ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກະຊວງສາທາກີນີ ກ່າວວ່າ ກໍລະນີ ຕິດເຊື້ອ ອີໂບລາໃໝ່ ພວມຫລຸດລົງ


Officials: Number of New Ebola Cases Declining
please wait

No media source currently available

0:00 0:02:38 0:00

ເບິ່ງວີດີໂອ ລາຍງານ ຈຳນວນ ກໍລະນີ ຕິດເຊື້ອອີໂບລາໃໝ່ ພວມຫລຸດລົງ

ກະຊວງສາທາລະນະສຸກກີນີ ກ່າວວ່າ ຈຳນວນກໍລະນີຕິດເຊື້ອ
ອີໂບລາໃໝ່ພວມ ຫລຸດລົງຢູ່ໃນເຂດອາຟຣິກາຕາເວັນຕົກ
ຂະນະທີ່ຫົວໜ້າຕ້ານອີໂບລາສະຫະປະຊາຊາດກ່າວເຖິງຄວາມ
ຄືບໜ້າອັນສຳຄັນໃນການຕໍ່ສູ້ກັບພະຍາດດັ່ງກ່າວ.

ທ່ານ Aboubakar Sididiki Diakite ຜູ້ປະສານງານດ້ານອີໂບ
ລາຂອງກະຊວງສາທາລະນະສຸກກີນີ ກ່າວວ່າ ຈຳນວນກໍລະນີ ຕິດເຊື້ອອີໂບລາໃໝ່ໄດ້ຫລດລົງໃນປະເທດກີນີ ຊີແອຣາລີອອນ
ແລະໄລບີເຣຍ. ທ່ານເວົ້າວ່າ ບັນຫາທ້າທາຍໃນເວລານີ້ ກໍຄືນຳ
ຫາພວກທີ່ໄດ້ສຳຜັດ ກັບພວກຄົນປ່ວຍເປັນອີໂບລາ.

ຂະນະດຽວກັນ ທ່ານ Anthony Banbury ຫົວໜ້າຕ້ານອີໂບລາ ຂອງສະຫະປະຊາຊາດ
ກ່າວວ່າ ໄດ້ມີການປັບປຸງທີ່ສຳຄັນ ເພື່ອຮັບມືກັບພະຍາດດັ່ງກ່າວ ແຕ່ກໍເຕືອນວ່າ ຍັງອີກ
ໄກຢູ່ ຈຶ່ງຈະສາມາດຄວບຄຸມໄດ້. ທ່ານເວົ້າວ່າ ມີຜູ້ຄົນ ໃນຈຳນວນຫລຸດລົງ ເສຍຊີວິດ
ຍ້ອນພະຍາດນີ້ ຊຶ່ງໄດ້ເອົາຊີວິດຜູ້ຄົນໄປແລ້ວ ເກືອບ 5,000 ຄົນ.

ໃນອີກດ້ານນຶ່ງນັ້ນ ໃນວັນອັງຄານວານນີ້ ໂຮງໝໍແຫ່ງນຶ່ງ ໃນສວິສເຊີແລນ ໄດ້ເລີ້ມທົດ
ລອງຢາວັກຊີນກັນອີໂບລາ ທີ່ຜະລິດໂດຍບໍລິສັດ GlaxoSmithKline. ອາສາສະໝັກທີ່
ມີສຸຂະພາບແຂງແຮງ 120 ຄົນ ໄດ້ເຂົ້າຮ່ວມໃນການທົດລອງ ດັ່ງກ່າວນີ້.

EBOLA VOSOT
please wait
Embed

No media source currently available

0:00 0:01:19 0:00

Guinea's Health Ministry says the number of new cases of Ebola is declining in West Africa while the United Nations' leading Ebola official cites significant improvements in the fight against the disease.

The Ebola coordinator for the Guinean Health Ministry ((Aboubakar Sidiki Diakite)) says the number of new cases has dropped in Guinea, Sierra Leone and Liberia. He said the challenge now is to trace all the people who have come into contact with an Ebola patient.

The head of the United Nations' Ebola mission ((Anthony Banbury)) said there have been significant improvements in combating the disease, but warned there is still a long way to go. He said fewer people are dying from the disease, which has already killed nearly 5,000 people.

In another development Tuesday, a hospital in Switzerland began testing an experimental Ebola vaccine made by the drug company GlaxoSmithKline. One hundred and twenty healthy volunteers are taking part in the trial.

XS
SM
MD
LG