ແນວໂຮມ ພາຍໃຕ້ການນຳພາຂອງສະຫະລັດ ໄດ້ສັງຫານພວກນັກລົບ ກຸ່ມລັດອິສລາມ ປະມານ 50,000 ຄົນ ນັບຕັ້ງແຕ່ປະທານາທິບໍດີ ບາຣັກ ໂອບາມາ ມີຄຳສັ່ງໃຫ້ປະຕິບັດງານທາງທະຫານຕໍ່ກຸ່ມດັ່ງກ່າວ ເມື່ອເດືອນສິງຫາປີ 2014 ອີງຕາມຄຳເວົ້າຂອງເຈົ້າໜ້າ ທີ່ອະວຸໂສທາງທະຫານທ່ານນຶ່ງ.
ເຈົ້າໜ້າທີ່ໆຂໍສະຫງວນຊື່ທ່ານນີ້ ກ່າວຕໍ່ພວກນັກຂ່າວວ່າ ຈຳນວນດັ່ງກ່າວນີ້ ແມ່ນຖືວ່າ “ເປັນການກະປະມານແບບລະມັດລະວັງ.”
ສ່ວນເຈົ້າໜ້າທີ່ອະວຸໂສ ຄົນທີສອງ ກ່າວຕໍ່ວີໂອເອວ່າ 50,000 ຄົນນີ້ແມ່ນຖືກຂ້າຕາຍໂດຍສະເພາະຢູ່ໃນຊີເຣຍແລະອີຣັກ ແລະບໍ່ໄດ້ຮວມພວກນັກລົບກຸ່ມລັດອິສລາມທີ່ຖືກ ຂ້າຕາຍຢູ່ໃນປະເທດອື່ນໆເຊັ່ນລີເບຍແລະອັຟການິສຖານ.
ການກະປະມານນີ້ ແມ່ນເພື່ອສະແດງໃຫ້ເຫັນວ່າ ການໂຈມຕີທາງອາກາດຂອງປະເທດແນວໂຮມພາຍໃຕ້ການນຳພາຂອງສະຫະລັດມີປະສິດທິຜົນຫຼາຍປານໃດໃນໄລຍະສອງປີທີ່ຜ່ານມານີ້.
ການເປີດເຜີຍ ກ່ຽວກັບຈຳນວນທີ່ຖືກຂ້າຕາຍດັ່ງກ່າວ ມີຂຶ້ນໃນຂະນະທີ່ພັນເອກ John Dorrian ໂຄສົກຂອງແນວໂຮມຢູ່ໃນອີຣັກກ່າວວ່າ ກຳລັງຂອງກຸ່ມລັດອິສລາມໃນເມືອງ Mosul ພວມສູນເສຍພວກນັກລົບໃນອັດຕາທີ່ທີ່ຫາມາທົດແທນບໍ່ໄດ້ຍ້ອນວ່າພວກເຂົາໄດ້ຖືກປິດລ້ອມໂດຍສິ້ນເຊີງ ທີ່ບໍ່ສາມາດສົ່ງກຳລັງມາໜຸນໄດ້.
ພັນເອກ Dorrian ກ່າວຕໍ່ພວກນັກຂ່າວ ໃນວັນພະຫັດວານນີ້ວ່າ “ພວກເຂົາຈະບໍ່ຍອມ ໄປແບບງຽບໆ ແຕ່ພວກເຂົາຈະຕ້ອງໄດ້ໄປ.”
ທ່ານກ່າວວ່າ ກຳລັງຕໍ່ຕ້ານກຸ່ມລັດອິສລາມໄດ້ເຫັນກຸ່ມກໍ່ການຮ້າຍນີ້ນຳໃຊ້ພວກນັກລົບ ທີ່ໜຸ່ມນ້ອຍກວ່າເກົ່າ ຂະນະທີ່ຈຳນວນນັກລົບຂອງພວກເຂົາຫລຸດລົງ ທີ່ ເມືອງ Mosul ຊຶ່ງເປັນຍຸດທະສາດທີ່ທ່ານກ່າວວ່າ “ບໍ່ຢ້ານບາບເລີຍນັ້ນ.”
ເຈົ້າໜ້າທີ່ອະວຸໂສທ່ານນຶ່ງທີ່ທຳນຽບຫ້າແຈກ່າວຕໍ່ພວກນັກຂ່າວວ່າ ຈຳນວນນັກລົບຂອງກຸ່ມລັດອິສລາມທີ່ຫລຸດລົງ ມີທ່າທາງວ່າ ຈະເປັນເຫດໃຫ້ກຸ່ມດັ່ງກ່າວ ຫັນໄປໃຊ້ໃນອັນທີ່ທ່ານເອີ້ນວ່າ “AQ-I 2.0” ຊຶ່ງໝາຍຄວາມວ່າ ເປັນການຍົກລະດັບຂອງກຸ່ມອາລກາອີດາຢູ່ໃນອີຣັກຂັ້ນຕໍ່ໄປ.