ບັນດາເຈົ້າໜ້າທີ່ໄທກ່າວວ່າ ມີຄົນນຶ່ງເສຍຊີວິດ ແລະ 23
ຄົນໄດ້ຮັບບາດເຈັບ ຍ້ອນແຜ່ນດິນໄຫວ ທີ່ມີຄວາມແຮງ
6.0 ທີ່ໄດ້ສັ່ນສະເທືອນພາກເໜືອຂອງໄທ ໃນວັນຈັນວານນີ້.
ພວກເຈົ້າໜ້າທີ່ ກ່າວໃນວັນອັງຄານມື້ນີ້ວ່າ ຜູ້ຍິງອາຍຸ 83 ປີ
ຄົນນຶ່ງ ໄດ້ເສຍຊີ ວິດ ເວລາຝາເຮືອນຂອງລາວໄດ້ລົ້ມທັບທີ່
ຈັງຫວັດຊຽງຣາຍ ໃກ້ກັບຈຸດສູນກາງ ຂອງແຜ່ນດິນໄຫວ.
ນອກນັ້ນແລ້ວ ຍັງມີຄວາມເສຍຫາຍຢ່າງກວ້າງຂວາງ ຕໍ່ບ້ານເຮືອນ ໂຮງໝໍ ວັດ ແລະຕຶກອາຄານຕ່າງໆ ໃນຂົງເຂດດັ່ງກ່າວ ທີ່ຕັ້ງຢູ່ໃກ້ໆກັບຊາຍແດນມຽນມາ ແລະລາວ.
ວັດຣ່ອງຂຸນ ຊຶ່ງເປັນທີ່ຮູ້ກັນດີ ສຳລັບພວກນັກທ່ອງທ່ຽວວ່າ ວັດຂາວ ໄດ້ຮັບຄວາມ
ເສຍຫາຍຢ່າງໜັກ. ຢູ່ທີ່ວັດອີກແຫ່ງນຶ່ງນັ້ນ ສຽນຂອງພະພຸດທະຮູບໄດ້ ຫັກລົງມາ.
ແຜ່ນດິນໄຫວຄັ້ງນີ້ ແລະຄວາມສັ່ນສະເທືອນທີ່ຕິດຕາມມາ ແມ່ນເປັນນຶ່ງໃນ ບັນດາ
ແຜ່ນດິນໄຫວທີ່ມີຄວາມແຮງສຸດທີ່ໄດ້ຖະຫລົ່ມປະເທດໄທ ເທົ່າທີ່ເຄີຍ ຈົດບັນທຶກ
ມາ ໃນປະຫວັດສາດ.
ແຜ່ນດິນໄຫວດັ່ງກ່າວນີ້ ເກີດຢູ່ເລິກລົງໄປ ຈາກໜ້າດິນ 7.4 ກິໂລແມັດ ແລະ ສັ່ນ
ສະເທືອນໄປເຖິງບາງກອກ ແລະນະຄອນຢ່າງກຸ້ງ ຂອງມຽນມາ.