ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທວນໄຟ ໂອລິມປິກ ຖືກນຳ ອອກໄປຍ່າງ ໃນ ອະວະກາດ (ວີດີໂອ)


Olympic Torch Spacewalk
please wait

No media source currently available

0:00 0:01:32 0:00
ລິງໂດຍກົງ

ນັກ​​ເຫາະ​ຈັກກະວານ​ຊາວຣັດ​ເຊຍ​ສອງ​ຄົນ

ນັກເຫາະ​ຈັກກະວານ​ຊາວຣັດ​ເຊຍ​ສອງ​ຄົນ ​ໄດ້ເອົາທວນ​ໄຟໂອ​ລິ​ມປິກ ສໍາລັບ​ການ​ແຂ່ງຂັນກິລາໂອ​ລິ​ມປິກ​ປີໜ້າ​ນີ້ ທີ່​ເມືອງ Sochi ປະ​ເທດຣັດ​ເຊຍ ​ອອກ​ໄປຍ່າງ​ໃນອະ ວະ​ກາດ​ ຢ່າງເປັນ​ປະຫວັດ​ການ ​ເມື່ອ​ວັນ​ເສົາ​ວານ​ນີ້.

ລາຍການ​ທີ​ວີ ຖ່າຍ​ທອດ​ສົດ​ຂອງ​ອົງການ NASA ສະ​ແດງ​ຮູບ​ຂອງ​ນັກ ​ເຫາະ​ຈັກກະ ວານຣັດ​ເຊຍ​ສອງ​ຄົນ ຄື Oleg Kotov ​ແ​ລະ Sergei Ryazansky ທີ່​ກໍາລັງ​ຖື​ທວນ​ໄຟ​ໂອ​ລິ​ມປິກ ທີ່​ບໍ່​ໄດ້​ຈຸດ​ໄຟ ອອກ​ຈາກ​ປະ​ຕູ​ສະຖານີອາ​ວະ​ກາດນາໆ​ຊາດ ​ແລະ​ອອກ​ໄປ​ຍ່າງ​ຢູ່​ໃນ​ອະ​ວະ​ກາດ.

ນັກເຫາະ​ຈັກກກະ​ວານ​ທັງ​ສອງ ຜັດປ່ຽນ​ກັນ​ຖື​ທວນ​ໄຟ ​ແລະ​ຖ່າຍຮູບ​ໄວ້.

ນັບ​ວ່າ​ເປັນ​ເທື່ອ​ທໍາ​ອິດ ທີ່​ທວນ​ໄຟໂອ​ລິ​ມປິກ ໄດ້​ມີ​ໂອກາດ ​ຖື​ອອກ​ໄປ ນອກ​ຍານ​ອາ​ວະ​ກາດ ຊຶ່ງ​ຜ່ານ​ມາ ທວນ​ໄຟ​ໂອ​ລິ​ມປິກ​ນີ້ ​ເຄີຍ​ໄດ້​ນໍາ​ໄປ ​ໃນ​ຍານ​ອາ​ວະ​ກາດ Atlantis ຂອງ​ສະຫະລັດ ສໍາລັບການ​ແຂ່ງຂັນ​ກິລາ​ໂອ​ລິ​ມປີກ ທີ່ລັດ Atlanta ​ເມື່ອ​ປີ 1996​.

ທວນ​ໄຟ​ນີ້ ​ໄດ້​ຖືກ​ສົ່ງຂຶ້ນ​ໄປເທິງ​ອະ​ວະ​ກາດ​ເມື່ອ​ວັນ​ພະຫັດ​ຜ່ານ​ມາ ຈາກ​ຖານ​ສົ່ງ​ຍານ ອະ​ວະ​ກາດ Baikonur ທີ່​ຄວບ​ຄຸມ​ໂດຍຣັດ​ເຊຍ ​ໃນ​ປະ​ເທດ Kazakhstan ​ແລະ​ຈະ​ກັບ​ຄືນ​ສູ່​ໂລກ​ພ້ອມ​ກັບ​ນັກ​ບິນ​ອະ​ວະ​ກາດ​ສາມ​ຄົນ ​ໃນ​ວັນ​ຈັນ​ ມື້ອື່ນນີ້.

ທວນ​ໄຟ​ດັ່ງກ່າວ​ນີ້ ຈະ​ໃຊ້​ເປັນ​ທວນ​ຈູດ​ໄຟ​ໂອ​ລິ​ມປິກ ​ເວລາເປີດ​ພິທີ​ແຂ່ງ​ຂັນ​ກິລາ​ໂອ​ລິ​ມປິກ​ ທີ່​ເມືອງ Sochi ຂອງຣັດ​ເຊຍ ​ເມື່ອວັນ​ທີ 7 ​ເດືອນ​ກຸມພາ​ປີໜ້າ​ນີ້.
XS
SM
MD
LG