ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂີດໝາຍຄົບຮອບນຶ່ງປີ ຂອງກໍລະນີທຳອິດ ຢູ່ບຣາຊີລ ໃນຂະນະທີ່ ປະເທດດັ່ງກ່າວ ບັນທຶກການເສຍຊີວິດ ຂອງ 250,000 ຄົນ


ຮູບພາບສຸສານ Parque Taruma ທ່າມກາງການລະບາດໄວຣັສ
ໂຄໂຣນາ ໃນເມືອງ ມາໂນສ ລັດອາມາຊອນນັສ ປະເທດບຣາຊີລ ວັນທີ 25 ກຸມພາ 2021.
ຮູບພາບສຸສານ Parque Taruma ທ່າມກາງການລະບາດໄວຣັສ ໂຄໂຣນາ ໃນເມືອງ ມາໂນສ ລັດອາມາຊອນນັສ ປະເທດບຣາຊີລ ວັນທີ 25 ກຸມພາ 2021.

ປະເທດບຣາຊີລ ແມ່ນຄົບຮອບຂີດໝາຍນຶ່ງປີ ນັບແຕ່ໄດ້ມີການຢືນຢັນກໍລະນີ ທຳອິດ
ຂອງໄວຣັສໂຄໂຣນາ ໃນວັນພະຫັດວານນີ້່ ຊຶ່ງເປັນວັນດຽວກັນ ກັບທີ່ ປະເທດດັ່ງກ່າວ
ໄດ້ບັນທຶກການເສຍຊີວິດຂອງ 250,000 ຄົນ ຍ້ອນໄວຣັສໂຄ ໂຣນາ.

ສະເລ່ຍແລ້ວປະເທດບຣາຊີລມີການຕາຍປະມານ 1,000 ຄົນຕໍ່ມື້ຍ້ອນໂຄວິດ-19 ຫວ່າງ
ບໍ່ເທົ່າໃດອາທິດທີ່ຜ່ານມາ ຄ້າຍຄືກັນກັບຈຳນວນສູງສຸດຂອງໄວຣັສ ຢູ່ໃນປະເທດດັ່ງກ່າວ
ເມື່ອເດືອນກໍລະກົດປີກາຍນີ້ ອີງຕາມສະຖິຕິຈາກກະຊວງ ສາທາລະນະສຸກຂອງບຣາຊີລ.

ປະທານາທິບໍດີແຈຣ ບອລໂຊນາໂຣ ຜູ້ໄດ້ລົ້ມປ່ວຍຍ້ອນໂຄວິດ-19 ປີກາຍນີ້ ບໍ່ໄດ້ໃຫ້
ຄວາມສົນໃຈຕໍ່ຄວາມຮ້າຍແຮງຂອງໄວຣັສ ແລະໄດ້ກ່າວຢ່າງເປີດເຜີຍ ວ່າທ່ານຈະບໍ່
ສັກຢາວັກຊີນອີກດ້ວຍ. ບຣາຊີລມີຫຼາຍກວ່າ 10 ລ້ານກໍລະນີ ທີ່ ໄດ້ຮັບການຢືນຢັນ
ຂອງໂຄວິດ-19 ຊຶ່ງເປັນພະຍາດ ທີ່ມາຈາກເຊື້ອໄວຣັສໂຄໂຣນາ, ອີງຕາມສູນກາງ
ໄວຣັສໂຄໂຣນາ ມະຫາວິທະນາໄລຈອນສ໌ ຮັອບກິນສ໌. ບຣາຊີລແມ່ນຕິດອັນດັບສອງ
ຂອງອັດຕາການຕາຍສູງສຸດຢູ່ໃນໂລກຫຼັງຈາກສະ ຫະລັດ.

ປະມານຫ້າອາທິດຫຼັງຈາກມີການສັກຢາວັກຊີນກັນໄວຣັສໄດ້ເລີ້ມຂຶ້ນຢູ່ໃນບຣາຊີລແລ້ວ
ປະເທດດັ່ງກ່າວໄດ້ສັກຢາວັກຊີນປະມານ 3.6 ເປີເຊັນ ໃຫ້ແກ່່ປະຊາຊົນຂອງຕົນ ອີງຕາມ
ອົງການເກັບຂໍ້ມູນໂລກຂອງເຮົາ (Our World in Data) ຊຶ່ງເປັນເວັບໄຊການຄົ້ນຄວ້າ.

ນອກຈາກນັ້ນໃນວັນພະຫັດວານນີ້ ອົງການສະຫະປະຊາດກອງທຶນເດັກນ້ອຍ (UNICEF)
ໄດ້ປະກາດວ່າ ບ່ອນຜະລິດ COVAX ສຳລັບວັກຊີນກັນໄວຣັສໂຄໂຣນາ ໃນບໍ່ຊ້ານີ້ຈະ
ເຂົ້່າຫາ 170 ລ້ານໂດສ ຂອງຢາວັກຊີນອາສຕຣາເຊເນກາ.

ບ່ອນຜະລິດ COVAX ແນໃສ່ການຄໍ້າປະກັນຢ່າງໜ້ອຍ 2,000 ລ້ານໂດສ ຂອງຢາ
ວັກຊີນມີໄວ້ໃຫ້ແກ່ບັນດາ 85 ປະເທດທີ່ທຸກຈົນຂອງໂລກ. ອົງການ ກອງທຶນເດັກກ່າວ
ໃນວັນພະຫັດວານນີ້ວ່າ ການນໍາສົ່ງຢາວັກຊີນຈະເລີ້ມຂຶ້ນໃນ ໄຕມາດທີສີ່ຂອງປີ 2021.

ບໍລິສັດຜະລິດຢາວັກຊີນສອງບໍລິສັດ ສະຖາບັນຟາຍເຊີ ແລະເຊີຣໍາ ຂອງອິນເດຍກຳລັງ
ສະໜອງຢາວັກຊີນໃຫ້ແກ່ອົງການ COVAX ເພື່ອນຳໄປແຈກຢາຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG