ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນຶ່ງໃນ 4 ຂອງພວກຜູ້ຊາຍ ເອເຊຍ ເຄີຍຂົ່ມຂືນ ແມ່ຍິງ


ອັດຕາພວກຜູ້ຊາຍ ທີ່ຍອມຮັບວ່າ ເຄີຍຂົ່ມຂືນແມ່ຍິງມາກ່ອນ
ອັດຕາພວກຜູ້ຊາຍ ທີ່ຍອມຮັບວ່າ ເຄີຍຂົ່ມຂືນແມ່ຍິງມາກ່ອນ
ເກືອບນຶ່ງ​ສ່ວນ​ສີ່ຂອງພວກຜູ້ຊາຍ ຢູ່ໃນ 6 ປະເທດເອເຊຍ ທີ່ໄດ້
ຖືກສໍາພາດ ໃນການສຶກສາ ຄົ້ນຄ້ວາຂອງອົງການສະຫະປະຊາ
ຊາດນັ້ນ ຍອມຮັບສາລະພາບວ່າ ພວກເຂົາເຈົ້າໄດ້ທໍາການ
ຂົ່ມຂືນສໍາເລົາ ຢ່າງນ້ອຍ​ເທື່ອນຶ່ງ.

ການສຶກສາຄົ້ນຄ້ວາດັ່ງກ່າວ ທີ່ໄດ້ພິມເຜີຍແຜ່ໃນວັນອັງຄານມື້ນີ້
​ໂດຍວາລະສານ Lancet ຊຶ່ງ​ເປັນ​ວາລະສານການ​ແພດ​ຂອງ​ໂລກ
ໄດ້​ທໍາ​ການສໍາພາດພວກ​ຜູ້​ຊາຍ​ຫຼາຍ​ກວ່າ 10 ພັນ​ຄົນ ​ທີ່​ອາ​ໄສ​ຢູ່​
ໃນບັງ​ກລາ​ເ​ເດັສ, ຈີນ​, ກໍາປູ​ເຈຍ, ອິນ​ໂດ​ເນ​ເຊຍ, ສຣີລັງກາ​ ​
ແລະ ປາ​ປົວນີວກິ​ນີ.

ປະມານ 10% ຂອງພວກ​ຜູ້​ຊາຍ​ທີ່​ໃຫ້ສໍາພາດນັ້ນ​ ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ມີ​ເພດ​ສໍາພັນ
ໂດຍ ປາດ​ສະ​ຈາກ​ການ​ຍິນ​ຍອມ ​ກັບແມ່ຍິງ​ ຊຶ່ງ​ບໍ່​ແມ່ນ​ຄູ່​ຂອງ​ພວກ​ເຂົາ​ເຈົ້າ. ​ແຕ່​ວ່າ​ຈໍາ
ນວນ​ດັ່ງກ່າວ ​ໄດ້ກະ​ໂດດ​ສູງ​ຂຶ້ນ ເວລາ​ຄູ່ຂອງ​ພວກ​ເຂົາ​ເຈົ້າ ໄດ້​ຮ່ວມໃນການ​ຕອບ​ຄໍາ​ຖາມ
​ຂອງການ​ສໍາພາດ​ນໍານັ້ນ.

ມີເກືອບເຄິ່ງນຶ່ງໄດ້​ຍອມຮັບວ່າ ພວກ​ຕົນ​ເປັນ​ຜູ້​ກະທໍາ​ຜິດ​ແທ້ ​ແລະ​ຍອມຮັບວ່າ​ໄດ້ຂົ່ມຂືນ
ສໍາເລົາພວກແມ່ຍິງ​ຫຼາຍໆ​ຄົນຊຶ່ງສ່ວນ​ໃຫຍ່​ຂອງ​ພວກ​ກະທໍາ​ການ​ເຫຼົ່າ​ນີ້​ກ່າວວ່າ ພວກ​ຕົນ
​ ບໍ່​ໄດ້​ປະ​ເຊີນ​ກັບການຖືກລົງ​ໂທດທາງ​ກົດໝາຍ​ແຕ່​ຢ່າງ​ໃດ​ ຂອງ​ການ​ກະທໍາ​ທີ່​ຜິດ​ສິນ
ລະ​ທໍາ​ເຫຼົ່າ​ນີ້.

​ບັນດາຜູ້​ຂຽນ​ລາຍ​ງານ​ການສຶກສາຄົ້ນຄ້ວາ​ໄດ້​ເຕືອນ​ວ່າ ການ​ສໍາ​ຫຼວດດັ່ງກ່າວ​ນີ້ ບໍ່ໄດ້​
ສະທ້ອນ​ໃຫ້​ເຫັນສະຖິຕິຂອງການຂົ່ມຂືນສໍາເລົາໃນ​ບັນດາ​ປະ​ເທດ​ທີ່​ພວກ​ເຂົ້າ​ເຈົ້າທໍາ​
ການ​ສຳ ຫຼວດ​ແຕ່​ຢ່າງ​ໃດ ​ເພາະ​ວ່າ​ມັນ​ໄດ້​ຈໍາກັດ​ຢູ່​ພຽງ​ແຕ່ສະຖານ​ທີ່​ 9 ແຫ່ງ​ເທົ່າ​ນັ້ນ ​
ພວກ​ເຂົາ​ເຈົ້າ​ກັບ​ເວົ້າ​ວ່າ ການສຶກສາຄົ້ນຄ້ວາ​ທີ່​ວ່າ​ນີ້ຈະຊ່ອຍ​ຊຸກຍູ້ໃນການ​ດຳ​ເນີນ​
ຄວາມ​ພະຍາຍາມ​ ປ້ອງ​ກັນ​ການ​ຂົ່ມຂືນສໍາເລົາ​ແລະ​ການ​ກໍ່​ຄວາມ​ຮຸນ​ແຮງ​ອື່ນໆ​ຕໍ່​
ພວກ​ແມ່ຍິງ.
XS
SM
MD
LG