວົ້າວ່າ “ຄື​ກັນກັບ ຄວາມພະຍາຍາມໃດໆ ຂອງກອງທັບ ມັນຈະມີ
ຊ່ວງເວລາ ຂອງຄວາມກ້າວໜ້າ ແຕ່ ກໍຈະມີບາງຄັ້ງ​ແຫ່ງຄວາມປາໄຊ ດັ່ງທີ່ພວກເຮົາ ໄດ້ເຫັນນຳກັນ ດ້ວຍການທີ່ ພວກ ISIL ຢຶດເອົາເມືອງ Ramadi ໃນອີຣັກ ແລະ ພາກກາງ ແລະ ພາກໃຕ້ຂອງຊີເຣຍ”
ນັ້ນ.

ພວກຄົນອື່ນໆກ່າວວ່າ ຍຸດທະສາດດັ່ງກ່າວ ແມ່ນມີຂໍ້ບົກພ່ອງ.

ທ່ານ Christopher Harmer ຈາກສະຖາບັນ ສຶກສາຄົ້ນຄວ້າດ້ານສົງຄາມ ເວົ້າວ່າ
“ເຮືອບິນລົບຂອງພວກເຮົາ ສາມາດຖະຫຼົ່ມເປົ້າໝາຍ ໃນສະຖານທີ່ແຫ່ງໃດກໍໄດ້
ໃນຊີເຣຍ ຫຼື ອີຣັກ ໃນຮອບໄລຍະເວລາສັ້ນໆແທ້ໆ ແຕ່ພວກເຮົາບໍ່ໄດ້ເຮັດ ຫຍັງເລີຍ ເພື່ອຈະຄວບຄຸມການເຕີບໃຫຍ່ ຂອງລັດອິສລາມ ຂອງອີຣັກ ແລະ ກຸ່ມ al-Sham.”

ບັນດາເຈົ້າໜ້າທີ່ສະຫະລັດ ກ່າວວ່າ ການໂຈມຕີທາງອາກາດ ໄດ້ສັງຫານ ຫຼື ເຮັດໃຫ້
ບາດເຈັບ ພວກຫົວຮຸນແຮງລັດອິສລາມ ຈຳນວນປະມານ 15,000 ຄົນ ແຕ່ກຸ່ມດັ່ງກ່າວ
ເວົ້າວ່າ ຕົນສາມາດລະດົມພວກນັກຕໍ່ສູ້ ຈຳນວນ 30,000 ຄົນ ​ເຂົ້າ​ເສີມກຳລັງ ໂດຍການ
ຫລັ່ງໄຫລເຂົ້າມາ ຂອງນັກຕໍ່ສູ້ຕ່າງຊາດ.

ທ່ານ Daveed Gartenstein-Ross ຈາກມູນນິທິ ເພື່ອການປ້ອງກັນ ປະຊາທິປະໄຕ
ເວົ້າວ່າ “ໃນດ້ານຄວາມເຂົ້າໃຈແລ້ວ ຂ້າພະເຈົ້າຄິດວ່າ ພວກລັດອິສລາມໄດ້ຄອບງຳ ໂດຍສະເພາະ ຢູ່ໃນສະໜາມລົບ ໃນຂະນະນີ້... ພວກເຂົາ ມີພາຫະນະ ໂຄສະນາ ຊວນເຊື່ອ ທີ່ອອກແບບມາ ເພື່ອຍົກໃຫ້ເຫັນ ​ເຖິງຜົນງານທີ່ໄດ້ຮັບຕ່າງໆ ແລະ ຫລຸດຜ່ອນການສູນເສຍທັງຫຼາຍ.” ​ແຕ່​ກໍຍັງມີຜູ້ເຊື່ອວ່າ ການເຊີດຊູຄວາມຮຸນແຮງຂອງ
​ພວກ​ລັດ​ອິສລາມ​ ແມ່ນໄດ້ເລີ້ມ ສົ່ງ​ຜົນ​ໃນ​ທາງ​ລົບ.

ສ່ວນທ່ານ Max Abrahms ຈາກ ມະຫາວິທະຍາ​ໄລ Northeastern ກ່າວ​ຜ່ານ​ທາງ Skype ວ່າ “ພາບ​ຕ່າງ​ໆ​ເຫຼົ່ານີ້ ​ແທ້​ຈິງ​ແລ້ວ ​ເຖິງ​ແມ່ນ​ວ່າ ​ມັນ​ເບິ່ງຄືວ່າ ​ເປັນຕາ​ລັງ​ກຽດ ພວກ​ສິ່ງ​ເຫຼົ່ານັ້ນ ​ແທ້​ຈິງ​ແລ້ວ​ແມ່ນ ມີ​ຜົນ​ສະທ້ອນ​ໃນ​ທາງ​ກົງກັນຂ້າມ ​ໃຫ້​ແກ່​ກຸ່ມ​ດັ່ງກ່າວ ​ເພາະ​ວ່າ ພວກ​ເຂົາ ​ຈະນຳ​ໃຊ້​ພວກ​ນັກ​ຕໍ່ສູ້ທີ່​ມີຢູ່​ໃນ​ແຫ​ລ່ງສະ​ສົມ ​ໃຫ້ຈົນ​ໝົດ​ ​ແລະ ສະ​ນັ້ນ ​ແທ້ໆ​ແລ້ວ ​ແມ່ນ​ມັນ​ເປັນອັນ​ທີ່​ພວກ​ເຮົາ​ກຳລັງ​ເຫັນ​ຢູ່​ໃນ​ຂະນະ​ນີ້.”

ຢູ່​ທີ່​ຄ້າຍ​ທີ່​ຕັ້ງຂຶ້ນມາ​ຊົ່ວຄາວ ນອກ​ເມືອງ Irbil ຂອງ​ອີຣັກນັ້ນ ​ການ​ປ່ຽນ​ແປງ​ເຊັ່ນ​ນັ້ນ ​ແມ່ນ​ບໍ່​ສາມາດ ​ຈະເກິ​ດຂຶ້ນ​ໄດ້ໄວ​ພໍ.

ນາງ Um Ala ຜູ້​ພັດ​ພາກ​ຈາກ​ຖິ່ນຖານມາ​ຈາກ​ເມືອງ Mosul ​ເວົ້າວ່າ “ມີແຕ່ພວກ​ເດັກ
ນ້ອຍ​ເທົ້າ​ນັ້ນ ທີ່ດີອົກ​ດີໃຈ ​ເພາະວ່າ ພວກ​ເຂົາ​ ບໍ່ເຂົ້າ​ໃຈ​ຫຍັງ​.”

ປີ​ໜຶ່ງລຸນຫຼັງ ​ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ທຳ​ອິດ ​ໃສ່​ອີຣັກ ສະຫະລັດ ​ແລະ ບັນດາ​ພັນທະ​ມິດ​ ຂອງ​ຕົນ ຍັງ​ບຸກບືນ ​ເພື່ອຈະ​ຕັດກຳລັງ​ຂອງ​ພວກ​ລັດ​ອິສລາມ​ລົງ ​ຊຶ່ງ​ບັນດາ​ເຈົ້າໜ້າ​ທີ່ ບາງ​ຄົນ​ເຕືອນ​ວ່າ ​ໄຊຊະນະ​ນັ້ນ ​ແມ່ນ​ຍັງ​ຢູ່​ຫ່າງ​ໄກອີກຫຼາຍປີ.

Almost one year ago, U.S. warplanes took to the skies over Iraq to carry out the first airstrikes against the terror group known as the Islamic State. Since then, the U.S. has raised the stakeswith Islamic State leaders responding, leaving the world to wonder who, if anyone, is winning.VOA's National Security Correspondent Jeff Seldin has more.

Just over a year ago, a cry for help.

((SHIREN SULEIMAN, DISPLACED FROM SINJAR))
"Our families are wounded, also our children and our women. And they are hungry."

The pleas, combined with images of the Islamic State's rapid advance across Iraq, prompted U.S. President Barack Obama to respond.

((PRESIDENT BARACK OBAMA))
"I've directed our military to take targeted strikes against ISIL terrorist convoys."

Since August 2014, there have been more than 5,900 coalition airstrikes against the Islamic State in Iraq and Syria, hitting more than 8,700 targets.

The U.S. has gotten some help from forces on the groundnotably Kurdish fighters in the northand Iraqi forces, some benefiting from additional U.S. training.

Yet Islamic State fighters have not been deterred. Pushed back in parts of Iraq, they've expanded elsewhere.

((PRESIDENT BARACK OBAMA))
"As with any military effort, there will be periods of progress but there are also going to be some setbacks, as we've seen with ISIL's gains in Ramadi in Iraq and central and southern Syria."

Others say the strategy is flawed.

((CHRISTOPHER HARMER, INSTITUTE FOR THE STUDY OF WAR))
"Our aircraft can hit anywhere in Syria or Iraq really on a fairly short time cycle but we're not really doing anything to restrain the growth of the Islamic State of Iraq and al-Sham."

U.S. officials say airstrikes have killed or wounded some 15,000 Islamic State militants but add the group can muster up to 30,000 fighters bolstered by a steady influx of foreign fighters.

((DAVEED GARTENSTEIN-ROSS, FOUNDATION FOR DEFENSE OF DEMOCRACIES))
"Perception-wise, I think the Islamic State has been dominating this particular battlefield thus far… They have a propaganda apparatus that is designed to highlight those gains and to minimize the losses."

Still, there are some who believe the Islamic State's glorification of violence is starting to backfire.

Professor Max Abrahms via Skype:

((MAX ABRAHMS, NORTHEASTERN UNIVERSITY))
((MANDATORY CG:SKYPE))
"These images actually, although they're offensive, they're actually counterproductive to the group because they're going to dry up its potential reservoir of recruits and so that's really what we're seeing."

At a makeshift camp outside the Iraqi city of Irbil, such change can't come fast enough.

((UM ALA , DISPLACED FROM MOSUL(female, in Arabic) ))
"Only children are happy because they do not understand anything."

One year after the first airstrikes Iraq, the U.S. and its allies are still struggling to roll back the Islamic State, some officials warning victory will be years away.

XS
SM
MD
LG