ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດໂລກ ຈະຟື້ນຕົວຄືນ ຍົກເວັ້ນໃນຢູໂຣບ (ວີດິໂອ)


ສະຫະລັດເພີ່ມໜ້າວຽກຫຼາຍຂຶ້ນ ໃນໄລຍະເກົ້າເດືອນຜ່ານມາ
ສະຫະລັດເພີ່ມໜ້າວຽກຫຼາຍຂຶ້ນ ໃນໄລຍະເກົ້າເດືອນຜ່ານມາ
ອົງການຮ່ວມມືທາງເສດຖະກິດແລະການພັດທະນາ
ຫຼື OECD ເວົ້າວ່າ ການ​ຄາດ​ການ​ສໍາລັບ​ການເຕີບໂຕ
ໃນປະເທດທີ່ຈະເລີນທາງເສດຖະກິດ ຫຼາຍທີ່ສຸດໃນ
ໂລກນັ້ນ ແມ່ນມີຄວາມເຂັ້ມແຂງຍິ່ງຂຶ້ນ. ກຸ່ມສຶກສາ
ຄົ້ນຄວ້າເສດຖະກິດນາໆຊາດກຸ່ມ​ນີ້ ເວົ້າວ່າ ສະຫະ
ລັດແລະຍີ່ປຸ່ນ ​ແມ່ນຈະນໍາໜ້າການເຕີບໂຕໃນກຸ່ມ
ປະເທດທີ່ຈະເລີນທາງເສດຖະກິດແລ້ວນັ້ນ ແຕ່ພາກ
ພື້ນຢູໂຣບຍັງຈະສືບຕໍ່ຊັກຊ້າຕໍ່ໄປ.

ລິງໂດຍກົງ

ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:



ຂໍ້ມູນຊຸດໃໝ່ຂອງລັດຖະບານ ສະ​ແດງ​ໃຫ້​ເຫັນວ່າເສດຖະກິດສະຫະລັດໃນຊ່ວງປີ
ຜ່ານມາ ໄດ້ຂະຫຍາຍຕົວໄວກວ່າທີ່​ໄດ້​ມີ​ການຄາດໝາຍກັນ​ໄວ້​ກ່ອນ ແລະກໍເບິ່ງ
ຄືວ່າ ຈະດີຂຶ້ນໄປອີກໃນປີ 2013.

ອົງການ OECD ເວົ້າວ່າ ສະຫະລັດ ຊຶ່ງ​ເປັນເສດຖະກິດໃຫຍ່ອັນ​ດັບ​ນຶ່ງຂອງໂລກ
ຈະມີ ລະດັບການເຕີບໂຕປະຈໍາປີ ປະມານສາມເປີເຊັນເຄິ່ງ ໃນສາມເດືອນທໍາອິດ
ຂອງປີ 2013 ແລະຈະຊ້າລົງໄປ ​ເປັນປະມານ 2 ເປີເຊັນ ​ໃນ​ໄຕ​ມາດ​ທີ​ສອງ ຄື
ຈາກເດືອນ ເມສາ ຫາເດືອນມິຖຸນາ.

ຍິ່ປຸ່ນຈະຕາມມາຢ່າງໃກ້ຊິດ ຄືລະຫວ່າງ 3.2 ເປີເຊັນ ລະຫວ່າງເດືອນມັງກອນ ຫາ
ເດືອນມີນາ ແລະຈາກນັ້ນ ຈະຫຼຸດລົງສູ່ 2.2 ເປີເຊັນ ໃນໄຕມາດທີສອງ.

ທ່ານ Pier Carlo Padoan ຫົວໜ້າຄະນະນັກເສດຖະສາດ​ຂອງ​ອົງການ OECD
ເປັນຜູ້ລາຍງານ ຜົນການຄາດການດ້ານ​ເສດຖະກິດ ບັ້ນຫຼ້າສຸດຂອງກຸ່ມ.

ທ່ານ ປາດວນ ເວົ້າວ່າ: “ມັນເປັນການຄາດການທີ່ຊີ້​ໄປ​ໃສ່ສະພາບການ
ທີ່ດີຂຶ້ນ ຂອງເສດຖະກິດໂລກ ໂດຍສະເພາະຢູ່ໃນສະຫະລັດ ແລະ ຍີ່ປຸ່ນ
ແລະຕໍ່າລົງ ໜ້ອຍນຶ່ງ ໃນພາກພື້ນຢູໂຣບ.”


ທ່ານ ປາດວນ ເວົ້າວ່າ ເຖິງແມ່ນວ່າພາກພື້ນຢູໂຣບ​ໄດ້ປະສົບຜົນສໍາເລັດ ໃນການ
ແກ້ໄຂ ບັນຫາຄວາມບໍ່ສົມດຸນກັນຫຼາຍຢ່າງ ທີ່​ເກີດ​ຂຶ້ນຍ້ອນວິກິດ ການໜີ້ສິນຂອງ
ຂົງເຂດກໍຕາມ ສະພາບ​ການ​ສໍາລັບ 17 ປະເທດທີ່ໃຊ້ເງິນຢູໂຣ ຫຼື​ເຂດ​ຢູ​ໂຣ ນັ້ນ
ກໍຍັງຄົງສັບສົນຢູ່

ທ່ານ ປາດວນ ເວົ້າອີກວ່າ: “ເຢຍຣະມັນກໍາລັງເຕີບໂຕຂຶ້ນ​ໃນ​ອັດຕາ​ທີ່​ແຂງ ​
ແຮງ ຄືສູງກວ່າສອງເປີເຊັນ ຊຶ່ງຖືວ່າເປັນຂ່າວດີ. ແຕ່ຝຣັ່ງ ຊຶ່ງເປັນເສດຖະ
ກິດໃຫຍ່ ອັນດັບສອງແຫ່ງພາກພື້ນຢູໂຣບນັ້ນ ຈະບໍ່ເຫັນມີການເຕີບໂຕ
ທາງເສດຖະກິດ ເລີຍກໍ​ໄດ້ ໃນປີ 2013 ນີ້ ແຕ່ກໍອາດຈະເລີ່ມເຕີບໂຕຂຶ້ນ
ອີກໃນຊ່ວງທ້າຍປີນີ້. ສ່ວນອິຕາລີ ກໍຈະຍັງສືບຕໍ່ຕົກຢູ່ໃນສະພາບຖອຍ
ຫຼັງຢູ່ ເຖິງແມ່ນສະພາວະຖອຍຫຼັງໂດຍທົ່ວໄປກໍາລົງຫົດຕົວລົງໄປກໍຕາມ
ຊຶ່ງໝາຍຄວາມວ່າ ອິຕາລີອາດເຫັນການເຕີບໂຕຄືນ​ເລັກ​ນ້ອຍ ໃນທ້າຍ
ປີ 2013 ນີ້.”


ລາຍງານອີກສະບັບນຶ່ງ ໂດຍອົງການຮ່ວມມືທາງເສດຖະກິດແລະການພັດທະນາ
ຫຼື OECD ທີ່ມີສໍານັກງານຢູ່ປາຣີ ນະຄອນຫຼວງຂອງຝຣັ່ງ ວາດ​ພາບໃນແງ່​ແຈ່ມ​
ໃສກວ່າ ສໍາລັບຈີນແລະບັນດາເສດຖະກິດຕະຫຼາດ ທີ່ກໍາລັງໂຜ່ໂຕຂຶ້ນມານັ້ນ. ​
ແລະເຖິງແມ່ນ ຈະມີບັນຫາ​ຕ່າງໆ​ຈໍານວນ​ນຶ່ງ ທີ່​ມີ​ຄວາມສາມາດ​ບົ່ມ​ຊ້ອນ​ທີ່​ຈະ​
ກາຍ​ເປັນສິ່ງທ້າທາຍ ທາງດ້ານການເງິນແລະສະພາບແວດລ້ອມ ໃນໄລຍະບໍ່ເທົ່າ
ໃດປີຕໍ່ໜ້ານີ້ກໍຕາມ ອົງການ OECD ກໍຄາດໝາຍວ່າ ​ເສດຖະກິດ​ຂອງຈີນຈະເຕີບ
ໂຕຂຶ້ນ ໃນອັດຕາລະຫວ່າງ 8 ແລະ 9 ເປີເຊັນໃນປີນີ້ ຊຶ່ງ​ OECD ​ເວົ້າ​ຕໍ່​ໄປ​ວ່າ
ໃນຈັງຫວະ​ແລະ​ອັດຕາດັ່ງກ່າວນັ້ນ ຈີນກໍ​ອາດ​ສາມາດແຊງໜ້າສະຫະລັດ ຂຶ້ນມາ
ເປັນປະເທດທີ່ມີການເສດຖະກິດ ໃຫຍ່ທີ່ສຸດຂອງໂລກກໍເປັນໄດ້ ໃນປີ 2016
ຕໍ່ໜ້ານີ້ ຢ່າງໄວທີ່​ສຸດ.
XS
SM
MD
LG