ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະສູ້ກັບ ການາດາ ໃນການຕີຄີ ນໍ້າກ້ອນ ເພດຊາຍ ທີ່ Sochi ມື້ນີ້ (ສະໄລດ໌)


ນາງ Laura Fortino (ເສື້ອແດງ) ຂອງທີມການາດາ ຖືກສອກ ນາງ Jocelyne Lamoureux ຈາກທີມສະຫະລັດ ໃນການແຂ່ງຂັນ ຊິງຫລຽນຄຳຕີຄີນໍ້າກ້ອນແມ່ຍິງ ຊ່ວງເວລາທີ 3
(20 ກຸມພາ 2014)
ນາງ Laura Fortino (ເສື້ອແດງ) ຂອງທີມການາດາ ຖືກສອກ ນາງ Jocelyne Lamoureux ຈາກທີມສະຫະລັດ ໃນການແຂ່ງຂັນ ຊິງຫລຽນຄຳຕີຄີນໍ້າກ້ອນແມ່ຍິງ ຊ່ວງເວລາທີ 3 (20 ກຸມພາ 2014)
ທີມສະຫະລັດ ແລະການາດາ ຈະຟື້ນຟູການເປັນຄູ່ແຂ່ງເທິງນໍ້າ
ກ້ອນຂອງພວກເຂົາເຈົ້າອີກຄັ້ງນຶ່ງໃນວັນສຸກມື້ນີ້ ໃນການຕີຄີນໍ້າ
ກ້ອນຫລື ice hockey ປະເພດຊາຍ ຮອບຮອງຊະນະເລີດ ໃນ ການແຂ່ງຂັນກິລາໂອລິມປິກລະດູໜາວທີ່ເມືອງ Sochi ປະເທດ
ຣັດເຊຍ.

ທີມຕີຄີນໍ້າກ້ອນຜູ້ຊາຍການາດາ ໄດ້ຊະນະຫລຽນຄຳ 2 ຄັ້ງ ໃນ
ການແຂ່ງຂັນກິລາໂອລິມປິກ 3 ຄັ້ງຜ່ານມາ ຮວມທັງເອົາຊະນະ
ສະຫະລັດໃນປີ 2010 ທີ່ນະຄອນ Vancouver ປະເທດການາ
ດາ. ໃນມື້ວັນພະຫັດວານນີ້ ທີມຕີຄີນໍ້າກ້ອນແມ່ຍິງສະຫະລັດກໍ
ໄດ້ສູ້ກັບທີມການາດາ ເພື່ອຊິງເອົາຫລຽນຄຳ ຊຶ່ງປະກົດວ່າ ກາ
ນາດາໄດ້ຊະນະ 3 ຕໍ່ 2 ໃນການຕໍ່ເວລາ.



ສ່ວນການແຂ່ງຂັນຕີຄີນໍ້າກ້ອນຮອບຮອງຊະນະເລີດອີກຄູ່ນຶ່ງນັ້ນ ແມ່ນທີມສະວີເດັນຈະສູ້ ກັບຟິນແລນ ຊຶ່ງເປັນການສູ້ກັນຄືນ ໃນການແຂ່ງຂັນກິລາໂອລິມປິກທີ່ ເມືອງ Turin ໃນປີ 2006 ທີ່ທີມສະວີເດັນ ຊະນະຫລຽນຄຳ. ທີມຂອງປະເທດປະເທດທັງສອງ ຍັງໄດ້ສູ້ກັນ 4
ເທື່ອ ເພື່ອຍາດເອົາແຊມປ້ຽນໂລກ ໂດຍທີ່ແຕ່ລະຝ່າຍຕ່າງກໍຊະນະ 2 ຄັ້ງ.

ໃນການແຂ່ງຂັນອື່ນໆນັ້ນນັກແລ່ນສະກີສະໂລເວເນຍ ນາງ Tina Maze ພວມຊອກຫາ ຊ່ອງທາງຍາດເອົາຫຼຽນຄຳອັນທີ 3 ໃນການແຂ່ງແລ່ນສະກີ slalom ທີ່ເມືອງ Sochi ໃນ
ມື້ນີ້. ນັກແລ່ນສະກີອາເມຣິກັນ Mikaela Siffrin ກໍຮວມຢູ່ໃນບັນດາຜູ້ທີ່ຄາດວ່າຈະເປັນ ຜູ້ຊະນະນັ້ນ.

ຫລັງຈາກການແຂ່ງຂັນກິລາປະເພດຕ່າງໆໃນວັນພະຫັດວານນີ້ແລ້ວ ສະຫະລັດແມ່ນນຳ
ໜ້າໝູ່ ໂດຍໄດ້ຮັບຫລຽນທັງໝົດ 25 ຫລຽນ ຕິດຕາມໂດຍຣັດເຊຍ 23 ຫລຽນ ເນທີແລນ
22 ຫລຽນ ນໍເວ 21 ຫລຽນ ແລະການາດາ 20 ຫລຽນ. ໃນເລື່ອງຫລຽນຄຳນັ້ນນໍເວນໍາໜ້າ
ໝູ່ ໂດຍໄດ້ຮັບທັງໝົດ 10 ຫລຽນ ຕິດຕາມໂດຍ ສະຫະລັດແລະເຢຍຣະມັນ ຊຶ່ງໄດ້ຮັບປະ ເທດລະ 8 ຫລຽນ.

XS
SM
MD
LG