ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສື່ມວນຊົນເທີກີ ສະແດງຮູບພາບຜູ້ຊາຍ ທີ່ສົງໄສວ່າໂຈມຕີ ໃນນະຄອນອິສຕັງບູລ


ຮູບພາບຜູ້ຊາຍຄົນນີ້ບໍ່ບອກເຖິງມື້ ເຊື່ອວ່າເປັນມືປືນ ທີ່ໄດ້ສັງ ຫານຫລາຍສິບຄົນຢູ່ໄນຄລັບ ໃນນະຄອນອິສຕັງບູລ.
ຮູບພາບຜູ້ຊາຍຄົນນີ້ບໍ່ບອກເຖິງມື້ ເຊື່ອວ່າເປັນມືປືນ ທີ່ໄດ້ສັງ ຫານຫລາຍສິບຄົນຢູ່ໄນຄລັບ ໃນນະຄອນອິສຕັງບູລ.

ສື່ມວນ​ຊົນ​ເທີ​ກີ​ໄດ້​ລາຍ​ງານຂ່າວ​ທາງ​ວິ​ດີ​ໂອ ກ່ຽວກັບ​ຜູ້​ຊາ​ຍຄົນ​ນຶ່ງ ທີ່​ເຂົາ​ເຈົ້າ​ກ່າວ​ວ່າສົງ​ໄສ​ເປັນ​ມື​ປືນ ຜູ້​ທີ່​ໄດ້​ສັງຫານ 39 ຄົນ​ລະຫວ່າງການ​ໂຈມ​ຕີ​ມື້ສະຫລອງ ປີ​ໃໝ່ຢູ່ໄນ​ຄລັບ ​ໃນ​ນະຄອນ​ Istanbul.

ວີ​ດີ​ໂອນັ້ນ ປາກົດ​ວ່າ​ຖ່າຍ​ຈາກໂທລະສັບມື​ຖື ທີ່​ຜູ້​ຊາຍ​ຄົນ​ດັ່ງກ່າວ​ຖື ​ໃນ​ຂະນະ​ທີ່​ຍ່າງ​ຢູ່​ອ້ອມ​ແອ້ມ​ຈະຕຸ​ລັດ Taksim. ລາວ​ໃຊ້​ເວລາ​ສ່ວນ​ໃຫຍ່​ເບິ່ງ​ກ້ອງຖ່າຍ​ຮູບ ​ແຕ່​ບໍ່​ໄດ້​ເ​ວົ້າຫຍັງໝົດ.

ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ​ເວລາ​ໃດ​ວີ​ດີ​ໂອ​ໄດ້​ບັນ​ທຶກຮູບພາບ.

ຕຳຫລວດເທີກີຄົນນຶ່ງ ກຳລັງຢາຍຮູບພາບຜູ້ຕ້ອງສົງໄສ ທີ່ເປັນມືປືນໂຈມຕີຢູ່ໄນຄລັບ ໃນນະຄອນອິສແຕນບູລ.
ຕຳຫລວດເທີກີຄົນນຶ່ງ ກຳລັງຢາຍຮູບພາບຜູ້ຕ້ອງສົງໄສ ທີ່ເປັນມືປືນໂຈມຕີຢູ່ໄນຄລັບ ໃນນະຄອນອິສແຕນບູລ.

ພວກ​ເຈົ້າ​ໜ້າ​ທີ່​ໃນ​ຕອນ​ຕົ້ນ​ໄດ້​ເຜີຍ​ແຜ່​ຮູບ​ພາບ​ທີ່​ບໍ່​ແຈ້ງ ​ຂອງ​ຜູ້ຕ້ອງ​ສົງ​ໄສວ່າຍິງປືນ ທີ່ຖ່າຍ​ມາຈາກ​ກ້ອງຖ່າຍ​ຮັກສາ​ຄວາມ​ປອດ​ໄພ.

ເຈົ້າໜ້າທີ່ຕຳຫລວດ ກຳລັງເບິ່ງຮູບພາບບັນດາຜູ້ເຄາະຮ້າຍ.
ເຈົ້າໜ້າທີ່ຕຳຫລວດ ກຳລັງເບິ່ງຮູບພາບບັນດາຜູ້ເຄາະຮ້າຍ.

ຮອງ​ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Numan Kurtulmus ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ຈັນ​ວານ​ນີ້ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ເກັບ​ກຳ​ເອົາ​ລາຍ​ມື ​ແລະ​ພື້ນຖານ​ບາງ​ຢ່າງ​ຂອງ​ມື​ປືນ. ນອກນັ້ນ ທ່ານ​ຍັງ​ໄດ້​ຢືນຢັນ​ວ່າ ​ແປດ​ຄົນ​ໄດ້​ຖືກ​ກັກ​ຂັງ​ໃນ​ການ​ພົວພັນ​ກັບ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ເຖິງ​ຕາຍຄັ້ງນີ້.

ບັນດາຍາດຕິພີ່ນ້ອງຂອງ ທ່ານ Fatih Cakmak ພາກັນເສົ້າສະຫລົດໃຈ ຊຶ່ງເປັນເຈົ້າໜ້າທີ່ຕຳຫລວດຄົນນຶ່ງທີ່ຖືກຍິງຕາຍ
ບັນດາຍາດຕິພີ່ນ້ອງຂອງ ທ່ານ Fatih Cakmak ພາກັນເສົ້າສະຫລົດໃຈ ຊຶ່ງເປັນເຈົ້າໜ້າທີ່ຕຳຫລວດຄົນນຶ່ງທີ່ຖືກຍິງຕາຍ

ການ​ໂຈມ​ຕີ​ໄດ້​ເລີ້ມ​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ອາທິດ ​ໂດຍ​ທີ່​ມື​ປືນ​ໄດ້​ສັງຫານເຈົ້າ​ໜ້າ​ທີ່ຕຳຫລວດ​ຄົ​ນນຶ່ງ ​ແລະ​ພົນລະ​ເຮືອນ​ຄົນ​ນຶ່ງ​ຢູ່​ນອກ Reina ​ໄນ​ຄລັບ ກ່ອນ​ອອກ​ມາທາງນ​ອກ. ມີ​ປະມານ 600 ຄົນ ຊຶ່ງຫລາຍ​ຄົນ​ເປັນ​ຊາວ​ຕ່າງປະ​ເທດ ທີ່ຢູ່​ໃນໄນ​ຄລັບເວ​ລາ​ນັ້ນ ຈຳນວນ​ນຶ່ງ​ພາກັນ​ໂຕນ​ລົງ​ສູ່​ແມ່​ນໍ້າ Bosporus ​ເພື່ອ​ຫລົບໜີ. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມື​ປືນ​ໄດ້​ປະ​ປົນຢູ່​ກັບ​ຝູງ​ຊົນ​ທີ່​ໜີ​ອອກ​ຈາກ ​ໄນ​ຄລັບ. ​ນອກຈາກບັນດາ​ຜູ້​ເສຍ​ຊີວິດ ​ກໍມີອີກປະມານ 70 ຄົນ​ ໄດ້​ຮັບ​ບາດ​ເຈັບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Turkey Attack
please wait
Embed

No media source currently available

0:00 0:02:06 0:00

XS
SM
MD
LG