ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍໆຄົນ ມີຄວາມເປັນຫ່ວງ ກ່ຽວກັບ ການມີໜີ້ສິນທີ່ເພີ້ມຂຶ້ນ ຂອງລາວ


ເຂື່ອນໄຊຍະບູລີ ໃນພາກເໜືອ ຂອງປະເທດລາວ.
ເຂື່ອນໄຊຍະບູລີ ໃນພາກເໜືອ ຂອງປະເທດລາວ.

ພວກນັກສັງເກດການ ແລະນັກຊ່ຽວຊານ ຕ່າງກໍມີຄວາມເປັນຫ່ວງ ກ່ຽວກັບໜີ້ສິນທີ່ມີເພີ້ມຂຶ້ນຂອງລາວ. ຮອງສາສະດາຈານອຽນ ແບດ (Ian Baird) ຈາກມະຫາວິທະຍາໄລ ວິສຄອນຊິນ-ແມດີສັນ (Wisconsin-Madison) ກ່າວກ່ຽວກັບເລື້ອງນີ້ວ່າ.


“ມີຫຼາຍຄົນກາເປັນຫ່ວງເນາະ ເພາະວ່າ ການທີ່ລັດຖະບານລາວຢືມເງິນມາໜີ້ ກາຮູ້ສຶກວ່າໜີ້ສິນກາສູງຂຶ້ນ ສູງຂຶ້ນເລີຍໆຫັ້ນໜາ ແລະກາໂອກາດທີ່ລາວຊິມີເງິນພຽງພໍທີ່ຊິຈ່າຍເງິນຄືນຫຼືແມ່ນກະທັງດອກເບ້ຍນີ້ໜາ ມັນກາເປັນໄປໄດ້ຍາກ ຈັ່ງຊັ້ນແລ້ວຫຼາຍຄົນກາເປັນຫ່ວງວ່າ ຖ້າເກີດວ່າ ຈ່າຍໜີ້ບໍ່ທັນນີ້ໜາ ອາດມີໂອກາດໃຫ້ຈີນ ຊິຄວບຄຸມບາງຢ່າງ ບາງກິດຈະກຳ ຫຼືວ່າ ບາງສະຖານທີ່ຢູ່ໃນລາວ ເພາະວ່າລາວບໍ່ມີເງິນຈ່າຍ ຈຳເປັນຕ້ອງສົ່ງອຳນາດໃຫ້ເຂົາ.”

ເງິນສ່ວນໃຫຍ່ທີ່ລາວກູ້ຢືມມາ ແມ່ນນຳໄປສ້າງເຂື່ອນໄຟຟ້າພະລັງນ້ຳເພື່ອຈະຫັນປ່ຽນໃຫ້ລາວກາຍເປັນ “ໝໍ້ໄຟໃນເຂດເອເຊຍຕາເວັນອອກສຽງໃຕ້” ແລະອີກສ່ວນນຶ່ງກໍແມ່ນສ້າງທາງລົດໄຟຄວາມໄວສູງ ທີ່ຍາວ 417 ກິໂລແມັດ ແຕ່ຢຸນນານຫາວຽງຈັນ. ສາສະດາຈານ ຜູ້ຊົງຄຸນນະວຸດທິ ກູ ຢາງ ຈາກມະຫາວິທະຍາໄລ ລັດຄາລີຟໍເນຍ ທີ່ສະແຕນິສລອສ ກ່າວວ່າ:

“ອິນເຕີແຣັດຫັ້ນມັນບໍ່ສູງ ແຕ່ວ່າເງິນຫັ້ນມັນຫຼາຍໂພດຄືໂຕຢ່າງຖະໜົນ (ທາງລົດໄຟ) ຈາກຈີນມາຫາລາວໜີ້ ປະມານ 70-80 ເປີເຊັນຂອງເງິນຈີດີພີ ຂອງປະເທດນະ ມັນກະຈ່າຍຍາກ ຈ່າຍຄືນເຂົາເຈົ້ານະ.”

ປັດຈຸບັນນີ້ ລັດຖະບານລາວ ມີໜີ້ສິນຢູ່ປະມານ 13.5 ຕື້ໂດລາ ຄິດເປັນ 68 ເປີເຊັນ ຂອງຍອດຜະລິດຮວມພາຍໃນຫຼື GDP ໃນປີ 2019 ແລະເພີິ້ມຂຶ້ນ ກາຍ 70 ເປີເຊັນຂອງ GDP ໃນປີ 2020 ແລະຄາດວ່າຈະເພີ້ມຂຶ້ນຕື່ມ ໃນປີ 2021 ນີ້ ເພາະວ່າລັດຖະບານລາວຕ້ອງການເງິນຕາຕ່າງປະເທດບໍ່ຕ່ຳກວ່າ 1.9 ຕື້ໂດລາເພື່ອມາສ້າງຄວາມທຸ່ນທ່ຽງໃຫ້ແກ່ເສດຖະກິດທີ່ມີລາຍຈ່າຍສູງກວ່າລາຍໄດ້.

ແຕ່ແນວໃດກໍຕາມ ເຈົ້າໜ້າທີ່ອະວຸໂສຂອງລາວໃຫ້ຄວາມເຫັນວ່າ ການມີລົດໄຟຄວາມໄວສູງ ເຊື່ອມຕໍ່ພາກໃຕ້ຂອງຈີນ ກັບນະຄອນຫຼວງວຽງຈັນນັ້ນ ຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດຂອງປະເທດໃນອະນາຄົດ ແລະການສ້າງເຂື່ອນໄຟຟ້າພະລັງນ້ຳນັ້ນ ກໍເປັນອີກທ່າແຮງນຶ່ງ ທີ່ຈະເຮັດໃຫ້ລາວ ກາຍເປັນປະເທດ ທີ່ມີເສດຖະກິດກຸ້ມຕົນເອງ.

XS
SM
MD
LG