ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄົນນຶ່ງ ເສຍຊີວິດແລ້ວ ຍ້ອນ ຄວາມວຸ້ນວາຍ ຢູ່ ບັງກລາແດັສ (ສະໄລດ໌)


ພວກນັກເຄື່ອນໄຫວ ພັກ​ຝ່າຍ​ຄ້ານ Jemaat-e-Islami ພາກັນ ທໍາລາຍລົດຄັນນຶ່ງ ຫລັງຈາກໄດ້ຟັງການຕັດສິນເພີ້ມໂທດ ໃຫ້ຜູ້ນຳ ພັກຝ່າຍຄ້ານ.
ພວກນັກເຄື່ອນໄຫວ ພັກ​ຝ່າຍ​ຄ້ານ Jemaat-e-Islami ພາກັນ ທໍາລາຍລົດຄັນນຶ່ງ ຫລັງຈາກໄດ້ຟັງການຕັດສິນເພີ້ມໂທດ ໃຫ້ຜູ້ນຳ ພັກຝ່າຍຄ້ານ.
ມີ​ຄົນ​ນຶ່ງ​ໄດ້​ເສຍ​ຊີວິດ ຫລັງ​ຈາກ​ຖືກ​ກ້ອນ​ຫີນທີ່​ແກວ່ງມາ​ໃສ່ ຢູ່​
ໃນ Bangladesh ​ໃນ​ຂະນະ​ທີ່​ພວກເດີນ​ຂະ​ບວນ​ພາກັນ​ປະ
​ທ້ວງຕໍ່​ການຕັດສິນໂທດ​ປະຫານ​ຊີວິດ ຜູ້​ນໍາ​ຂັ້ນ​ສູງ​ຂອງ​ພັກອິສ
ລາມ ​ໃນ​ຂໍ້​ຫາ​ກໍ່ອາ​ຊະ​ຍາ​ກໍາ​ສົງຄາມ ​ໃນ​ລະຫວ່າງສົງຄາມ ເພື່ອ
​ຄວາມ​ເປັນເອກ​ກະ ລາດຈາກປາ​ກິ​ສຖານ ຂອງ​ Bangladesh
​ໃນປີ 1971.

ບັນດາ​ຜູ້ສະໜັບສະໜຸນ ທ່ານ Abdul Quader Mollah ຜູ້​ນໍາ
ພັກ​ຝ່າຍ​ຄ້ານ Jemaat-e-Islami ​ໄດ້​ພາກັນ​ໂຮມ​ຊຸມນຸມ​ເດີນ
​ຂະ​ບວນ​ຢູ່​ທີ່​ນະຄອນ​ຫລວງ Dhaka ​ແລະ​ຢູ່​ໃນ​ເມືອງ​ຕ່າງໆ ​
ເພື່ອ​ປະ​ທ້ວງ​ການ​ຕັດສິນຂອງ​ສານ​ສູງ​ສຸດ ​ໃນ​ວັນ​ອັງຄານ​ວານ​
ນີ້ ​ທີ່​ໄດ້ເພີ້​ມ​ໂທດ ຈາກ​ຕິດຄຸ​ກຕະຫລອດ​ຊີວິດ ​ມາເປັນ​ປະຫານ
​ຊີວິດ.

​ບັນດາໂຮງຮຽນ​ ​ແລະ​ທຸລະ​ກິດຕ່າງໆ ໄດ້​ປິດ​ລົງ ​ແລະ​ການ​ຮັກສາ​ຄວາມ​ປອດ​ໄພໄດ້ມີ​ເພີ້ມຂຶ້ນຢູ່​ທີ່​ນະຄອນ​ຫລວງ ​ໃນ​ຂະນະ​ທີ່​ພວກ​ປະ​ທ້ວງ​ ເຕົ້າ​ໂຮມ​ກັນແກ​ວ່ງ ກ້ອນ​ຫີນ ​ແລະ​ລະ​ເບີດ​ທີ່​ເຮັດ​ດ້ວຍ​ຕົນ​ເອງ​ໃສ່​ຕໍາຫລວດ ​ແລະ​ມີການ​ຮຽກຮ້ອງນັດຢຸດ​ງາ​ນ​ໃນທົ່ວ​ປະ​ເທດ ​ໂດຍ​ພັກຂອງ​ທ່ານ Mollah.

ໃນ​ວັນ​ອັງຄານ​ວານ​ນີ້ ສານ​ສູງ​ສຸດ Bangladesh ​ໄດ້​ເພີ້​ມ​ໂທດຕໍ່​ທ່ານ​ Mollah ຂຶ້ນ​ເປັນປະຫານ​ຊີວິດ​ໃນຄວາມ​ຜິດກໍ່​ໂທດ​ກຳຕ້ານ​ມະນຸດຊາດ ຫລັງ​ຈາກ​ການ​ຕັດສິນ​ກ່ອນ​ໜ້ານີ້ ຂອງສານ​ອາຊະຍະ​ກໍາ​ສົງຄາ​ມ ທີ່​ເຫັນ​ວ່າ​ເປັນ​ກາ​ນຜ່ອນຜັນຈົນ​ເກີນ​ໄປ.

ພັກ​ສັນນິບາດ Awami ຊຶ່ງ​ເປັນ​ພັກ​ລັດຖະບາ​ນ ແມ່ນ​ຍິນ​ດີ​ກັບ​ການ​ຕັດ​ສິນ​ຂອງ​ສານ.
ຄະດີ​ດັ່ງກ່າວນີ້ ໄດ້​ກາຍ​ເປັນ​ບັນຫາ ​ທີ່​ມີ​ການ​ຜິດຂ້ອງຕ້ອງຖຽງ​ກັນຢູ່​ເລື້ອຍໆ. ​ມີ​ການ​ປະ​ທ້ວງ​ລະ​ເບີດຂຶ້ນ ຫຼັງ​ຈາກ​ໄດ້​ມີ​ການ​ຕັດສິນ​ໂທດ ​ໃນຂັ້ນຕົ້ນ ​ເມື່ອເດືອນມັງກອນ​ທີ່​ຜ່ານ​ມາ​ ຊຶ່ງ​ພາ​ໃຫ້​ທາງ​ສະພາແຫ່ງ​ຊາດ​ ຕ້ອງ​ໄດ້​ດັດ​ແປງ​ແກ້​ໄຂກົດໝາຍ ​ວ່າ​ດ້ວຍອາ
ຊະຍາ​ກຳ​ສົງຄາມ​ໃໝ່.

ກົດໝາຍ​ດັ່ງກ່າວ​ນີ້ ຊຶ່ງ​ໃນປະຈຸ​ບັນ​ ອະນຸຍາດ​ໃຫ້​ລັດຖະບານ​ຂໍ ອຸທອນ​ໄດ້ ຕໍ່​ການ​ຕັດ
ສິນ​ໂທດ​ໃດໆ​ກໍ​ຕາມທີ່​ເຫັນ​ວ່າ​ເປັນ​ການ​ບໍ່​ພຽງພໍ ຫລື​ບໍ່ເໝາະ​ສົມ​ເທົ່າ​ທີ່​ຄວນ​.

ພວກ​ສະໜັບສະໜຸນ​ທ່ານ Mollah ​ເວົ້າວ່າ ຄຳ​ຕັດສິນ​ຕໍ່​ທ່ານ​ນັ້ນ ມີ ຈຸດປະສົງ​ທາງ​ດ້ານ​ການ​ເມືອງ.

​ມີ​ຫຼາຍ​ກວ່າ 100 ຄົນ​ ​ເສຍ​ຊີວິດ ​ໃນ​ການ​ປະ​ທ້ວງ​ ​ແລະ​ການໂຮມ​ຊຸມ ນຸມຕໍ່ຕ້ານ​ການ​ປະ​ທ້ວງ ທີ່​ເລີ້ມມາ​ແຕ່​ເດືອນ​ມັງກອນ ​ເວລາ​ສານ​ອາຊະ ຍາ​ກຳ​ສົງຄາມ ​ໄດ້​ອອກ​ຄຳ​ຕັດສິນ​ຕໍ່​ບັນດາ​ຜູ້​ຕ້ອງ​ສົງ​ໄສ.

XS
SM
MD
LG