ລິ້ງ ສຳຫລັບເຂົ້າຫາ

ຄວາມອ້ວນພີເກີນໄປ ເພີ້ມຄວາມສ່ຽງ ຕໍ່ການ ເສຍຊີວິດ ຂອງຄົນອ້ວນ ທີ່ເປັນໂຣກມະເຮັງ


ຄວາມອ້ວນພີຈົນເກີນໄປ ເປັນທັງປະເດັນສ່ຽງ ທີ່ພາໃຫ້ເປັນໂຣກເບົາຫວານ ແລະສາເຫດຂອງການເສຍຊີວິດ ໃນອັດຕາສູງ ໃນກຸ່ມຄົນເຈັບ ທີ່ເປັນໂຣກມະເຮັງ.
ຄວາມອ້ວນພີຈົນເກີນໄປນັ້ນ ນອກຈາກຈະເປັນທີ່ຮູ້ກັນດີວ່າເປັນ ປະເດັນສ່ຽງທີ່ພາໃຫ້ເປັນໂຣກເບົາຫວານແລ້ວ ຍັງເປັນສາເຫດ ຂອງການເສຍຊີວິດໃນອັດຕາສູງ ໃນກຸ່ມຄົນເຈັບທີ່ເປັນໂຣກມະ ເຮັງແລະອ້ວນພີເກີນໄປນັ້ນ ໂດຍບໍ່ກ່ຽວຂ້ອງກັບວ່າ ເຂົາເຈົ້າຈະ ກິນອາຫານແບບໃດກໍຕາມ. ຜູ້ສື່ຂ່າວວີໂອເອ Jessica Berman
ລາຍງານວ່າ ພວກນັກວິທະຍາສາດມີຫລັກຖານໃໝ່ ທີ່ພິສູດໃຫ້
ເຫັນວ່າ ໄຂມັນທີ່ມີຫລາຍເກີນໄປນັ້ນ ກະຕຸ້ນໃຫ້ເກີດເນື້ອງອກ ແລະເອື້ອອໍານວຍໃຫ້ມັນຈະເລີນເຕີບໂຕຂຶ້ນໄວ.

ພວກນັກຊ່ຽວຊານເວົ້າວ່າ ໃນໝູ່ພວກຄົນປ່ວຍເປັນໂຣກມະເຮັງ
ຕ່າງໆນັ້ນ ມີຫລາຍເຖິງ 25 ເປີເຊັນ ທີ່ເປັນບຸກຄົນທີ່ອ້ວນພີເກີນ
ໄປ. ແລະຍ້ອນເຫດຜົນທີ່ຍັງບໍ່ເຂົ້າໃຈໄດ້ຢ່າງເຕັມສ່ວນນັ້ນ ເນື້ອ
ງອກປາກົດວ່າ ມີການຈະເລີນເຕີບໂຕໄວກ່ວາ ແລະການປິ່ນປົວ
ກໍໄດ້ຮັບປະສິດທິຜົນໜ້ອຍກວ່າ ຢູ່ໃນໝູ່ພວກຄົນເຈັບທີ່ມີເນື້ອ
ໜັງທີ່ມີໄຂມັນຫລາຍເກີນໄປ.

ແຕ່ວ່າ ນັກຄົ້ນຄວ້າ ທີ່ສູນກາງວິທະຍາສາດດ້ານສາທາລະນະສຸກຂອງມະຫາວິທະຍາໄລ Texas ທີ່ເມືອງ Houston ອາດໄດ້ພົບເຫດຜົນຢູ່ໃນລະດັບໂມລະກູນ ຫລືອະນູ. ພວກ ເຂົາເຈົ້າເວົ້າວ່າ ເເຊລຂອງເນື້ອເຍື່ອທີ່ເປັນໄຂມັນທີ່ຂະຫຍາຍໃຫຍ່ອອກນັ້ນ ປ່ອຍຮໍໂມນ
ອອກມາ ແລະປັດໄຈທີ່ພາໃຫ້ເຕີບໃຫຍ່ທີ່ເອີ້ນວ່າ adipokines (uh-DIP-oh- Kines)
ທີ່ສົ່ງເສີມໃຫ້ເກີດເສັ້ນເລືອດໃໝ່ ທີ່ໄປຫລໍ່ລ້ຽງແລະສົ່ງເສີມໃຫ້ເນື້ອງອກຈະເລີນເຕີບໂຕຂຶ້ນ.

ທ່ານ Mikhail Kolonin (koh-LOH-nin) ທີ່ເປັນຮອງສາສະດາຈານ ດ້ານການແພດ ກ່ຽວກັບແຊລຕົ້ນກໍາເໜີດ ຫລື stem cells ທີ່ສະຖາບັນການແພດໂມລາກູນ ຂອງມະຫາ ວິທະຍາໄລ Texas ອະທິບາຍວ່າ:

ການສົມມຸດຖານຂອງພວກເຮົາ ກໍຄືວ່າ ເເຊລຈາກເນື້ອເຍື່ອຂອງໄຂມັນ ກາຍເປັນ
ສິ່ງທີ່ເຄື່ອນໄຫວໄດ້ ແລະເຄື່ອນໄຫວໄປຫາບ່ອນທີ່ເປັນໂຣກມະເຮັງ ແລະກາຍ
ເປັນພາກສ່ວນນຶ່ງຂອງເນື້ອງອກຂອງມະເຮັງ. ຈາກນັ້ນ ພວກປັດໄຈທີ່ພາໃຫ້ເຕີບ
ໃຫຍ່ ກໍຄືທາດ adipokines ເລີ້ມໄຫລອອກມາຈາກພາຍໃນເນື້ອງອກ. ແລະຍ້ອນ
ວ່າ ມັນອອກມາຈາກ ເນື້ອງອກ ພວກປັດໄຈເຫລົ່ານັ້ນ ຈຶ່ງມີອະນຸພາບຮ້າຍແຮງຂຶ້ນ
ຍ້ອນການຮວມຕົວກັນຢ່າງໃຫຍ່ຢູ່ພາຍໃນເນື້ອງອກ.”


ໃນການທົດລອງກັບໜູທີ່ມີເນື້ອງອກຂອງໂຣກມະເຮັງ ທັງທີ່ເປັນ ພະຍາດອ້ວນພີເກີນໄປ ແລະບໍ່ອ້ວນນັ້ນ ທີມງານຂອງທ່ານ Kolonin ໄດ້ເອົາອາຫານແບບດຽວກັນເກືອໜູທັງ ສອງກຸ່ມ. ຜົນປາກົດວ່າ ເນື້ອງອກຢູ່ຂ້າງໃນໜູທີ່ອ້ວນນັ້ນ ໃຫຍ່ໄວກວ່າໜູ່ໃນກຸ່ມອື່ນ. ນອກຈາກນັ້ນ, ພວກນັກຄົ້ນຄວ້າ ຍັງຄົ້ນພົບວ່າ ການເຕີບໂຕຂອງເນື້ອງອກຢູ່ໃນພວກ ໜູທີ່ອ້ວນພີເກີນໄປ ໄດ້ດຶງດູດເອົາເເຊລໄຂມັນ ທີ່ໝຸນວຽນຢູ່ໃນຮ່າງກາຍນໍາອີກ. ແລະ ໃນຂະນະທີ່ເເຊລຫລາຍໆອັນ ໄດ້ກາຍມາເປັນໄຂມັນຢູ່ໃນເນື້ອງອກເເຊລອັນອື່ນ ກໍໄປ
ສົ່ງເສີມການກໍ່ຕົວຂອງຕາໜ່າງເສັ້ນເລືອດ ໂດຍນໍາເອົາອອ໊ກຊີເຈນ ແລະທາດບໍາລຸງມາ ຫລໍ່ລ້ຽງເນື້ອງອກ.
ການຜ່າຕັດກະເພາະໃຫ້ນ້ອຍເຂົ້າ ທີ່ເອີ້ນວ່າ Gastric bypass surgery ຂອງຄົນເຈັບຄົນນຶ່ງ ທີ່ໂຮງໝໍ Rose ໃນເມືອງ Denver ລັດໂຄໂລຣາໂດ, ໃນວັນທີ 30 ສິງຫາ, 2010
ການຜ່າຕັດກະເພາະໃຫ້ນ້ອຍເຂົ້າ ທີ່ເອີ້ນວ່າ Gastric bypass surgery ຂອງຄົນເຈັບຄົນນຶ່ງ ທີ່ໂຮງໝໍ Rose ໃນເມືອງ Denver ລັດໂຄໂລຣາໂດ, ໃນວັນທີ 30 ສິງຫາ, 2010


ດຣ. Kolonin ເວົ້າອີກວ່າ ການຫລຸດນໍ້າໜັກລົງຢ່າງຫລວງຫລາຍ ສາມາດຫລຸດຜ່ອນການປະກົດຕົວຂອງເເຊລໄຂມັນ ທີ່ເອື້ອອໍາ
ນວຍໃຫ້ເກີດເນື້ອງອກເຫລົ່ານີ້. ແລະທ່ານເຊື່ອວ່າ ການຜ່າຕັດ
ກະເພາະໃຫ້ນ້ອຍເຂົ້າ ທີ່ເອີ້ນວ່າ Gastric bypass surgery ຫລື
ການຜ່າຕັດກະເພາະເພື່ອລົດຄວາມອ້ວນ ສໍາລັບບຸກຄົນທີ່ອ້ວນ
ພີເກີນໄປນັ້ນ ແມ່ນວິທີທີ່ໄວແລະມີປະສິດທິຜົນສູງ ໃນການຫລຸດ
ຜ່ອນຄວາມສ່ຽງຕໍ່ການເປັນໂຣກມະເຮັງ. ທ່ານກ່າວວ່າ:

“ເປັນທີ່ແລເຫັນໄດ້ ຈາກການສຶກສາຄົ້ນຄວ້າທີ່ໄດ້ກະທໍາ
ມາວ່າ ການປິ່ນປົວໂຣກອ້ວນພີ ກ່ອນເກີດເປັນໂຣກມະເຮັງນັ້ນ ອາດຈະເປັນການ
ປິ່ນປົວທີ່ມີປະໂຫຍດສູງ ເພາະວ່າ ຍົກຕົວຢ່າງ ການຜ່າຕັດກະເພາະເພື່ອລົດຄວາມ
ອ້ວນ ບໍ່ພຽງແຕ່ປ້ອງກັນ ບໍ່ໃຫ້ມີການສ່ຽງຕໍ່ການເປັນໂຣກເບົາຫວານເທົ່ານັ້ນ ແຕ່ ມັນຍັງປ້ອງກັນບໍ່ໃຫ້ເປັນໂຣກມະເຮັງຊະນິດໃດນຶ່ງ ນໍາອີກ.”


ໂຣກມະເຮັງທີ່ມັກມີຢູ່ນໍາພວກຄົນທີ່ອ້ວນພີເກີນໄປ ແມ່ນລວມທັງມະເຮັງລໍາໃສ້ໃຫຍ່ ແລະ
ມະເຮັງຕ່ອມລູກໝາກຂອງຜູ້ຊາຍ ແລະມະເຮັງໃນຊ່ອງປັດສະວະໃນກຸ່ມຜູ້ຍິງອີກດ້ວຍ.

ບົດຄວາມຂອງ ດຣ. Kolonin ແລະເພື່ອນຮ່ວມງານຂອງທ່ານ ກ່ຽວກັບຄວາມກ່ຽວພັນ ກັນ ລະຫວ່າງພະຍາດອ້ວນພີເກີນໄປ ແລະໂຣກມະເຮັງ ໄດ້ພິມເຜີຍແຜ່ຢູ່ໃນວາລະສານ Cancer Research ຫລືການຄົ້ນຄວ້າໂຣກມະເຮັງ.
XS
SM
MD
LG