ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ຖະຫວັນ ສະແຫວງສຸກ ຜູ້ກໍ່ຕັ້ງ ວີໂອເອ ພະແນກ ພາສາລາວ ເຖິງແກ່ ມໍຣະນະກຳ ແລ້ວ


ທ່ານ ຖະຫວັນ ສະແຫວງສຸກ
ທ່ານ ຖະຫວັນ ສະແຫວງສຸກ

ທ່າ​ນ​ຖະ​ຫວັນ ສະ​ແຫວງ​ສຸກ ສະມາຊິກຜູ້ກໍ່ຕັ້ງພ້ອມທັງເປັນຫົວ​ໜ້າ​
ຄົນທຳອິດ ຂອງ​ພະແນກພາສາລາວ ວິທະຍຸສຽງ​ອາ​ເມ​ຣິ​ກາ ​
ແລະ​ເຈົ້າ​ໜ້າ​ທີ່​ເບ້ຍ​ບຳ​ນານກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ
ໄດ້​ເຖິງ​ແກ່​ມໍ​ຣະ​ນະ​ກຳແລ້ວ ໃນ​ວັນ​ຈັນທີ 1 ກັນ​ຍາຜ່ານ​ມານີ້ ​ຢູ່
ທີ່ລັດ​ຮາ​ວາຍ ຮວມ​ອາ​ຍຸ​ໄດ້ 79 ປີ.

ທ່ານຖະຫວັນ ຢ້ຽມຢາມພະແນກພາສາລາວ-ສຽງອາເມຣິກາ
ທ່ານຖະຫວັນ ຢ້ຽມຢາມພະແນກພາສາລາວ-ສຽງອາເມຣິກາ

ທ່ານ​ຖະ​ຫວັນ ເກີດ​ທີ່​ນະ​ຄອນ​ວຽງ​ຈັນ ປະ​ເທດ​ລາວ ໃນ​ປີ 1935.
ບິ​ດາ​ຂອງ​ທ່ານ​ເປັນເຈົ້າ​ໜ້​າ​ທີ່​ສາ​ທາ​ລະ​ນະ​ສຸກ ແລະ​ມານ​ດາ​ຂອງ​
ທ່ານ​ເປັນນາຍ​ຄູ ໃນ​ລັດ​ຖະ​ບານສະໄໝ​ ອາ​ນາ​ນິ​ຄົມ​ຂອງ​ຝ​ຣັ່ງ.
ທ່ານໄດ້​ແຕ່ງ​ງານກັບ​ຍາ​ນາງ ມະ​ລີ​ຈັນ ສົມບັດ ຫລັງ​ຈາກ​ໄດ້​ໃຊ້
​ຊີ​ວິດ ​ແລະ​ເຮັດ​ວຽກຢູ່​ໃນ​ຕ່າງ​ປະ​ເທດ​ມາ​ໄດ້ 10 ກວ່າ​ປີ ແລະມີລູກ
ນຳກັນ 2 ຄົນ ຄືເຈັຟເຟີສັນ ຊຶ່ງເປັນທ່ານໝໍ ຢູ່ເມືອງ Rochester
ລັດນິວຢອກ ແລະແຟຣັງຄລິນ ຊຶ່ງເປັນນັກຊ່ຽວຊານ ດ້ານກຣາຟິກ
ທີ່ເມືອງພາຊາດີນາ ໃນລັດຄາລີຟໍເນຍ.

ທ່າ​ນຖະ​ຫວັນ ໄດ້ເຂົ້າ​ຮັບ​ລັດຖະ​ການນຳ​ລັດ​ຖະ​ບານ​ສະ​ຫະ​ລັດ ມາ​ເປັນ​ເວ​ລາ​ທັງໝົດ 39 ປີ.

ທ່ານ ຖະຫວັນ ພ້ອມທັງຍານາງ ດາຣາ ບັກຄຳ ຫົວໜ້າ VOA-ພະແນກພາສາລາວ ສະຫຼອງຄົບຮອບ 50 ປີ ຂອງສຽງອາເມຣິກາ ພະແນກພາສາລາວ ທີ່ນະຄອນຫຼວງ ວໍຊີງຕັນດີຊີ
ທ່ານ ຖະຫວັນ ພ້ອມທັງຍານາງ ດາຣາ ບັກຄຳ ຫົວໜ້າ VOA-ພະແນກພາສາລາວ ສະຫຼອງຄົບຮອບ 50 ປີ ຂອງສຽງອາເມຣິກາ ພະແນກພາສາລາວ ທີ່ນະຄອນຫຼວງ ວໍຊີງຕັນດີຊີ

ຫລັງ​ຈາກ​ຮຽນ​ຈົບ​ໃນ​ດ້ານ​ເສດ​ຖະ​ສາດ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ
Columbia ໃນ​ປີ 1962 ແລ້ວ ​ໃນ​ປີ​ດຽວ​ກັນ​ນີ້ ທ່າ​ນ​ຖະ​ຫວັນ
ກໍເປັນຜູ້​ທຳ​ອິດ ທີ່​ໄດ້​ມາ​ກໍ່​ຕັ້ງ​ ພາກພາສາລາວຂອງວິ​ທະ​ຍຸ​
ສຽງ​ອາ​ເມ​ຣິ​ກາ ແລະ​ກໍ​ເປັນ​ຫົວ​ໜ້າ​ຂອງວິ​ທະ​ຍຸ​ດັ່ງ​ກ່າວ ມາເປັນ
​ເວ​ລາ 10 ກວ່າ​ປີ. ຫລັງ​ຈາກນັ້ນ ກໍ​ໄດ້​ເຂົ້າ​ຮັບ​ໃຊ້​ເປັນ​ເຈົ້າ​ໜ້າ
​ທີ່​ກະ​ຊວງການ​ຕ່າງ​ປະ​ເທດ ຊ່ຽວ​ຊານ​ໃນ​ດ້ານ​ປະ​ຊາ​ສຳ​ພັນ​
ມວນ​ຊົນ ການ​ບໍ​ລິ​ຫານ​ງານສື່ມວນ​ຊົນ ຕະຫລອດທັງ​ໂຄງ​ການ​
ວັດ​ທະ​ນະ​ທຳ​ແລະ​ການ​ສຶກ​ສາ. ຕຳແໜ່ງສຸດທ້າຍຂອງທ່ານກໍຄື
ເປັນທູດວັດທະນະທຳ.

ທ່ານ​ເຄີຍ​ໄດ້​ໄປ​ປະຈຳ​ການ​ຢູ່​ປະ​ເທດ​ກີ​ຢາ​ນາ ສຸ​ຣິ​ນາມ ຟີ​ລິບ​ປິນ
ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາກາງ ເຊ​ເນ​ການ ແລະ​ນະ​ຄອນ​ຫຼວງ​ປາ​ຣີ ປະເທດຝຣັ່ງ.

ທ່ານຖະຫວັນ ສະແຫວງສຸກ ພ້ອມດ້ວຍພັນລະຍາ ຍານ້າມະລີຈັນ
ທ່ານຖະຫວັນ ສະແຫວງສຸກ ພ້ອມດ້ວຍພັນລະຍາ ຍານ້າມະລີຈັນ

ພິ​ທີ​ຊາ​ປະ​ນະ​ກິດ​ສົບ​ຂອງ​ທ່ານຖະຫວັນ ຈະ​ຈັດ​ຂຶ້ນທີ່ນະ​ຄອນ​ໂຮ​ໂນ​
ລູ​ລູ ລັດຮາວາຍ ໃນ​ວັນ​ອັງ​ຄານທີ ໙ ກັນ​ຍານີ້.

ຂໍສະແດງຄວາມເສົ້າສະລົດໃຈມາຍັງຄອບຄົວຂອງທ່ານຖະຫວັນ
ສແຫວງສຸກ​ທີ່ໄດ້ສູນເສັຍຮົ່ມໂພ ຮົ່ມໄຊໄປ...ທ່ານຜູ້ໃດສົນໃຈ
ຈະສົ່ງຈະຕຸປັດໄຈ ໄປໃຫ້້ພັນລະຍາຂອງທ່ານຖະຫວັນຍານ້າ
ມະລີຈັນ ສແຫວງສຸກ​ ໄດ້ຕາມ website ຂ້າງລຸ່ມນີ້...

http://www.michelesvengsouk.com/thavanh

XS
SM
MD
LG