ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

OJ Simpson ຖືກປ່ອຍຕົວ ອອກຈາກຄຸກ ຫລັງຈາກ 9 ປີ


O.J. Simpson ເຂົ້າຣັບຟັງເງື່ອນໄຂ ໃນການປ່ອຍຕົວອອກ
ຈາກຄຸກ ທີ່ສູນດັດສ້າງ Lovelock, ລັດ ເນວາດາ, 20 ກໍລະກົດ, 2017.
O.J. Simpson ເຂົ້າຣັບຟັງເງື່ອນໄຂ ໃນການປ່ອຍຕົວອອກ ຈາກຄຸກ ທີ່ສູນດັດສ້າງ Lovelock, ລັດ ເນວາດາ, 20 ກໍລະກົດ, 2017.

ອະດີດນັກຟຸດບອລອາເມຣິກັນ ທີ່ມີຊື່ສຽງທ້າວ O.J Simpson ໄດ້ຖືກປ່ອຍຕົວອອກ
ຈາກຄຸກໃນລັດ Nevada ແລ້ວ.

ໂຄສົກຄຸກລັດ Nevada ກ່າວວ່າທ້າວ O.J Simpson ໄດ້ຖືກປ່ອຍຕົວບໍ່ດົນ ຫຼັງຈາກ
ທ່ຽງຄືນຂອງວັນອາທິດມື້ນີ້ ຈາກສູນດັດສ້າງ Lovelock ໃນເຂດພາກເໜືອ ຂອງລັດ
ດັ່ງກ່າວ. ຜູ້ກ່ຽວຕ້ອງໄດ້ປະຕັດບັດເງື່ອນໄຂທີ່ຖືກຊີ້ນຳໃຫ້ ເປັນເວລາ 5 ປີ.

ທ້າວ O.J Simpson ໄດ້ຖືກຂັງຄຸກເປັນເວລາ 9 ປີ ສຳລັບຂໍ້ກ່າວຫາ ກ່ຽວກັບ ການໃຊ້
ອາວຸດປຸ້ນສະດົມ ແລະ ລັກພາຕົວ, ລຸນຫຼັງການປະເຊີນໜ້າຂອງລາວເອງ ກັບ ພໍຄ້າ
ຂອງສະສົມ ທີ່ໂຮງແຮມໃນເມືອງ Las Vegas ເມື່ອປີ 2008. ຜູ້ກ່ຽວໄດ້ຖືກສັ່ງໃຫ້ຕິດ
ຄຸກເຖິງ 33 ປີ, ແຕ່ຄະນະກຳມະການຝາກໂທດຂອງລັດ ໄດ້ຕັດສິນໃນຕົ້ນເດືອນນີ້ວ່າ
ລາວອາດຖືກປ່ອຍຕົວໄດ້ໃນວັນທີ 1 ເດືອນຕຸລາ.

ອະດີດນັກກິລາ ຟຸດບອລອາເມຣິກັນ ອາຍຸ 70 ປີຄົນນີ້ ໄດ້ຖືກຕັດສິນພົ້ນໂທດໃນປີ
1995 ໃນຂໍ້ກ່າວຫາ ການຄາດຕະກຳ ທີ່ໄດ້ເກີດຂຶ້ນຈາກການແທງອະດີດພັນລະຍາຂອງ
ລາວ ນາງ Nicole Brown Simpson ກັບ ໝູ່ຂອງລາວ ທ້າວ Ronald Goldman
ຕາຍໃນປີກ່ອນໜ້ານັ້ນ. ຕໍ່ມາທ້າວ O.J Simpson ກໍໄດ້ເສຍໄຊໃນການຮ້ອງຟ້ອງໃນ
ຄະດີແຜ່ງ ທີ່ຖືກຟ້ອງໂດຍຄອບຄົວຂອງທ້າວ Goldman, ລາວໄດ້ຖືກຕັດສິນໃຫ້ຮັບຜິດ
ຊອບສຳລັບການຂ້າຄົນ ແລະ ຖືກສັ່ງໃຫ້ຈ່າຍເງິນໃຫ້ແກ່ບັນດາຍາດຕິພີ່ນ້ອງຫຼາຍສິບ
ລ້ານໂດລາ. ເປັນຈຳນວນເງິນທີ່ໄດ້ເພີ່ມສູງຂຶ້ນຫຼາຍກວ່າ 65 ລ້ານໂດລານັບຕັ້ງແຕ່ນັ້ນມາ, ລວມທັງດອກເບ້ຍນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG