ລາຄານໍ້າມັນໄດ້ຫລຸດລົງຢ່າງຫລວງຫລາຍໃນປີກາຍນີ້ ສະມາຄົມຊ່ວຍ ເຫລືອຜູ້ຂັບລົດຊາວອາເມຣິກັນຫລື AAA ກ່າວວ່າ 56 ເປີເຊັນຂອງຊາວອາເມຣິກັນ ມີແຜນທີ່ຈະເດີນທາງໂດຍທາງລົດຢ່າງໜ້ອຍນຶ່ງເທື່ອໃນລະດູຮ້ອນປີ ນີ້. ແຕ່ກ່ອນທີ່ພວກເດີນທາງ ຈະໄປເຖິງຈຸດໝາຍປາຍທາງຂອງເຂົາເຈົ້ານັ້ນ ສະຖານທີ່ແປກໆອາດລໍ້ໃຫ້ເຂົາເຈົ້າອອກຈາກຖະໜົນຫລວງ. Erika Celeste ຈະພາທ່ານໄປສຳຫຼວດເບິ່ງສະຖານທີ່ທ່ອງທ່ຽວຊຶ່ງເປັນທີ່ດຶງດູດໃຈສຳຄັນແຫ່ງຕ່າງໆຢູ່ນອກຖະໜົນຫລວງຊຶ່ງກິ່ງສະຫວັນ ຈະນຳລາຍລະອຽດມາສະເໜີທ່ານ.
(ຢູ່ທີ່ເມືອງ carhenge, Alliance Nebraska) ຖ້າຫາກວ່າພົບເຫັນຢູ່່ໃກ້ກັບຖະໜົນ ຫຼວງ ທີ່ບໍ່ມີການເສຍຄ່າ ຂ້ອນຂ້າງໃຫຍ່ຫລືພຽງເປັນຂອງແປກໆ ຄົງຈະແມ່ນບ່ອນທ່ອງທ່ຽວທີ່ດຶງດູດໃຈຢູ່ແຄມຖະໜົນຫລວງ. ບໍ່ມີໃຜຮູ້ແນ່ນອນວ່າມີຫລາຍປານໃດ ເພາະວ່າບໍ່ມີກົດລະບຽບບັງຄັບໃຫ້ລົງທະບຽນ ແລະ ບອກເຖິງປະເພດໃຫ້ຄົນເບິ່ງ ແຕ່ວ່າເຈົ້າໜ້າທີ່ທ່ອງທ່ຽວ ທ່ານນາງ June Julien ກ່າວວ່າ ເວັບໄຊ Roadside America ມີລາຍຊື່ຢູ່ປະມານ 15,000 ແຫ່ງ.
ທ່ານນາງ June Julien ຈາກຫ້ອງການຈັດປະຊຸມແລະຕ້ອນຮັບຜູ້ມາຢ້ຽມຢາມ ເມືອງ Steuben ໃນລັດ Indiana ກ່າວວ່າ “ເຫດຜົນບາງຢ່າງ ທີ່ເຮັດໃຫ້ໄປເບິ່ງບ່ອນທ່ອງທ່ຽວທີ່ດຶງດູດໃຈ ຢູ່ແຄມຖະໜົນຫລວງກໍເພາະວ່າ ທ່ານໄດ້ຢູ່ໃນລົດເປັນເວລາຫລາຍຊົ່ວໂມງ ທ່ານສາມາດອອກມາຈາກລົດເພື່ອຢືດຂາຢືດແຂ່ງ ທ່ານສາມາດມີເວລາໜ້ອຍນຶ່ງ ເພື່ອລົມກັບຄອບຄົວເຮັດແນວໃດແນວນຶ່ງ ແລະທ່ານຊອກຫາບາງສິ່ງບາງຢ່າງທີ່ແປກໆ.”
ບ່ອນແປກໆທີ່ມີຊາຍແດນສາມລັດມາຄົບກັນ ເຮັດໃຫ້ທ່ານຢືນຢູ່ໃນຈຸດ ທີ່ລັດ Michigan, Indiana ແລະ Ohio ພໍ້ກັນ ແລະຫລຽວເຫັນຫໍນ້ຳປະປາສູງ ທີ່ມີຮູບໜ້າຍີ້ມແຍ້ມ ທີ່ສາມາດຫລຽວເຫັນໄດ້ຈາກໄລຍະໄກຫຼາຍກິໂລແມັດ.
ບ່ອນທ່ອງທ່ຽວທີ່ດຶງດູດໃຈແຄມຖະໜົນໄດ້ຮັບຄວາມນິຍົມຊົມຊອບຫຼາຍຂຶ້ນຫຼັງຈາກສົງ ຄາມໂລກ ຄັ້ງທີ 2 ເວລາພວກທະຫານກັບຄືນປະເທດ. ພວກຜູ້ຊາຍ ເຫຼົ່ານີ້ໄດ້ໄປເຫັນໂລກມາແລ້ວ ແລະມີກະຕືລືລົ້ນຢາກຈະສຳຫລວດເບິ່ງປະເທດຂອງຕົນເອງ.
ທ່ານນາງ Julien ກ່າວວ່າ “ບ່ອນເຫລົ່ານີ້ແມ່ນມາກ່ອນ ຮ້ານອາຫານໄວທັນໃຈ. ແຕ່ກ່ອນບໍ່ຄ່ອຍມີບ່ອນພໍທີ່ຈະຢຸດເຊົາ. ບັນດາເຂດຕ່າງໆໄດ້ເລີ້ມກ່າວວ່າເຮ ພວກເຮົາຕ້ອງການໃຫ້ພວກຄົນເຫລົ່ານີ້ອອກຈາກຖະໜົນຫລວງ ພວກເຮົາຕ້ອງການຢາກໃຫ້ເຂົາເຈົ້າມາ ທ່ຽວເຂດພວກເຮົາເພື່ອມາຈ່າຍເງິນ” ເພາະສະນັ້ນເຂົາເຈົ້າພາກັນເລີ້ມສ້າງສິ່ງດຶງດູດໃຈພວກທີ່ມາທ່ອງທ່ຽວ.”
ຮ້ານອາຫານ ແລະຮ້ານຄ້າຕ່າງໆພາກັນຕັ້ງຂຶ້ນມາ ທຸກສິ່ງທຸກຢ່າງ ນັບແຕ່ຮູບແຕ້ມທີ່ແຈ້ງໆໄປຫາຮູບປັ້ນທີ່ແປກໆ ເພື່ອດຶງດູດຄົນ. ສິ່ງທີ່ໃຫຍ່ສຸດໃນໂລກ ມັກຈະເປັນບ່ອນດຶງດູດເອົາຜູ້ຄົນຈຳນວນຫຼວງຫຼາຍ ບໍ່ວ່າຈະເປັນກໍ້ເຊືອກໝາກບານ ຕັ່ງນັ່ງ ຫລືກ້ອນເຂົ້າຈີ່.
ຖ້າຫາກວ່າຄວາມໃຫຍ່ເປັນສິ່ງທີ່ດີສຳລັບການຜະລິດ ມັນຍັງດີໄປກວ່ານັ້ນອີກ ສຳລັບສິ່ງທຳມະຊາດ ເຊັ່ນວ່າງົວກະທິງທີ່ໃຫຍ່ສຸດໃນໂລກ ຢູ່ເມືອງ Komoko ລັດ Indiana.
ທ່ານ Mike Swartz ຈາກລັດ Ohio ກ່າວວ່າ "ການຢຸດຢູ່ບ່ອນທ່ອງທ່ຽວທີ່ດຶງດູດໃຈແຄມຖະໜົນຫລວງ ເປັນວິທີດີທີ່ສອນ ແລະເຮັດໃຫ້ເດັກນ້ອຍໃກ້ຊິດກັບທ່ານຂຶ້ນຕື່ມ."
ທ່ານ Swartz ກ່າວວ່າ “ພວກເດັກນ້ອຍພາກັນໄດ້ເຫັນຫລາຍເຂດຂອງສະຫະ ລັດ ດຶງເອົາຕາໜ່າງລົງເພື່ອໂອ້ລົມກັບແມ່ແລະພໍ່.”
ຂອງແປກໆ ແລະຜິດປົກກະຕິ ທີ່ເຫັນເປັນເຮືອນບິດບ້ຽວ ແລະພວກກະຕ່າຍໃຫຍ່ນັ້ນ ທ່ານນາງ Julien ເຊື່ອວ່າ ເຂົາເຈົ້າໄດ້ຮັບໃຊ້ຈຸດປະສົງເກີນໄປກວ່າການຜັກຜ່ອນສຳລັບພວກເດີນທາງ ແລະນຳເອົາລາຍໄດ້ມາໃຫ້ບັນດາປະຊາຄົມທີ່ຢູ່ໃກ້ໆນັ້ນ.
ທ່ານນາງ June Julien ກ່າວວ່າ “ທ່ານເດີນທາງຫລາຍເທົ່າໃດ ທ່ານຈະ ເຫັນໂລກ ກວ້າງ ອອກໄປເທົ່ານັ້ນ ແລະຈະເປັນການງ່າຍຂຶ້ນ ໃນລະຍະຍາວ ສຳລັບພວກເຮົາ ທັງໝົດທີ່ຈະຮັກແພງກັນ.”