ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົ້ນພົບ ຊາກກະໂຫລກຫົວ ສະໄໝດືກດໍາບັນ ຢູ່ໃນ ສປປ ລາວ


ແຜນທີ່ປະເທດລາວ ບ່ອນທີ່ມີການຄົ້ນພົບຊາກກະໂຫລກຫົວມະນຸດ ທີ່ເກົ່າແກ່ທີ່ສຸດ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້.
ແຜນທີ່ປະເທດລາວ ບ່ອນທີ່ມີການຄົ້ນພົບຊາກກະໂຫລກຫົວມະນຸດ ທີ່ເກົ່າແກ່ທີ່ສຸດ ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້.
ມີ​ການຄົ້ນ​ພົບຊິ້ນສ່ວນ​ຊາກກະ​ໂຫຼກຫົວສະ​ໄໝ​ດຶກດຳ​ບັນ​ຢູ່ ສປປ
ລາວ.

ຊິ້ນສ່ວນ​ຊາກກະ​ໂຫຼກຫົວສະ​ໄໝ​ດຶກດຳ​ບັນ​ ທີ່ຄົ້ນ​ພົບຢູ່​ໃນ​ຖໍ້າ​ແຫ່ງ​
ນຶ່ງໃນ​ພາກ​ເໜືອ​ຂອງ​ລາວ ແມ່ນເປັນ​ຊາກ​ກະດູກຂອງ​ມະ​ນຸດຍຸກ​
ໃໝ່​ທີ່​ເກົ່າ​ແກ່​ທີ່​ສຸດ​ ເທົ່າທີ່​ເຄີຍ​ພົ​ບ​ເຫັນ​ມາໃນ​ເຂດ​ເອ​ເຊຍ​ຕາ​ເວັນ​
ອອກສຽງ​ໃຕ້ ອີງ​ຕາມ​ລາຍ​ງານ​ການຄົ້ນຄວ້າ ເມື່ອ​ໄວໆ​ມານີ້.

ລາຍ​ງານ​ທີ່​ພິມ​ເຜີຍ​ແຜ່​ໂດຍວາລະສານການ​ປະຕິບັດ​ງານ​ຂອງ​ສະ​
ຖາ​ບັນວິທະຍາສາດ​ແຫ່ງ​ຊາດ ຫຼື Proceeding of the National
Academy of Sciences ທີ່​ອອກ​ໃນ​ວັນ​ທີ 20 ສິງຫາ​ນີ້ ​ແຈ້ງວ່າ
ກະ​ໂຫຼກຫົວຊຶ່ງມີ​ອາຍຸ​ລະຫວ່າງ 46 ຫາ 63 ພັນ​ປີ ​ໄດ້​ຖືກ​ຄົ້ນພົບ​
ໃນຖໍ້າ​ແຫ່ງ​ນຶ່ງ​ ຂອງ​ສາຍພູ​ແດນແກວ​ໃນ​ພາກ​ເໜືອ​ຂອງ​ລາວ​ໃນ
​ປີ 2009 ​ໂດຍ​ຄະນະຄົ້ນຄວ້າ​ກ່ຽວ​ກັບ​ຊາກ​ພືດ ​ແລະ​ສັດສະໄໝດຶກ​ດຳ​ບັນ ພາຍໃຕ້ການນຳ
ພາຂອງນາງ Laura Schakelford ນັກ​ມະນຸດ​ວິທະຍາ​ຈາກ​ມະຫາວິທະຍາ​ໄລ Illinois ທີ່​ເມືອງ Urbana-Champaign ​ແລະ​ທ່ານ Fabrice Demeter ຈາກຫໍພິພິດທະພັນແຫ່ງ
ຊາດ ດ້ານ​ປະຫວັດສາດ​ທຳ​ມະ​ຊາດ​ ທີ່​ກຸງ​ປາຣີ.

ລາຍ​ງານ​ເວົ້າວ່າ ບໍ່​ໄດ້​ມີ​ການ​ພົບ​ເຫັນເຄື່ອງມື​ອື່ນ​ທີ່​ມະນຸດ​ເຮັດ​ຂຶ້ນ ພ້ອມ​ກັບ​ກະໂຫຼກຫົວດັ່ງ
ກ່າວ ​ແຕ່​ການກວດ​ພິສູດອາຍຸດິນ​ໂດຍ​ເຄື່ອງ​ແທກ radiocarbon ບ່ອນທີ່​ຄົ້ນພົບຫົວ​ກະໂ​ຫຼກ ​
ແລະ​ການ​ກວດອາຍຸ​ກະ​ໂຫຼກຫົວ​ ໂດຍ​ເຄື່ອງ​ແທກ uranium-thorium ສະ​ແດງ​ໃຫ້​ເຫັນ​ວ່າ ມັນ​ເປັນ​ກະ​ໂຫຼກຫົວ​ຂອງ​ມະນຸດ​ຍຸກ​ໃໝ່ທີ່​ເກົ່າ​ແກ່​ທີ່​ສຸດ ​ເທົ່າ​ທີ່​ເຄີຍ​ພົບ​ເຫັນ​ມາ​ ໃນ​ເຂດ​ເອ​ເຊຍ.

ລາຍ​ງານ​ເວົ້າວ່າ ຊາກ​ກະ​ໂຫຼກ​ດັ່ງກ່າວອາດ​ເປັນ​ຂອງ​ມະນຸດ​ຈຸ​ທຳ​ອິດ​ທີ່​ອົບ​ພະຍົບ ຈາກ​ແຜ່ນດິນ​ໃຫຍ່​ເອ​ເຊຍ​ໄປ​ຍັງ​ອອສ​ເຕຣ​ເລຍ. ແນ່ນອນຜູ້ກ່ຽວບໍ່ໄດ້ໄປຮອດ ອອສເຕຣເລຍ ແຕ່ກຳນົດເວລາແລະລັກສະນະຂອງຫົວກະໂຫຼກນີ້ ແມ່ນຄ້າຍຄື ກັນກັບ ຂອງມະນຸດຍຸກ
ໃໝ່ທີ່ພົບເຫັນຢູ່ອອສເຕຣເລຍ.

ການຄົ້ນພົບ​ທີ່​ວ່າ​ນີ້ ​ຍັງສະແດງໃຫ້ເຫັນວ່າ ມະນຸດໃນຍຸກຕົ້ນໆ​ໄດ້ອົບພະຍົບເລິກ ເຂົ້າໄປ
ໃນເຂດໃຈກາງຂອງເອເຊຍ ບໍ່ແມ່ນແຕ່ເລາະໄປຕາມແຄມຝັ່ງທະເລທໍ່​ນັ້ນ ຂະນະທີ່ພວກ
ເຂົາເຈົ້າ ເດີນທາງໄປຍັງເກາະດອນຕ່າງໆ ໃນເຂດເອເຊຍຕາເວັນອອກສຽງໃຕ້ ແລະໄປ
ເຖິງອອສເຕຣເລຍໃນທີ່ສຸດນັ້ນ.

​ກະໂຫຼກຫົວນີ້ແມ່ນຫຼັກຖານທີ່ສະແດງໃຫ້ເຫັນວ່າ ມະນຸດໄດ້ອົບພະຍົບເຂົ້າໄປໃນເຂດ
ເອເຊຍ ແລະໄກໄປ​ກວ່ານັ້ນ ໄວກວ່າທີ່​ຫຼັກຖານ​ໃນ​ເມື່ອ​ກ່ອນ ສະເໜີແນະໃຫ້ເຫັນ.

ກ່ຽວຂ້ອງກັນ

XS
SM
MD
LG