ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

100 ກ່ວາຄົນ ເສຍຊີວິດ ຍ້ອນແຜ່ນດິນໄຫວ ໃນຈີນ (ສະໄລດ໌/ວີດິໂອ)


ເມຶ​ອງ Lushan ໃນປະເທດຈີນ ຍັງ​ບໍ່​ສາມາດເຂົ້າ​ໄປ​​ເຖິງໄດ້​ ໂດຍ​ທາງ​ລົດ ​ແລະສາຍ​ໂທລະສັບ ກໍ​ຖືກຕັດຂາດ.
ເມຶ​ອງ Lushan ໃນປະເທດຈີນ ຍັງ​ບໍ່​ສາມາດເຂົ້າ​ໄປ​​ເຖິງໄດ້​ ໂດຍ​ທາງ​ລົດ ​ແລະສາຍ​ໂທລະສັບ ກໍ​ຖືກຕັດຂາດ.
ສື່​ຂອງ​ລັດ​ຖະບານ​ຈີນ ກ່າວ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ​ໃນເຫດ
ແຜ່ນດິນ​ໄຫວຮ້າຍ​ແຮງ ​ທີ່ໄດ້​ສັ່ນ​ສະເທຶອນຂົງ​ເຂດ​ທາງ​ພາກ​
ຕາ​ເວັນ​ຕົກ​ຂອງ​ແຂວງ ຊີ​ສວນ ​ໃນເຊົ້າວັນ​ເສົາ​ມື້ນີ້ ​ໄດ້ເພີ້​ມ
ຂື້ນ ​ຫລາຍກ່ວາ ຄົນ ​ແລະ​ອີ​ກປະມານ 3.000 ຄົນ​ໄດ້​ຮັບ
​ບາດ​ເຈັບ.

ອົງການ​ຂ່າວ​ ຊິ​ນຫົວ ຂອງ​ທາງ​ການ​ຈີນ ກ່າວ​ວ່າ ຈໍານວນ​ຜູ້​
ເສຍ​ຊີວິ​ດ ສາມາດສູງ​ຂື້ນອີກ ໃນ​ຂະນະທີ່ບັນດາທິມຊອກຄົ້ນ​
ຫາ​ແລະ​ກູ້​ໄພ ພາກັນເຂົ້າ​ໄປຍັງ​ຂົງ​ເຂດ​ທີ່​ຖືກ​ກະທົບ​.

ສື່​ຂອງ​ລັດ ກ່າວ​ວ່າ ​ເຂດ​ທີ່​ຖືກກະທົບ​ແຮງ​ທີ່​ສຸດ ຂອງ​ເມື​ອງ
Lushan ຍັງ​ບໍ່​ສາມາດເຂົ້າ​ໄປເຖິງໄດ້​ໂດຍ​ທາງ​ລົດ ​ແລະສາຍ​ໂທລະສັບ ກໍ​ຖືກຕັດຂາດ. ຮູບ​ພາບຖ່າຍ​ຈາກ​ທາງອາ ກາດ ທີ່ນໍາ​ອອກ​ເຜີ​ຍ​ແຜ່​ໂດຍກອງທັບຈີນແລະ​ເຫັນໄດ້ຢູ່ໃນ
ໂທລະພາບ​ຂອງ​ລັດ ​ ​ສະແດງ​ໃຫ້​ເຫັນ​ເຮືອນ​ແຕ່​ລະ​ຫລັງ​ຖືກ​ເພພັງ ​ແລະບາງ​ເຂດ​ອັນ​ກ້ວາງ​ໃຫຍ່​ຂອງ​ໂຕ​ເມືອງ ​ແລະ​ໝູ່​ບ້ານ​ຫລາຍໆ​ແຫ່ງ ​ຫັກ​ພັງ​ລົງ​ ຈໍາໜ້າດິນ​. ​

ນາຍົກລັດຖະມົນຕີ​ຈີນ ທ່ານ Li Keqiang ​ໄດ້​ບິນ​ໄປ​ຍັງ​ຂົງ​ເຂດດັ່ງກ່າວ ​ເພື່ອ​ກໍາກັບ​ເບິ່ງ​ນໍາ​ການ​ດໍາ​ເນີນ​ຄວາມພະ​ຍາ​ຍາມ​ຊ່ວຍ​ເຫ​ລື​ອ.



​ຫ້ອງການ​ວັດ​ແທກແຜ່ນດິນ​ໄຫວ ຂອງແຂວງຊີ​ສວນ ກ່າວ​ວ່າ ​ຄວາມ​ແຮງ​ຂອງແຜ່ນດິນ​
ໄຫວ​ມື້​ນີ້ ​ແມ່​ນ​ 7 ຈຸດຣິກ​ເຕິ້ ​ໃນ​ຂະນະ​ທີ່ຫ້ອງການ​ທໍ​ລະ​ນີວິທະຍາຂອງສະຫະລັດ ບອກ​
ວ່າ 6.6 ຊຶ່ງ​ສາມາດ​ສ້າງ​ຄວາມ ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ໄດ້. ຈຸດ​ໃຈກາງ​ຂອງແຜ່ນດິນ
ໄຫວ ແມ່ນ​ຢູ່​ເລິກ​ ລົງ​ໄປ 12 ກິ​ໂລ​ແມດ.

ອົງການ​ຂ່າວ ຊິນ​ຫົວ ກ່າວ​ວ່າ ​ແຜ່ນດິນ​ໄຫວ​ໄດ້ສັ່ນ​ສະ​ເທືອນຕຶກ​ອ ຄານ​ຢູ່​ໃນ​ເມືອງ​ Chengdu ​ເມືອງຫລວງ​ຂອງແຂວງ ທີ່ຢູ່​ໄກ​ອອກ​ໄປ 115 ກິ​ໂລ​ແມດ ທາງ​ກໍ້າ​ຕາ​ເວັນ​ອອກ.

​ແຜ່ນດິນ​ໄຫວ​ທີ່​ຮ້າຍ​ແຮງບັ້ນ​ນຶ່ງ ​ໄດ້​ສັ່ນ​ສະ​ເທືອນ​ແຂວງ​ຊີ​ສວນ ​ໃນ​ປີ 2008 ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເຖິງ 70,000 ຄົນ.

China Earthquake
please wait
Embed

No media source currently available

0:00 0:00:25 0:00
XS
SM
MD
LG