ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ.ໂອບາມາ ຈັດງານລ້ຽງ ອາຫານຄໍ່າ ຢ່າງເປັນທາງການ ຕ້ອນຮັບ ປ. ຝຣັ່ງ (ສະໄລດ໌/ວີດີໂອ)


Obama Welcomes Hollande to White House
please wait

No media source currently available

0:00 0:03:08 0:00
ລິງໂດຍກົງ

ປ.ໂອບາມາ ແລະ ປ. Hollande

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແຫ່ງ​ສະຫະລັດ ​ໄດ້ເປັນ
​ເຈົ້າພາບ​ຈັດ​ງານ ລ້ຽງອາຫານຄໍ່າ​ ​ຕ້ອນຮັບ​ປະທານາທິບໍດີ
Francois Hollande ​ແຫ່ງ​ຝຣັ່ງ ຢ່າງເປັນ​ທາງ​ການ ທີ່​
ເຕັມ​ໄປ​ດ້ວຍ​ແຂກ​ຮັບ​ເຊີນ​ທີ່​ເປັນ​ຜູ້ນຳ​ທຸລະ​ກິດ ຜູ້​ບໍລິຈາ​ກ
​ເງິນຊ່ອຍ​ເຫຼືອ​ດ້ານ​ການ​ເມືອງ ​ແລະ​ພວກ​ທີ່​ມີ​ຊື່​ສຽງ​ຈາກ
Hollywood.

ທ່ານ Hollande ທີ່​ໄດ້​ປະກາດ​ໂຕ​ໃຫ້​ຮູ້​ຫວ່າງ​ໄວໆ​ຜ່ານ​ມາ
​ນີ້ ວ່າ​ທ່ານ​ໄດ້​ແຍ​ກກັນ​ກັບ​ທ່ານ​ນາງ Valerie Trierweiler
ຄູ່​ຮັກ​ກັນ​ມາ​ຕັ້ງ​ແຕ່​ດົນ​ນານນັ້ນ ​ໄດ້​ນັ່ງ​ຢູ່ທາງ​ກາງ​ລະຫວ່າງ​
ທ່ານ​ໂອ​ບາ​ມາ​ແລະ​ພັນ​ລະ​ຍາ ​ໃນ​ຕູບ​ຜ້າ​ຕັ້ງ​ທີ່​ມີ​ອາຍ ອຸ່ນ​ຢູ່
​ຂ້າງນອກ ທີ່​ບັນຈຸ​ຜູ້​ຄົນ​ໄດ້​ເຖິງ 350 ຄົນ.

​ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານ​ນີ້ ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ຍ້ອງຍໍ “ການ​ເປັນພັນທະ​
ມິດ​ກັນ​ມາ
ຕັ້ງ​ແຕ່​ດົນ​ນານ” ລະຫວ່າງຝຣັ່ງ​ແລະ​ສະຫະລັດ. ທ່ານ​ໂອ​ບາ​ມາ​
ກ່າວ​ວ່າ ການ​ເປັນ​ພັນທະ​ມິດ​ກັນ​ຂອງສອງ​ປະ​ເທດ​ “ບໍ່​ເຄີຍ​ເຂັ້ມ​ແຂງ​ກວ່າ​ນີ້​
ມາ​ກ່ອນ”
​ໂດຍ​ເອີ້ນ​ວ່າ ມັນ​ເຂັ້ມ​ແຂງ​ຂຶ້ນ​ກວ່າ ​ເມື່ອ 20 ປີຜ່ານມາ. ທ່ານ Hol
lande ກ່າວ​ເພີ່ມ​ວ່າ ສອງ​ປະ​ເທດ “ບັດ​ນີ້ ​ແມ່ນ​ໄວ້​ໃຈ​ຊຶ່ງ​ກັນ​ແລະ​ກັນ​ແບບ​
ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ.”


ການ​ໂອ້​ລົມ​ສົນທະນາ​ກັນ​ລະຫວ່າງ​ສອງ​ຜູ້ນຳ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄດ້​ເວົ້າ​ເຖິງ
ການ​ເຈລະຈາ​ກັນ​ກ່ຽວກັບເລື້ອງ​ນີວ​ເຄລຍຂອງ​ອີຣ່ານ ​ເລື້ອງ​ຊີ​ເຣຍ ຄວາມ​ ພະຍາ
ຍາມ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ໃນ​ອາ​ຟຣິກາ ການ​ຄ້າ ​ເລື້ອງ​ຕ່າງໆ​ດ້ານ​ເສດຖະກິດ
​ແລະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

​ໃນ​ວັນ​ພຸດ​ມື້​ນີ້ ທ່ານ Hollande ກຳນົດ​ຈະ​ເດີນທາງ​ໄປ​ຍັງ​ລັດ California ​ເພື່ອ
ພົບ​ປະ​ກັບ​ບັນດາ​ຜູ້ນຳ​ດ້ານ​ທຸລະ​ກິດ​ໃນ​ເຂດ Silicon Valley.

ທ່ານ Hollande ​ເດີນທາງ​ມາ​ຮອດ​ສະຫະລັດ​ໃນ​ວັນ​ຈັນ​ສັບປະດາ​ນີ້ ​ເພື່ອ​ທຳ​ການ​ຢ້ຽມ
ຢາມ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ ​ໂດຍ​ປະທານາທິບໍດີ​ຝຣັ່ງ ນັບ​ແຕ່ປີ 1996 ​ເປັນ​ຕົ້ນ​ມາ.

XS
SM
MD
LG