ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນຶ່ງຄົນເສຍຊີວິດ ຍ້ອນລະເບີດແຕກ ຢູ່ກົງສຸນອີຕາລີ ທີ່ ໄຄໂຣ ປະເທດອີຈິບ


ເຈົ້າໜ້າທີ່ຕຳຫລວດອີຈິບ ຢືນຢູ່ບ່ອນເກີດເຫດ ໃນການວາງລະເບີດ ທີ່ທຳລາຍດ້ານໜ້າ ກົງສຸນອີຕາລີ.
ເຈົ້າໜ້າທີ່ຕຳຫລວດອີຈິບ ຢືນຢູ່ບ່ອນເກີດເຫດ ໃນການວາງລະເບີດ ທີ່ທຳລາຍດ້ານໜ້າ ກົງສຸນອີຕາລີ.

ບັນດາ​ເຈົ້າ​ໜ້າ​ທີ່ອີ​ຈິບກ່າວ​ວ່າ ເຫດລະ​ເບີດ​ຂະໜາດໃຫຍ່ ​ຢູ່
​ນອກກົງ​ສຸນອີ​ຕາ​ລີ ​ໃນ​ນະຄອນຫຼວງ​ໄຄ​ໂຣ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​
ຊີວິດ​ນຶ່ງ​ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ໜ້ອຍ​ສີ່​ຄົນ.

ກົງສຸນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​ແລະ​ເຂດ​ດັ່ງກ່າວ​ໄດ້​
ຖືກ​ນຳ້​ຖ້ວມ ເນື່ອງ ຈາກທໍ່​ນຳ້ໃຕ້​ດິນ​ແຕກ​ຍ້ອນເຫດລະ​ເບີດ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ເຫດລະ​ເບີດໃນ​ວັນ​ເສົາຕອນ​ເຊົ້າມື້
ນີ້ ​ອາດ​ເກີດ​ຈາກ​ ​ລະ​ເບີດລົດ ທີ່ມີຄົນອາດນຳເອົາ​ລະ​ເບີດໄປ
ວາງ​ໄວ້​ກ້ອງ​ລົດ​ທີ່​ຈອດຢູ່ ​ແລ້ວບີບ ຄະນວນໃຫ້​ແຕກຂຶ້ນຈາກ
​ລະຍະ​ໄກ.

ຍັງ​ບໍ່​ທັນ​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃດໆ ກ່ຽວກັບ​ການ​ໂຈມ​ຕີ ທີ່​ໄດ້​ເກີດ​ຂື້ນ​ໃນ
​ຕອນ​ເຊົ້າໆ ​ເວລາ​ກົງສຸນ​ຍັງ​ປິດ​ຢູ່.

ລັດຖະມົນຕີຕ່າງປະ​ເທດ​ອີ​ຕາ​ລີ ທ່ານ Paolo Gentiloni ໄດ້ກ່າວຜ່ານທາງ tweeter ວ່າ
“ອີ​ຕາ​ລີຈະ​ບໍ່​ປ່ອຍ​ໃຫ້​ຕົນ​ເອງ​ຖືກ​ຂົ່ມ​ຂູ່ຈາກ​ການ​ໂຈມ​ຕີ​ດັ່ງກ່າວ. ທ່ານ​ກ່າວ​ວ່າ ບໍ່​ມີ​ຜູ້​ເຄາະ
ຮ້າຍ​ທີ່​ເປັນຊາວ​ອີ​ຕາ​ລີແຕ່ປະການໃດ.

ພວກ​ຫົວ​ຮຸນ​ແຮງ​ໄດ້ທຳ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ຫລາຍໆ​ຄັ້ງ ​ໃນ​ອີ​ຈິບ ນັບ​ແຕ່​ທະຫານ​ໄດ້​
ໂຄ່ນ​ລົ້ມປະທານາທິບໍດີພັກອິສລາມ ທ່ານ Mohammed Morsi ເມື່ອສອງ​ປີ​ກ່ອນ. ການ​
ໂຈມ​ຕີ​ສ່ວນ​ໃຫຍ່​ໄດ້​ແນ​ໃສ່ ກຳລັງ​ຮັກສາ​ຄວາມ​ປ​ອດ​ໄພແລະເຈົ້າ​ໜ້າ​ທີ່.

Egypt Blast
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG