ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ກັນຍາ ໒໐໒໓

ນ້ຳມັນ ກາຍເປັນລະຫັດ ຂອງອະທິປະໄຕ ຢູ່ ທະເລຈີນໃຕ້ ທີ່ມີການຂັດແຍ້ງ


ກຳປັ່ນຈາກໜ່ວຍາມຝັ່ງຈີນ ພວມແລ່ນຢູ່ໃກ້ໆ ຖານເຈາະນ້ຳມັນ Haiyang Shi You 981 ໃນທະເລຈີນໃຕ້ ປະມານ 210 ຫຼັກກິໂລແມັດ ຫ່າງຈາກແຄມຝັ່ງຫວຽດນາມ.

ການ​ຊອກ​ຄົ້ນຫາ​ນ້ຳມັນ​ແລະ​ແກັສທຳ​ມະ​ຊາດແມ່ນ​ຖືກ​ເບິ່ງ​ກັນ​ວ່າ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຜັກ​ດັນ​ໃຫ້​ມີ​ການ​ອ້າງ​ເອົາ​ກຳມະສິດ​ແຂ່ງ​ກັນ ​ໃນ​ທະ​ເລ​ຈີນ​ໃຕ້ ​ໂດຍ​ທີ່​ຫລາຍໆ​ປະ​ເທດ ​ຢູ່​ໃນ​ຂົງ​ເຂດ ປັດຈຸບັນ​ນີ້ ​ແມ່ນ​ກາງ​ຕໍ່​ການ​ນຳ​ເຂົ້າ​ເຊື້ອ​ໄຟ ​ຈາກ​ຕ່າງປະ​ເທດ​ນັ້ນ.

​ມາເຖິງເວລາ​ນີ້​ຍັງ​ບໍ່​ມີ​ປະ​ເທດ​ໃດ​ເທື່ອ​ທຳ​ການຄົ້ນພົບ​ແຫຼ່ງນ້ຳມັນ​ຫຼື​ແກັສທຳ​ມະ​ຊາດຢູ່​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ​ທີ່​ມີ​ຄວາມ​ກວ້າງ 3 ລ້ານ 5 ​ແສນ​ກິ​ໂລ​ແມັດ​ມົນທົນ ທີ່​ເນັ່ງ​ແຕ່ໄຕ້​ຫວັນ ລົງ​ໄປຫາ​ສິງກະ​ໂປ ​ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ຊອກ​ຄົ້ນຫາ ​ມາ​ແຕ່​ປີ 1970 ພຸ້ນ.

ພາບຖ່າຍທາງອາກາດ ຂອງນຶ່ງ ໃນບ່ອນພັກເຊົາ ທີ່ຈີນສ້າງຂຶ້ນ ຢູ່ທີ່ເກາະ Mischief Reef ທີ່ຟີລິບປິນ ອ້າງກຳມະສິດ ໃນເຂດໝູ່ເກາະ Spratly ທະເລຈີນໃຕ້
ພາບຖ່າຍທາງອາກາດ ຂອງນຶ່ງ ໃນບ່ອນພັກເຊົາ ທີ່ຈີນສ້າງຂຶ້ນ ຢູ່ທີ່ເກາະ Mischief Reef ທີ່ຟີລິບປິນ ອ້າງກຳມະສິດ ໃນເຂດໝູ່ເກາະ Spratly ທະເລຈີນໃຕ້

ພວກ​ນັກວິ​ເຄາະ​ທີ່​ຕິດຕາມ​ເບິ່ງ​ບັນຫາ​ຂັດ​ແຍ້​ງ​ໃນທະ​ເລ​ຈີນ​ໃຕ້ຊີ້​ໃຫ້​ເຫັນ​ວ່າ ອະທິປະ​ໄຕ​ຂອງ​ຊາດ​ເປັນ​ເຫດຜົນ​ທີ່​ສຳຄັນ​ສຸດ ທີ່​ປະ​ເທດ​ຕ່າງໆ​ພາກັນ​ສຳ​ຫຼວດຫາ​ນ້ຳມັນ​ແລະ​ແກັສ ທຳ​ມະ​ຊາດ. ບຣູນາຍ ຈີນ ມາ​ເລ​ເຊຍແລະ​ຫວຽດນາມແມ່ນ​ທຳ​ການ​ສຳ​ຫຼວດຊອກ​ຄົ້ນ​ຫາ​ດ້ວຍ​ຕົນ​ເອງ. ສ່ວນ​ຟີ​ລິບ​ປິນ​ໃຫ້​ບໍລິສັດ​ເອກກະຊົນປະມູນ​ການ​ສຳ​ຫຼວດ​ໃນ​ປີ 2014.

“ທະ​ເລ​ຈີນ​ໃຕ້ ບໍ່​ແມ່ນ​ ຊາ​ອຸ​ດີ ອາຣາ​ເບຍ ມັນ​ບໍ່​ອີຣັກ ມັນ​ບໍ່​ແມ່ນ​ ພາກ​ຕາ​ເວັນອອກ​ກາງ” ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Fabrizio Bozzato ຜູ້​ຊ່ວຍ​ນັກຄົ້ນຄວ້າທີ່​ຊ່ຽວຊານ​ເລື້ອງກິດຈະ​ການ​ນາໆ​ຊາດ ທີ່​ມະຫາວິທະຍາ​ໄລ Tamkang ​ຂອງໄຕ້​ຫວັນ. ຈຸດປະສົງ​ຕົ້ນຕໍ​ ຂອງ​ປະ​ເທດ​ທີ່ອ້າງ​ເອົາ​ກຳມະສິດຢູ່​ທີ່​ນັ້ນບໍ່​ແມ່ນເຂົາເຈົ້າຕ້ອງການເຂົ້າ​ເຖິງ​ແຫຼ່ງນ້ຳມັນ​ຫຼື​ແກັສທຳ​ມະ​ຊາດ​ຢູ່​ໃນ​ຂົງ​ເຂດ. ການ​ພັດທະນາ​ຊັບພະຍາກອນ​ນ້ຳມັນ​ ຢູ່​ໃນ​ທະ​ເລ​ຈີນ​ໃຕ້​ ແມ່ນ​ຈະ​ເປັນ​ຊ່ອງ​ທາງ​ນຶ່ງ​ເພື່ອ​ເປັນຫລັກໝາຍເຂດ​ແດນ​ຂອງ​ຕົນ.”

ການຊອກຫາເຊື້ອໄຟທີ່ມາຈາກຊາກພືດແລະສັດ ໄດ້ມີຂຶ້ນໃນເດືອນຕຸລາ ເວລາມະນີລາ ແລະປັກກິ່ງເລີ້ມການຫາລືກ່ຽວກັບການສຳຫຼວດນ້ຳມັນຮ່ວມກັນ ອີງຕາມສື່ມວນຊົນຂອງ ຟີລິບປິນ. ການເຈລະຈາດັ່ງກ່າວ ແມ່ນສ່ວນນຶ່ງໃນການເສີມສ້າງຄວາມສຳພັນຄືນໃໝ່ ທີ່ ໄດ້ຊຸດໂຊມລົງແຕ່ປີ 2012 ເວລາກຳປັ່ນ ຂອງທັງສອງຝ່າຍ ໄດ້ປະເຊີນໜ້າກັນ ຢູ່ທີ່ເກາະ Scarborough ຊຶ່ງຕັ້ງຢູ່ທາງກ້ຳຕາເວັນຕົກຂອງເກາະລູຊອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG